Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທິບພະວົງ ຂັນຕິສາລີ ນາງສາວອາພອນລາວ 2008
Anonymous

Date:
ທິບພະວົງ ຂັນຕິສາລີ ນາງສາວອາພອນລາວ 2008




ຂ່າວ: ຈັນທະຫວິນ

   A10 ທິບພະວົງ ຂັນຕິສາລີ ຕົວແທນຈາກແຂວງຈຳປາສັກ ສາມາດຍາດເອົາລາງວັນນາງສາວອາພອນລາວ ປີ 2008 ມາຄອງ ໄດ້ ພ້ອມເງິນລາງວັນ 30 ລ້ານກີບ, ມົງກຸດປະດັບເພັດມູນຄ່າ 15 ລ້ານກີບ, ສາຍສະພາຍ ແລະ ຂອງລາງວັນອື່ນໆ. ສ່ວນຮອງອັນ ດັບຫນຶ່ງໄດ້ ແກ່ A9 ມະນີທິບ ຈຳປາສັກ ເປັນຕົວແທນຈາກແຂວງຈຳປາສັກເຊັ່ນດຽວກັນ ພ້ອມເງິນລາງວັນ 15 ລ້ານກີບ, ສາຍສະ ພາຍ ແລະ ຂອງລາງວັນອື່ນໆ,ຮອງອັນດັບສອງໄດ້ແກ່ A2 ສະຫລັກໃຈ ອຸດຕະນະລິດ ຕົວແທນຈາກນະຄອນຫລວງວຽງຈັນ.


  
ໃນຮອບ
5 ຄົນສຸດທ້າຍມີຫມາຍເລກ A 2 ນາງ ສະຫລັກໃຈ ອຸດຕະນະລິດຕົວແທນຈາກນະຄອນຫລວງວຽງຈັນ, A 8 ນາງ ກຸ ຫລາບ ແສງມະນີວັນ ຕົວແທນຈາກນະຄອນຫລວງ, A 9 ນາງມະນີທິບ ຈຳປາສັກ ຕົວແທນຈາກແຂວງຈຳປາສັກ, A10 ນາງທິບພະ ວົງ ຂັນຕິສາລີ ຕົວແທນຈາກແຂວງຈຳປາສັກ ແລະ A 16 ນາງດາລີນາ ລາດສະບຸດ.

ຜົນຂອງການປະກວດຜູ້ທີ່ສາມາດຄວ້າລາງວັນ ນາງສາວອາພອນລາວປີ
2008 ໄປຄອງໄດ້ແກ່ A 10 ດ້ວຍການຕອບຄຳຖາມສາມາດເອົາໃຈຂອງຄະນະກຳມະການ ແລະ ທັງເປັນຜູ້ ທີ່ມີຄວາມສາມາດຫລາຍດ້ານ. ປະຈຸບັນ ນາງ ທິບພະວົງ ຂັນຕິສາລີ ກຳລັງສຶກສາຢູ່ມະຫາວິທະຍາໄລຈຳປາສັກ ປີທີ 5 ຄະນະສຶກສາ ສາດພາກວິຊາຄູພາສາອັງກິດ ແລະ ກຳລັງຝຶກງານ ໂດຍການລົງສອນນັກຮຽນຕາມໂຮງຮຽນມັດທະຍົມ, ພ້ອມທັງເປັນນັກກີລາເທຄວັນ ໂດ ປະຈຳແຂວງຈຳປາສັກ ແລະ ໄດ້ຮັບຫລຽນຄຳຈາກການແຂ່ງຂັນກີລາເພື່ອການແລກປ່ຽນ ແລະສ້າງມິດຕະພາບທີ່ປະເທດໄທ ໃນປີ 2007, ໄດ້ເຂົ້າຮ່ວມໂຄງການທັດສະນະກັບໄວຫນຸ່ມອາຊຽນທີ່ປະເທດອິນເດຍ;

ສ່ວນຮອງອັນດັບຫນຶ່ງ
A 9 ເປັນຕົວແທນຈາກແຂວງ ຈຳປາສັກ ຈົບການສຶກສາມາຈາກໂຮງຮຽນມັດທະຍົມຫົວສຽວ, ຮອງອັນດັບສອງ A 2 ເປັນຕົວແທນຈາກນະຄອນຫລວງວຽງຈັນ, ສຶກ ສາຢູ່ມະຫາວິທະຍາໄລວິທະຍາສາດສຸຂະພາບການແພດປີ 5 ແລະ ຮອງອັນດັບສາມ A 8 ເປັນ ຕົວແທນຈາກນະຄອນຫລວງວຽງຈັນ, ສຶກສາຢູ່ມະຫາວິທະຍາໄລຄອມເຊັນເຕີປີ 2 ຄະນະບໍລິຫານທຸລະກິດ ແລະ A16 ຕົວແທນຈາກນະຄອນຫລວງວຽງຈັນ ສຶກສາຢູ່ມະຫາ ວິທະຍາໄລແຫ່ງຊາດຄະນະເສດຖະສາດ, ສ່ວນລາງວັນຂວັນໃຈມິດຕະພາບໄດ້ແກ່ຫມາຍເລກ A7 ພິດສະໄຫມ ມິດທະວົງ ຕົວແທນ ຈາກແຂວງຫລວງພະບາງ,ລາງວັນນາງສາວຂວັນໃຈສື່ມວນຊົນ A8 ແລະລາງວັນຂວັນໃຈປະຊາຊົນ A4 ດ້ວຍຄະແນນ 63.304 ເຊິ່ງ ເປັນຄະແນນສູງສຸດຈາກການໃຫ້ຄະແນນທົ່ວປະເທດ ແລະ ທັງສາມນ້ອງນາງສາວຈະໄດ້ຮັບເງິນລາງວັນຄົນລະ 5 ລ້ານກີບ ສາຍສະ ພາຍ ແລະ ລາງວັນອື່ນໆ.

ນອກນັ້ນນາງສາວທັງ
13 ຄົນຜູ້ທີ່ບໍ່ໄດ້ຜ່ານເຂົ້າຮອບຈະໄດ້ຮັບລາງວັນຊົມເຊີຍ 1 ລ້ານກີບພ້ອມຂອງລາງ ວັນອື່ນໆອີກ.


  
ຜ່ານການຄັດເລືອກຈາກ
300  ກວ່ານ້ອງນາງສາວທີ່ເປັນຕົວແທນ ນາງສາວຈາກທຸກແຂວງ ທົ່ວປະເທດແລ້ວຄັດເລືອກເອົາ 18 ນ້ອງ ນາງສາວໃນວັນທີ 20 ທັນວາ 2008 ເຊິ່ງເປັນຮອບຊີງຊະນະເລີດສູນກາງສະຫະພັນແມ່ຍິງລາວ ແລະ ບໍລິສັດ K&C ຈິ່ງໄດ້ຈັດງານ ປະກວດນາງສາວອາພອນລາວ 2008 ຂຶ້ນຢ່າງຍິ່ງໃຫຍ່ທີ່ ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ທ່ານ ຫມູນ ແກ້ວ ອໍລະບູນກຳມະການສູນກາງ ພັກ, ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ-ວັດທະນະທຳ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ແຂກທີ່ຖືກເຊີນ, ສື່ມວນຊົນທຸກພາກ ສ່ວນ ແລະ ບັນດາທ່ານຜູ້ຊົມທີ່ເຂົ້າຮ່ວມ.

Ecom



__________________
Anonymous

Date:

Thanks for information

I love it

__________________
Anonymous

Date:



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard