Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ນັກສຶກສາລາວຢູ່ວຽດນາມ ສ້າງບັນຫາຫນັກ
Anonymous

Date:
ນັກສຶກສາລາວຢູ່ວຽດນາມ ສ້າງບັນຫາຫນັກ




ປາກົດການຫຍໍ້ທໍ້ໃນຖັນແຖວນັກສຶກສາລາວຢູ່ຫວຽດນາມ ຈະໄດ້ຮັບການແກ້ໄຂ ເມື່ອລັດຖະບານຈະເພີ່ມຄວາມເຂັ້ມງວດ ແລະເດັດ ຂາດຕໍ່ນັກສຶກສາລາວທີ່ຈະໄປຮຽນຕໍ່ທີ່ ສສ ຫວຽດນາມ
, ສ່ວນຜູ້ໄປຮຽນແລ້ວກໍ່ຈະມີການກວດກາດ້ານລະບຽບວິໄນ ແລະ ການຮຽນຄືນ ໃຫມ່ຫາກພົບກໍລະນີຮຽນບໍ່ໄດ້ ຫລື ຜິດລະບຽບຮ້າຍແຮງກໍ່ຕ້ອງສົ່ງກັບຄືນມາປະເທດ.


  
ທ່ານ ເຈືອງ ສົມບູນຂັນ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ
, ຫົວຫນ້າຄະນະເລຂາທິການລັດຖະບານ ກ່າວໃນວັນທີ 19 ທັນວາທີ່ສຳນັກງານຍົກລັດຖະມົນຕີ ພາຍຫລັງກອງປະຊຸມລັດຖະບານປະຈຳເດືອນທັນວາລະຫວ່າງວັນ ທີ 17-18 ສິ້ນສຸດລົງ ເຊິ່ງ ທ່ານໄດ້ຍົກໃຫ້ເຫັນວ່າໃນກອງປະຊຸມຄະນະລັດຖະບານ ໄດ້ພ້ອມກັນປຶກສາຫາລື ແລະ ຫາວິທີແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຖັນ ແຖວນັກສຶກສາລາວທີ່ ສສ ຫວຽດນາມ.


  
ທ່ານຫົວຫນ້າຄະນະເລຂາທິການລັດຖະບານກ່າວວ່າ: ເພື່ອແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຖັນແຖວນັກຮຽນ-ນັກສຶກສາທີ່ຫວຽດ ນາມ
, ກອງປະຊຸມໄດ້ຕົກລົງເພີ່ມການເຮັດຫນ້າທີ່ການເມືອງແນວຄິດໃຫ້ຫລາຍຂຶ້ນຕໍ່ນັກສຶກສາລາວທີ່ຫວຽດນາມ, ຕ້ອງເຂັ້ມງວດນັບແຕ່ ປີນີ້ໄປນັກສຶກສາຄົນໃດສອບເສັງບໍ່ຜ່ານ ຈະບໍ່ໄດ້ໄປຮຽນໂດຍບໍ່ມີນະໂຍບາຍອີກ; ສຳລັບຜູ້ທີ່ໄປຮຽນແລ້ວ ຖ້າຮຽນບໍ່ໄດ້ຈຳເປັນເອົາມາກໍ່ ຕ້ອງເອົາມາໂດຍບໍ່ມີການຜ່ອນຜັນ. ໄປພ້ອມກັນນັ້ນການຈັດສົ່ງນັກສຶກສາໄປຮຽນຈະໃຫ້ມີການລວມສູນຂຶ້ນກວ່າເກົ່າເພາະໄລຍະຜ່ານມາ ມີຫລາຍຂັ້ນຮັບຜິດຊອບ ແຕ່ສູນກາງຮອດທ້ອງຖິ່ນເຮັດໃຫ້ການຄຸ້ມຄອງພົບຄວາມຫຍຸ້ງຍາກ.

   ທ່ານຫົວຫນ້າຄະນະເລຂາທິການລັດຖະບານກ່າວອີກ ວ່າ: ກອງປະຊຸມຍັງໄດ້ເຫັນດີໃຫ້ມີການແຕ່ງຕັ້ງຄະນະຫນຶ່ງຂຶ້ນມາ ເພື່ອໄປ ຫວຽດນາມ ກວດເບິ່ງສະພາບຄວາມເປັນຈິງຂອງນັກສຶກສາລາວຢູ່ສະຖາບັນການສຶກສາຕ່າງໆ; ນັກສຶກສາຄົນໃດເປັນຈັ່ງໃດຫາກພາກ ສ່ວນກ່ຽວຂ້ອງຢືນຢັນວ່າຜິດລະບຽບຮຽນບໍ່ໄດ້ຈຳເປັນສົ່ງກັບກໍ່ຕ້ອງສົ່ງກັບ, ເພີ່ມຜູ້ຮັບຜິດຊອບນັກສຶກສາເພື່ອຄວາມສະດວກໃນການຕິດ ຕາມກວດກາ.


  
ຕາມບົດລາຍງານກ່ຽວກັບສະພາບການສຶກສາຮ່ຳຮຽນ ແລະ ຄຸ້ມຄອງນັກສຶກສາລາວ ຢູ່ ສສ ຫວຽດນາມ ຂອງກະຊວງສຶກສາໃຫ້ ຮູ້ວ່າ: ປະຈຸບັນ ຈຳນວນນັກສຶກສາລາວທີ່ກຳລັງສຶກສາຄົ້ນຄວ້າຮ່ຳຮຽນຢູ່ ສສ ຫວຽດນາມ ໃນສົກປີ
2008-2009 ມີ 3.638 ຄົນ (ບໍ່ ນັບທຶນຂອງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະ ຫງົບ). ໃນນີ້ ມິີທຶນຂອງລັດຖະບານ 2.044 ຄົນ, ທຶນສ່ວນຕົວ 541 ຄົນ, ທຶນແຮກສ່ຽວລະຫວ່າງແຂວງຕໍ່ແຂວງ 1.036 ຄົນ ແລະ ທຶນຂອງໂຄງການຕ່າງໆ 17 ຄົນ.


  
ໃນໄລຍະຜ່ານມາ ຍັງມີຄວາມຫຍຸ້ງຍາກ ແລະ ເກີດມີບັນຫາໃນການຄຸ້ມຄອງນັກຮຽນ
-ນັກສຶກສາຢູ່ ສສ ຫວຽດນາມ; ພວກເຮົາຍັງ ເຮັດບໍ່ໄດ້ດີການສົ່ງນັກຮຽນ-ນັກສຶກສາໄປຮຽນຕໍ່, ຍັງມີປາກົດການຕ່າງຝ່າຍຕ່າງຂໍທຶນ ແລະ ສົ່ງໄປຕາມທຶນຂອງໃຜລາວ ໂດຍບໍ່ຜ່ານ ກະຊວງສຶກສາທິການ ໂດຍສະເພາະຢູ່ຂັ້ນແຂວງ ແລະ ອົງການທີ່ກ່ຽວຂ້ອງຈຳນວນຫນຶ່ງຢູ່ສູນກາງ ເຊິ່ງໄດ້ສ້າງຄວາມຫຍຸ້ງຍາກໃນເວ ລາທີ່ນັກສຶກສາຮຽນຈົບແລ້ວ ບໍ່ມີພື້ນຖານບ່ອນອີງໃຫ້ກະຊວງສຶກສາ-ກໍ່ສ້າງຫວຽດນາມ ອອກໃບປະກາສະນີຍະບັດໃຫ້.


  
ນອກນັ້ນ ນັກສຶກສາບາງຈຳນວນຍັງບໍ່ປະຕິບັດຕາມກົດລະບຽບຂອງສະຖາບັນ
, ບໍ່ເອົາໃຈໃສ່ຮຽນ, ຂາດຮຽນໂດຍບໍ່ມີເຫດຜົນ, ບາງ ຄົນບໍ່ຂຶ້ນຫ້ອງຮຽນຫມົດປີກໍ່ມີເຮັດໃຫ້ບໍ່ມີຄະແນນພາກຮຽນ ຫລື ປີຮຽນຝ່າຍຫວຽດນາມ ຈຳຕ້ອງຕັດທຶນການສຶກສາ, ໃຫ້ຢຸດຕິການຮຽນ ເຊິ່ງເປັນສາເຫດໃຫ້ນັກສຶກສາ 24 ຄົນຖືກສົ່ງກັບປະເທດ



__________________
Anonymous

Date:

disbeliefdisbeliefdisbeliefdisbelief...so stupid ....Lao student in Vietnam ( some one ) ...lazy and stupid .....almost is ( dek sen hun lea ) look pu yai ...het xia nah xia tah Laos mod ...jung man jah nor ngor tea tea .......ka jao oun sa hai teun pai hien hai sa lad keun ...tan ti ja tung jai hien gub het ngor gua gao ...som leo lea ti teuk song gub ....ton pai hien kee yon pai het beb mi gied ...hahhhahahahahahhah......teuk song gub ouy sa jai dea ....
   gub ma liang Kuay ( buffalo ) yu Laos hun lea di ....

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard