Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ປິດສາກ “ຈຳປາສັກ ເກມ” ຢ່າງຍິ່ງໃຫຍ່
Anonymous

Date:
ປິດສາກ “ຈຳປາສັກ ເກມ” ຢ່າງຍິ່ງໃຫຍ່


ປິດ​ສາກ​ຢ່າງຍິ່ງ​ໃຫຍ່ ສຳລັບ​ງານ​ມະຫາ​ກຳ ກິລາ​ແຫ່ງ​ຊາດ ຄັ້ງທີ VIII ຫລື ຈຳປາສັກ ​ເກ​ມ ຫລັງ​ຈາກ​ດຳ​ເນີນ​ການ​ແຂ່ງຂັນ​ກັນ​ມາ​ເປັນ​ເວລາ 10 ວັນ​ ຂະນະ​ທີ່​ເຈົ້າພາບ ສາມາດ​ກວາດ​ຫລຽນ​ຄຳ ມາ​ຄອງ​ໄດ້​​ຢ່າງສົມ​ໃຈ ແລະ ເກີນ​ເປົ້າ​ຫມາຍ ສ່ວນ ບໍລິ​ຄຳ​ໄຊ ມາ​ແຮງ​ແຊງ ​ແຊ໋ມ​ເກົ່າ “ນະຄອນຫລວງ” ​ເປັນອັນ​ດັບສອງ?ສຳລັບ​ຄັ້ງຕໍ່​ໄປ (ຄັ້ງທີ IX)  ​ແຂວງ​ຫລວງ​ພະ​ບາງ ພ້ອມ​ແລ້ວ​ເປັນ​ເຈົ້າພາບ ​ໃນ​ປີ 2011.6671.jpg


ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງທີ VIII ຫລື ຈຳປາ​ສັກ ​ເກ​ມ ທີ່​ເປີດ​ສາກ​ແຂ່ງຂັນ​ກັນ​ມາ ​ແຕ່​ວັນ​ທີ 12 ທັນວາ ​ໄດ້​ປິດ​ສາກ​ລົງ​ຢ່າງ​ຍິ່ງ​ໃຫຍ່ ​ໃນ​ມື້ວານ​ນີ້ (ວັນທີ 22 ທັນວາ) ​ໂດຍ​ການ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ພະນະ​ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ, ກຳມະການ ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ຜູ້​ປະຈຳກາ​ນລັດ​ຖະບານ, ປະທານ​ຈັດ​ງານ ມະຫາ​ກຳ​ກິລາ​ຊີ​ເກ​ມ ຄັ້ງທີ 25, ທ່ານ ສອນ​ໄຊ ສີ​ພັນ​ດອນ, ​ເຈົ້າ​ແຂວງ ​ແຂວງ​ຈຳປາ​ສັກ, ປະທານ​ຈັດ​ງານ ມະຫາ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງທີ VIII, ບັນດາ​ລັດຖະມົນຕີ​ວ່າການ, ຊ່ວຍ​ວ່າການ, ​ເຈົ້າ​ແຂວງ, ຮອງ​ເຈົ້າ​ແຂວງ ຕະຫລອດ​ຮອດ​ພໍ່​ແມ່​ປະຊາຊົນ​ ຊາວ​​ແຂວງ​ຈຳປາ​ສັກ ​ເຕັມ​ຄວາມ​ບັນຈຸ​ຂອງ​ບ່ອນ​ນັ່ງ ​ໃນ​ສະຫນາມ​ແຂວງ​ຈຳປາ​ສັກ.


ໃນພິທີ​ປິດ , ທ່ານ ດຣ.ພູ​ທອງ ​ແສງ​ອາຄົມ, ລັດຖະມົນຕີ ປະຈຳ​ສຳນັກງານ ນາຍົກ ລັດຖະມົນຕີ, ປະທານ ຄະນະ​ກຳມະການ​ກິລາ​ແຫ່ງ​ຊາດ, ທັງ​ເປັນ​ຮອງ​ປະທານ ຈັດ​ງານ​ແຂ່ງຂັນ ຈຳປາ​ສັກ ​ເກ​ມ, ​ໄດ້​ຂຶ້ນກ່າວສະຫລຸບ​ລາຍ​ງານ ຜົນ​ການ​ແຂ່ງຂັນ ​ເຊິ່ງມີ​ບາງ​ຕອນ ທ່ານ​ກ່າວ​ວ່າ: ງານມະຫາກຳກິລາ​ຄັ້ງນີ້ ​ໄດ້​ສຳເລັດຜົນຕາມຈຸດປະສົງລະດັບຄາດຫມາຍ​ທີ່​ວາງ​ໄວ້​ທຸກປະການ, ມີ 29 ພາກສ່ວນເຂົ້າ​ຮ່ວມ ຄືມີ 17 ​ແຂວງ, 10 ກະຊວງແລະ 2 ອົງການ​ທຽບ​ເທົ່າ, ມີ 24 ປະເພດກິລາເຊັ່ນ: ກະຕໍ້, ກ໊ອຟ, ບິນ​ລຽດ-ສະນຸກເກີ, ຍິງປືນ, ດອກ​ປີກໄກ່, ​ເຕະບານ, ​ເທຄວັນໂດ, ​ເທັນນິສ, ປິ່ງ​ປ່ອງ, ບານບ້ວງ, ບານ​ສົ່ງ, ​ເປຕັງ, ມວຍ​ສາກົນ, ມວຍ​ລາວ, ​ແລ່ນ-ລານ, ລົດຖີບ, ກາຣາເຕໂດ, ​ເຮືອ​ຊ່ວງ, ຫນ້າເກັກ, ຫມາກຂ່າງ, ຢູໂດ, ລອຍນ້ຳ, ​ໂບລິ້ງ, ມວຍ​ປັນຈະສີລັດ, ຈຳນວນນັກກິລາທັງຫມົດ 6.918 ຄົນເປັນຍິງ 1.093 ຄົນ. ມີການຊີງ​​ໄຊກັນ 821 ຫລຽນ, 234 ຫລຽນ​ຄຳ, 233 ຫລຽນ​ເງິນແລະ 464 ຫລຽນ​ທອງ.


ທ່ານ ດຣ.ພູ​ທອງ ​ແສງ​ອາຄົມ ກ່າວ​ຕື່ມ​ວ່າ: ຜົນສຳເລັດ​ຂອງ​ງານມະຫາກຳກິລາ​      ແຫ່ງຊາດຄັ້ງນີ້ ​ແມ່ນຜົນງານທັງຊາດໂດຍໄດ້​ຮັບການຊີ້ນຳ55781.jpgຈາກລັດຖະບານຢ່າງໃກ້ຊິດໂດຍສະເພາະແມ່ນການປະກອບສ່ວນຢ່າງ​ຕັ້ງຫນ້າ​ຂອງ​ຄະນະກຳມະການຈັດງານມະຫາກຳກິລາລະດັບຊາດ, ບັນດາກຳມະການຕັດສິນ​ຂອງ​ສູນກາງ-ທ້ອງ​ຖິ່ນ, ກຳມະການຝ່າຍຕ່າງໆ​ຂອງ​ແຂວງຕະຫລອດ​ຮອດ​ນັກກິລາທຸກຄົນ ທີ່​​ເຂົ້າ​ຮ່ວມ. ການແຂ່ງຂັນ​ຄັ້ງນີ້ ຈະເປັນປະຖົມປັດໄຈ ຫ້າງຫາກະກຽມໄປສູ່ການ​ຮອງ​ຮັບເປັນເຈົ້າພາບຊີເກ​ມ ຄັ້ງທີ 25 ປີ 2009 ທີ່​ຈະມາເຖິງ.





ຈາກ​ນັ້ນ ພະນະທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ​ໄດ້​ຂຶ້ນກ່າວ​ປິດ​ການ​ແຂ່ງຂັນ ຢ່າງ​ເປັນ​ທາງ​ການ ​ເຊິ່ງທ່ານ​ໄດ້​ຕີ​ລາຄາ ​ແລະ ໄດ້​ຕາງຫນ້າ​ໃຫ້ການ​ນຳ​ພັກ ​ແລະ ລັດຖະບານ ສະ​ແດງ​ຄວາມ​ຍ້ອງຍໍ ຊົມ​ເຊີຍ​ຄະນະ​ຮັບຜິດຊອບ​ຈັດ​ງານ​ທັງ​ຫມົດ ທີ່​ເຮັດ​ຫລ້ອນ​ຫນ້າ​ທີ່, ທຸ້ມ​ເທສະ​ຕິ​ປັນຍາ, ກຳລັງວັງຊາ, ຮັບປະກັນ​ທັງ​ຄວາມ​ປອດ​ໄພ ​ແລະ ຄວາມ​ສະຫງົບ​ຮຽບຮ້ອຍ​ຂອງ​ສັງຄົມ ​ເຊິ່ງມີ​ບາງ​ຕອນ​ທ່ານກ່າວວ່າ: ຕະຫລອດໄລຍະການແຂ່ງຂັນ ປວງ​ຊົນລາວ​ທັງຫລາຍກໍຄື​ພີ່​ນ້ອງຊາວ​ລາວ​ຢູ່ຕ່າງປະເທດແລະ ​ເພື່ອນ​ມິດສາກົນໄດ້​ເອົາໃຈໃສ່ຕິດຕາມງານມະຫາກຳກິລາແຫ່ງຊາດ ຂອງ​ພວກ​ເຮົາ​ຄັ້ງນີ້ ​ແລະຕ່າງກໍມີຄວາມດີອົກດີໃຈ​ທີ່​ເຫັນ​ວ່າມະຫາກຳກິລາແຫ່ງຊາດຄັ້ງທີ VIII ຫລືຈຳປາສັກເກ​ມ ​ໄດ້​ດຳເນີນໄປໃນບັນຍາກາດແຫ່ງຄວາມເບີກບານ​ມ່ວນ​ຊື່ນ, ສາມັກຄີ, ​ແລະ ສ້າງສະຖິຕິໃຫມ່ຫລາຍອັນ ທີ່​ເປັນ​ຫນ້າປະທັບໃຈ, ສາມາດເວົ້າໄດ້ວ່າງານມະຫາກຳກິລາແຫ່ງຊາດ​ຄັ້ງນີ້ ​ໄດ້​ບັນລຸຜົນສຳເລັດຢ່າງຈົບງາມ.


65441.jpg
ພະນະທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຍັງ​ສະ​ແດງ​ຄວາມ​ຫວັງ​ວ່າ ທຸກ​ຄົນ​ຈະ​ເອົາ​ໃຈ​ໃສ່​ສະຫລຸບ​ຖອດ​ຖອນ​ບົດຮຽນ ​ແນ​ໃສ່​ເຮັດ​ໃຫ້​ຂະ​ບວນກິລາ​ຂອງ​ປະ​ເທດ​ເຮົາ ມີ​ບາດກ້າວ​ຂະ ຫຍາຍ​ຕົວ​ໃຫມ່ທີ່​ເດັ່ນ​ຊັດ, ​ໂດຍ​ສະ​ເພາະ​​ແມ່ນ​ຮຽກຮ​້ອງ​ໃຫ້​ບຸກຫນ້າ​ບືນ​ຕົວ​ຕື່ມ​ອີກ ​ເພື່ອ​ກະ ກຽມ​ໃຫ້​ດີ​ແກ່​ການ​ເປັນ​ເຈົ້າພາບ ງານ​ມະຫາ​ກຳ​ກິລາ​ຊີ​ເກ​ມ ຄັ້ງທີ 25 ທີ່ ສປປລາວ ຈະ​ເປັນ​ເຈົ້າພາບ ​ໃນ​ທ້າຍ​ປີ 2009 ນີ້.


ຫລັງ​ຈາກ​ນັ້ນ ​ເປັນ​ພິທີ​ມອບ​ທຸງກິລາ​​ແຫ່ງຊາດ ​ໃຫ້​ແກ່​ແຂວງ​ຫລວງ​ພະ​ບາງ ທີ່​ຈະ​ສືບຕໍ່​ເປັນ​ເຈົ້າພາບ ຄັ້ງຕໍ່​ໄປ ​ຫລື ຄັ້ງທີ IX ໃນ​ປີ 2011 ​ເຊິ່ງຂຶ້ນຮັບ​ໂດຍ​ທ່ານ ບຸນ​ເຮືອງ ດວງ​ພະຈັນ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ພັກ​ແຂວງ ​ເຈົ້າ​ແຂວງ ​ແຂວງ​ຫລວງ​ພະ​ບາງ.


ໂດຍ: ຄົນ​ຂ້າງສະຫນາມ



__________________
Light

Date:

ຂອບໃຈຫລາຍໆທີ່ເອົາຂ່າວມາຝາກຄິດຮອດບ້ານຫລາຍຢາກຮູ້ຜົນການແຂ່ງຂັນເປັນແນວໃດແນ່ພໍທີ່ສະຫລຸບໃຫ້ຮູ້ໄດ້ບໍ່ນໍໂດຍສະເພາະບານເຕະຫັ້ນແມ່ນທີມໃດໄດ້ແຊມນໍ


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard