Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: 100 ຊິວິດກຽມຂຶ້ນປະກວດ Miss SEA GAMES
Anonymous

Date:
100 ຊິວິດກຽມຂຶ້ນປະກວດ Miss SEA GAMES




ພາຍຫລັງທີ່ຄະນະກຳມະການໄດ້ຄັດເລືອກເອົາ 100 ນາງສາວເພື່ອຮັບໃຊ້ຊີເກມຄັ້ງທີ 25 ທີ່ລາວເຮົາໄດ້ຮັບກຽດເປັນເຈົ້າພາບຈັດ ຢ່າງບໍ່ເຄີຍມີມາກ່ອນໃນປະຫວັດສາດ, ໃນວັນທີ 23 ທັນວາ 2008 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນກໍ່ໄດ້ມີການຝຶກ ຊ້ອມການຍ່າງ, ການຢືນ, ການນົບ ເພື່ອໃຫ້ບັນດານາງສາວທີ່ໄດ້ຜ່ານຄັດເລືອກກະກຽມພ້ອມຂຶ້ນເວທີປະກວດຢ່າງເປັນທາງການໃນວັນ ທີ 31 ທັນວາ 2008, ທີ່ປະຕູໄຊ, ນະຄອນຫລວງວຽງຈັນ ພ້ອມທັງເປັນການຈັດງານສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ປີ 2009 ທີ່ຈະມາ ເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ.


  
ທ່ານໂສພາ ອິນວົງສາ ອະນຸກຳມະການກອງປະກວດ
, ວິຊາການຝຶກຊ້ອມປະກວດນາງສາວຊີເກມໃຫ້ຮູ້ວ່າ: ການຝຶກຊ້ອມນາງສາວ ຊີເກມທັງ 100 ຊີວິດທີ່ຈະກຽມຂຶ້ນເວທີປະກວດທີ່ຈະມາເຖິງ, ເລີ່ມເປັນຮູບເປັນຮ່າງຂຶ້ນຫລາຍ ແລະການຝຶກຊ້ອມຄືບຫນ້າໄປໄດ້ 50% ແລ້ວ ເຊິ່ງການຝຶກຊ້ອມໃນຄັ້ງນີ້ ເປັນການຊ້ອມຍ່າງ, ການຢືນ, ການນົບໄຫວ້ເພື່ອໃຫ້ມີຄວາມເປັນລະບຽບພ້ອມພຽງກັນ, ເປັນຈັງຫວະ ທີ່ສວຍງາມໃນວັນປະກວດຈິງ ນອກນັ້ນ ຍັງມີການຊ້ອມຍ່າງໃສ່ຊຸດປະຈຳຊາດ ແລະ ຊຸດກີລາຕີເທັນນິສ, ໃນບົດເພງ "ຍິນດີຕ້ອນຮັບ ສູ່ຊີເກມ" ເຊິ່ງບົດເພງນີ້ຮັບໃຊ້ເຂົ້າໃນກີລາຊີເກມຄັ້ງທີ 25 ເຊິ່ງເນື້ອໃນຂອງບົດເພງເປັນການຕ້ອນຮັບຜູ້ທີ່ເຂົ້າມາ ຮ່ວມໃນມະຫະກຳກີ ລາ, ພ້ອມທັງເປັນບົດເພງທີ່ສະແດງເຖິງຄວາມສະຫມານສາມັກຄີກັນ, ນອກຈາກນັ້ນບັນດານາງສາວກໍ່ຍັງໄດ້ຊ້ອມເຕັ້ນຈັງຫວະປາສລົບ ໃນບົດເພງສາວລາວແດນດອກຈຳປາທັງຫມົດນັ້ນ ຄືບັນຍາກາດການຝຶກຊ້ອມຄັ້ງຜ່ານມາ ແລະ ບັນດານາງສາວຊີເກມ ຍັງຈະໄດ້ຊ້ອມ ໃຫຍ່ອີກເທື່ອຫນຶ່ງໃນວັນທີ 29 ທັນວາທີ່ຫໍວັດທະນະທຳແຫ່ງຊາດ.

   ການຝຶກຊ້ອມທັງຫມົດນັ້ນຂອງບັນດານາງສາວກໍ່ເພື່ອກຽມຄວາມພ້ອມໃສ່ການປະກວດຈິງທີ່ຈະມີຂຶ້ນໃນວັນທີ 31 ທັນວານີ້ ເຊິ່ງຈະ ຈັດຂຶ້ນທີ່ປະຕູໄຊ, ນະຄອນຫລວງວຽງຈັນ ເປັນການປະກວດເພື່ອຄັດເລືອກຈາກ 100 ນາງສາວ ແລ້ວຄັດເອົາ 11 ຄົນ ເພື່ອເປັນຕົວ ແທນໄວ້ຈັບປ້າຍໃຫ້ກັບຄະນະນັກກີລາແຕ່ລະປະເທດທີ່ຈະເຂົ້າຮ່ວມແຂ່ງຂັນກີລາຊີເກມ ທີ່ປະເທດເຮົາຮັບກຽດເປັນເຈົ້າພາບໃນປີ 2009 ພາຍໃນງານບັນດານາງສາວ ກໍ່ຍັງເປັນຕົວແທນຂອງແມ່ຍິງລາວໃນການສະແດງເຖິງວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ໃຫ້ຊາວຕ່າງປະເທດນຳອີກ.



__________________
Bao lao

Date:

ຄືມີແຕ່ຄົນຜິວດໍາແທ້ no

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard