Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວໄດ້ຫຼຽນຄໍາໃນກິລາມະຫາວິທະຍາໄລອາຊຽນ !
Anonymous

Date:
ລາວໄດ້ຫຼຽນຄໍາໃນກິລາມະຫາວິທະຍາໄລອາຊຽນ !


ມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ່ 14 ທີ່ມາເລເຊຍ (ASEAN University Games) ຫລື AUG 2008, ໄດ້ໄຂຂຶ້ນທີ່ນະຄອນກົວລາລຳເປີ ປະເທດມາເລເຊຍ ແຕ່ວັນທີ່ 11 ເຖິງວັນທີ່ 21 ທັນວາ 2008 ເຊິ່ງມີ 10ປະເທດເຂົ້າຮ່ວມ. ໃນນັ້ນ ສ.ປ.ປ ລາວ ກໍໄດ້ສົ່ງນັກກິລາມະຫາວິທະຍາໄລ ແຫ່ງຊາດ ເຂົ້າຮ່ວມຈຳນວນ 20ຄົນ ແລະຜູ້ຈັດການທິມ-ຄູຝຶກ 2 ຄົນ ເຊິ່ງມີນັກກິລາ lawn Bowls 4ຄົນ, ນັກກິລາທະນູ 2ຄົນ, ນັກກິລາ ເທັກຄອນໂດ (Taekwondo 3 ຄົນ) ນັກກິລາ Squash 2 ຄົນ, ນັກກິລາ ລັກບີ່ (Rugby) 9ຄົນ. ຜ່ານການເຂົ້າຮ່ວມການແຂ່ງຂັນດັ່ງກ່າວນັກກິລາມະຫາວິທະຍາໄລແຫ່ງຊາດລາວ ກໍ ສາມາດສ້າງປະຫວັດສາດດ້ວຍການ ຍາດຫຼຽນຄຳໄດ້ 1ຫຼຽນ, ຫຼຽນເງິນ 2ຫຼຽນ ແລະຫຼຽນທອງແດງ 3 ຫຼຽນ ຈາກກິລາ ໂລນໂບ່.


DSC05087.JPG

ຈາກຜົນສຳເລັດອັນເປັນໜ້າພາກພູມໃຈດັ່ງກ່າວນັ້ນ,ໃນວັນທີ 23/12/2008 ຄະນະນຳມະຫາງິທະຍາໄລແຫ່ງຊາດ ຈຶ່ງໄດ້ນຳພາພະນັກງານ-ອາຈານ ແລະນັກຮຽນນັກສຶກສາຈັດຕັ້ງພິທີຕ້ອນຮັບຂະບວນການກັບມາຂອງນັກກິລາດັ່ງກ່າວຢ່າງສົມກຽດ, ເຊີ່ງນຳໂດຍ ທ່ານ ຮສ. ລຳໄມ ພິພັກຂະວົງ ຮອງອະການບໍດີ ຝ່າຍຄຸ້ມຄອງນັກສຶກສາ ມຊ.

ຂະບວນການຕ້ອນຮັບໄດ້ເລີ່ມຕົ້ນແຕ່ສະໜາມບິນວັດໄຕແລ້ວຄ່ອຍໆເຄື່ອນຂະບວນມາຕາມຖະໜົນ ເຈົ້າຟ້າງຸ່ມ, ຜ່ານເສັ້ນທາງໃຈກາງນະຄອນຫລວງວຽງຈັນ, ຜ່ານອານຸສາວະລີ (ສວນປະຕູໄຊ)ເຂົ້າສູ່ຖະໜົນໄກສອນ ພົມວິຫານ;ໃນລະຫວ່າງທາງ ທ່ານ ຮສ. ລຳໄມ ພິພັກຂະວົງ ກໍໄດ້ນຳພາຂະບວນນັກກິລາ, ຂະບວນຜູ້ຕ້ອນຮັບ ລົງວາງຊໍ່ດອກໄມ້ສັກກະລະບູຊາ ອານຸສາວະລີຮູບປັ້ນເຈົ້າຟ້າງຸ່ມ, ສັກກະລະບູຊາອານຸສະຖານ ໄກສອນ ພົມວິຫານ ແລ້ວເຄື່ອນເຂົ້າສູ່ມະຫາວິທະຍາໄລແຫ່ງຊາດຢ່າງສົມກຽດ ໃນທ່າມກາງການເຝົ້າລໍຕ້ອນຮັບ ແລະສະແດງຄວາມຍິນດີຂອງບັນດາທ່ານຄະນະນຳ, ພະນັກງານຄູ-ອາຈານ ແລະນັກສຶກສາມະຫາວິທະຍາໄລແຫ່ງຊາດຢ່າງຄັບຄາໜາແໜ້ນ.

ໂອກາດດັ່ງກ່າວ ທ່ານ ດາສັກ ອຸເທນທະປັນຍາຮອງປະທານຄະນະກຳມະການກິລາ ມ.ຊ ທັງເປັນຄະນະບໍດີຄະນະສະຖາປັດຕະຍາກຳສາດ ມະຫາວິທະຍາໄລແຫ່ງຊາດກໍໄດ້ຂຶ້ນກ່າວລາຍງານຜົນສຳເລັດໃນການເຂົ້າຮ່ວມເຄື່ອນໄຫວຂອງນັກກິລາດັ່ງກ່າວດ້ວຍຄວາມພາກພູມໃຈ ເຊີ່ງມບາງຕອນທ່ານໄດ້ກ່າວວ່າ ການທີ່ນັກກິລາຂອງມະຫາວິທະຍາໄລແຫ່ງຊາດລາວເຮົາຍາດໄດ້ 1 ຫຼຽນຄຳ, 2 ຫຼຽນເງິນ ແລະ3 ຫຼຽນທອງແດງນັ້ນ! ຖ້າທຽບໃສ່ຫລາຍປະເທດໃນກຸ່ມອາຊຽນທີ່ມີ ໂອກາດ ແລະ ເງື່ອນໄຂໃນການພັດທະນານັກກິລາຂອງຕົນດີກວ່າພວກເຮົາແລ້ວນັ້ນ, ກໍນັບວ່ານັກກິລາ ມະຫາວິທະຍາໄລແຫ່ງຊາດລາວຂອງພວກເຮົາແມ່ນໄດ້ປະສົບຜົນສຳເລັດເກີນ ຄາດໝາຍແລ້ວ ໂດຍສະເພາະແມ່ນການທີ່ໄດ້ຮັບຫຼຽນຄຳຖືວ່າເປັນຫຼຽນປະຫວັດສາດຂອງມະຫາວິທະຍາລາວໃນການເຂົ້າຮ່ວມການແຂ່ງຂັນດັ່ງກ່າວ ນັບແຕ່ຄັ້ງທີ່ 10 ເປັນຕົ້ນມາ.


ໂອກາດດຽວກັນນີ້ ທ່ານ ຮສ.ດຣ ສຸກກົງແສງ ໄຊຍະເລີດ ອະທິການບໍດີ ມຊ ກໍໄດ້ກ່າວສະແດງຄວາມຍິນດີ ແລະຕ້ອນຮັບການກັບມາພ້ອມກັບຜົນສຳເລັດຂອງນັກກິລາ ມີບາງຕອນວ່າ ການທີ່ນັກກິລາມະຫາວິທະຍາໄລຂອງພວກເຮົາເຂົ້າຮ່ວມ ແລະຍາດໄດ້ໄຊຊະນະດັ່ງກ່າວນັ້ນນອກຈາກເປັນຜົນງານ ແລະກຽດຕິຄຸນຂອງຊາດລາວເຮົາແລ້ວ;ຍັງສະທ້ອນໃຫ້ເຫັນໄດ້ເຖິງຄວາມສາມັກຄີ ແລະພ້ອມກັນກ້າວຂຶ້ນສູ່ຄວາມເຂັ້ມແຂງຂອງນັກກິລາໃນກຸ່ມອາຊຽນຂອງພວກເຮົາ, ຜົນສຳເລັດໃນຄວາມພະຍາຍາມຂອງນັກກິລາໃນຄັ້ງນີ້ນັ້ນແມ່ນໄດ້ກາຍເປັນແບບຢ່າງອັນດີເລີດ ແລະນຳໄປກະຕຸ້ນໃຫ້ນັກກິລາລຸ່ນນ້ອງໆໄດ້ນຳໄປສືບຕໍ່ປະພຶດປະຕິບັດຕໍ່ໆໄປ.



__________________
Anonymous

Date:

LAO PDR LAO PDR LAO PDR LAO
KHONLAOSKHONLAOSKHONLAO
LAOBESTLAO
        LAOBESTLAO
LAOLAOLAOS        LAOBESTLAO
LAO PDR LAO PDR LAO PDR LAO
KHONLAOSKHONLAOSKHONLAO
    I love Lao so much ...
wwk_102@hotmail.com



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard