Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອີກຫຼາຍສາຍການບິນ ຈະບິນມາລາວ ເດີ້
Anonymous

Date:
ອີກຫຼາຍສາຍການບິນ ຈະບິນມາລາວ ເດີ້


5 ສາຍການບິນ ບິນມາລາວ ແລະ ມີທີ່ອຽງເພີ່ມຂຶ້ນ
IMG_0298_Large.jpg

<!-- /* Font Definitions */ @font-face {font-family:"Angsana New"; panose-1:2 2 6 3 5 4 5 2 3 4; mso-font-charset:0; mso-generic-font-family:roman; mso-font-pitch:variable; mso-font-signature:16777219 0 0 0 65537 0;} @font-face {font-family:"Saysettha OT"; panose-1:2 11 5 4 2 2 7 2 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-2097151825 268443658 0 0 65537 0;} /* Style Definitions */ p.MsoNormal, li.MsoNormal, div.MsoNormal {mso-style-parent:""; margin:0cm; margin-bottom:.0001pt; mso-pagination:widow-orphan; font-size:12.0pt; mso-bidi-font-size:14.0pt; font-family:"Times New Roman"; mso-fareast-font-family:"Times New Roman"; mso-bidi-font-family:"Angsana New";} @page Section1 {size:612.0pt 792.0pt; margin:72.0pt 90.0pt 72.0pt 90.0pt; mso-header-margin:36.0pt; mso-footer-margin:36.0pt; mso-paper-source:0;} div.Section1 {page:Section1;} -->

ຂ່າວ: ໄຊສົມບູນ

   ປະຈຸບັນ ມີ 5 ສາຍການບິນຈາກ 4 ປະເທດທີ່ບໍລິການຖ້ຽວບິນ ໂດຍສານເຂົ້າມາປະເທດເຮົາເຊັ່ນ: ຫວຽດນາມແອລາຍ, ໄທແອ ເວ, ບັງກອກແອເວ, ແອເອເຊຍ (ມາເລເຊຍ) ແລະ ຊາຍນາອິສເທິນແອລາຍ. ໃນອະນາຄົດຍັງມີຫລາຍສາຍການບິນຕ່າງປະເທດ ໃນ ອາຊີສົນໃຈຢາກເປີດສາຍການບິນ ໂດຍກົງເຂົ້າມາລາວຫລາຍຂຶ້ນເຊິ່ງຊີ້ໃຫ້ເຫັນຂະແຫນງການບິນຂອງປະເທດກຳລັງເປັນທີ່ສົນໃຈຂອງ ຕ່າງປະເທດ, ສະເພາະສົກປີຜ່ານມາ ມີຜູ້ໂດຍສານເຂົ້າ-ອອກຜ່ານສະຫນາມບິນເພີ່ມຂຶ້ນປະມານ 8-12% ທຽບໃສ່ສົກປີກ່ອນຫນ້ານີ້.

   ທ່ານ ວັນເພັງ ຈັນທະພອນ ຮອງຫົວຫນ້າກົມການບິນພົນລະເຮືອນກະຊວງໂຍທາທິການ ແລະ ຂົນສົ່ງກ່າວວ່າ: ສັນຍາຂົນສົ່ງທາງ ອາກາດສອງຝ່າຍກັບບາງປະເທດກຳລັງໄດ້ຮັບການປັບປຸງເຊັ່ນ: ສ.ເກົາຫລີ, ສະຫະລັດອະເມຣິກາ, ສປ ຈີນ, ຮົງກົງ, ອາຣັບເອມີເລດ ແລະ ກູເວດ, ສ່ວນສັນຍາການຂົນສົ່ງທາງອາກາດຫລາຍຝ່າຍໃນປະເທດອາຊຽນໄດ້ເຊັນກັນໃນເດືອນພະຈິກ 2008 ທີ່ຟີລິບປິນ. ການ ເປີດຖ້ຽວບິນຈາກປະເທດຍີ່ປຸ່ນ ດ້ວຍເຮືອບິນເຊົ່າເຫມົາລຳຈະເລີ່ມຕົ້ນປະຕິບັດໃນເດືອນກຸມພາ 2009.

   ປະຈຸບັນ ລາວເຮົາມີສະຫນາມບິນພົນລະເຮືອນທັງຫມົດ 11 ແຫ່ງ ໃນນັ້ນ ເປັນສະຫນາມບິນສາກົນ 4 ແຫ່ງຄື: ສະຫນາມບິນສາ ກົນວັດໄຕ (ວຽງຈັນ), ສະຫນາມບິນສາກົນຫລວງພະບາງ, ສະຫນາມບິນສາກົນປາກເຊ ແລະ ສະຫນາມບິນສາກົນ ສະຫວັນນະເຂດ. ໃນສົກປີ 2007-2008 ນີ້ ມີຜູ້ໂດຍສານເຂົ້າ-ອອກຜ່ານສະຫນາມບິນວັດໄຕ ຫລາຍເຖິງ 844.044 ຄົນເພີ່ມຂຶ້ນຈາກສົກປີກ່ອນ 12%.

   ການພັດທະນາສະຫນາມບິນເພື່ອໃຫ້ຖືກຕ້ອງຕາມມາດຕະຖານຄວາມປອດໄພຂອງສາກົນ, ປະຈຸບັນກໍ່ມີ ຫລາຍສະຫນາມບິນກຳລັງ ໄດ້ຮັບການປັບປຸງເຊັ່ນ: ສະຫນາມບິນສາກົນປາກເຊ, ໂຄງການກໍ່ສ້າງສະຫນາມບິນສາກົນຫລວງພະບາງຄືນໃຫມ່ເຊິ່ງໄດ້ມີການລົງນາມ ເຊັນສັນຍາການກໍ່ສ້າງໃນວັນທີ 1 ທັນວາ 2008 ຜ່ານມາ ເຊິ່ງມີມູນຄ່າການກໍ່ສ້າງທັງຫມົດ 86,4 ລ້ານໂດລາສະຫະລັດ ເຊິ່ງຄາດວ່າ ຈະເລີ່ມລົງມືກໍ່ສ້າງໄດ້ໃນຕົ້ນປີ 2010 ແລະ ຈະໃຫ້ສຳເລັດໃນປີ 2013. ໃນຂະນະດຽວກັນນີ້ ບໍລິສັດບູຢອງຈາກ ສ.ເກົາຫລີ ກໍ່ໄດ້ຮັບ ອະນຸຍາດໃຫ້ສຶກສາຄວາມເປັນໄປໄດ້ໃນໂຄງການກໍ່ສ້າງສະຫນາມບິນສາກົນແຫ່ງໃຫມ່ຂອງນະຄອນຫລວງວຽງຈັນ ເຊິ່ງມີທີ່ຕັ້ງຢູ່ເຂດກິ ໂລແມັດທີ 21-27 ເມືອງໄຊທານີ ນະຄອນຫລວງວຽງຈັນ.



__________________
Anonymous

Date:

why not quantas?

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard