Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອາລົມດີ ວຽກງານກໍ່ດີ
Anonymous

Date:
ອາລົມດີ ວຽກງານກໍ່ດີ


Picture from Vientiane Mai ສຽງຫົວ​ ແລະ ​ຮອຍ​ຍີ້ມບໍ່ພຽງ​ແຕ່​ເຮັດ​ໃຫ້​ເຈົ້າອາລົມ​ດີ​ມັນ​ຍັງ​ເຮັດ​ໃຫ້ການ​ສື່ສານ​ໃນ​ການ​ເຮັດວຽກລາບ​ລື່ນ​ຂື້ນ ​ແລະ ​ເພີ່ມ​ຜົນງານ​ອີກ​ດວ້ຍ ​ແຕ່​ພຽງ​ໃຫ້​ແນ່​ໃຈ​ວ່າ​ເຈົ້າ​ໃຊ້​ອາລົມ​ຂັນ​ໃນ​ແບບ​ທີ​ເໝາະສົມ​ກັບ​ບັນຍາກາດ​ການ​ເຮັດ​ວຽກກໍ່​ພໍ.

             ຈາກ​ການ​ສຳ​ລວດ​ກຸ່ມ​ຜູ້​ບໍລິຫານ​ຂອງ Robert half  International  ພົບ​ວ່າ 91 ​ເປີ​ເຊັນ​ຂອງ​ຜູ້​ບໍລິຫານ​ເຫັນ​ວ່າ ອາລົມ​ດ​ີເປັນ​ສິ່ງ​ສຳຄັນ​ສຳລັບ​ຄວາມ​ກ້າວໜ້າ ທາງ​ອາຊີບ​ການ​ງານ ມັນ​ຊວ່ຍ​ເຈົ້າ​ໃນ​ຄວາມ​ປອ້ງດອງ ​ໃນ​ກຸ່ມ​ຄົນທີ​ຢູ່​ອ້ອມ​ຂ້າງ​ໂຕ​ທ່ານ ​ເຮັດ​ໃຫ້ການ​ສື່ສານ​ກັນ​ຢ່າງ​ເປີດ​ເຜີຍ ສ້າງບັນຍາກາດ​ການ​ເຮັດ​ວຽກ​ໃນ​ແງ່​ບວກ​ແລະ ​ຜອ່ນຄາຍ​ຄວາມຄຽດ​ເຖີງວ່າ​ມື້​ໃດ​ເຄັງ​ຄຽດກໍ່ຕາມ​ແຕ່​ແມ່ນ​ວ່າ​ອາ​ລົມຂັບ​ທຸກ​ຢ່າງ​ໄດ້​ຮັບ​ການ​ຍອມຮັບ​ໃນ​ສິ່ງ​ທີ​ເຮັດ​ວຽກອາລົມ​ດີ​ເໝາະສົມ​ກັບ​ການ​ເຮັດວຽກບໍ່​ແມ່ນ​ຕົກ​ຮ້າຍ​ແລ້ວ​ເຮັດ​ໃຫ້​ໃຜ​ບາງ​ຄົນ​ອັບອາຍ​ຕໍ່​ໄປ​ນີ້​ຄື​ເຄັດ​ລັບ​ບາງ​ຢ່າງ​ທີ​ຈະ​ເຮັດ​ໃຫ້​ທ່ານບໍ່​ໄດ້​ເຮັດຕະຫຼົກ​ແບບ​ງ່າຍໆ.

             ຢ່າ​ໃຊ້​ການ​ຕະຫຼົກ​ເຮັດ​ສຽດສີ ຕະຫຼອດ ຄົນ​ເຮົາ​ມັກ​ໃຊ້​ອາລົມ​ດີ  ​ເພື່ອ​ເປັນ​ວິທີ​ຢຽບຢາມ​ຄົນ​ອື່ນ​ແບບ​ອ້ອມ​ຄອມ​ເຊັ່ນ “ ບໍ່​ເຊື່ອ​ເລີຍ​ວ່າ​ເຈົ້າ​ຈະ​ມາ​ຕົງ​ເວລາ​ໄດ້ ມີ​ໂອກາດ​ພິ​ເສດ​ອີ່​ຫຍັງ​ບໍ່”  ການສຽດສີ​ບໍ່​ແມ່ນ​ຄວາມ​ຄິດ​ທີ​ດີ​ເທົ່າ​ໃດ ​ເພາະ​ສະນັ້ນ​ເກັບ​ຄຳ​ເວົ້າ​ນີ້​ໄວກັບ​ຕົວ​ເອງ​ຄົນ​ດຽວກໍ່​ພໍ.

             ໃຊ້​ໂຕ​ເອງ​ເຮັດຕະລົກ: ​ເອົາ​ເລີຍ​ເວົ້າຕະຫຼົກ​ເຖີງຈຸດ​ອ່ອນ​ຂອງ​ໂຕ​ເອງ​ການ​​ເຮັັດ​ແນວ​ນັ້ນ​ເຮັດ​ໃຫ້​ຄົນ​ອື່ນ​ສະບາຍ​ໃຈ​ເວລາ​ຢູ່​ກັບ​ເຈົ້າ​ແລ້ວ​ເຈົ້າ​ກໍ່​ບໍ່​ສຽ່ງກັບ​ການ​​ເຮັດ​ໃຫ້​​ໃຜເຄືອງ  ຫຼືການ​ໃຊ້​ເຂົາຫຼື​ລາວມາ​ເປັນ​ປະ​ເດັນ​ໃນ​ການ​ເວົ້າຕະຫຼົກ ຕົວຢ່າງ​ຄື ຖ້າ​ເຈົ້າ​ສະດຸດ​ລົ້ມ​ໃນ​ການ​ໄປສະ​ເໜີວຽກລອງ​ເວົ້າວ່າ “ ​ຂ້ອຍ​ຫວັງ​ວ່າ​ເຈົ້າ​ຈະ​ມັກ​ໄອ​ເ​ດຍຂ້ອຍ​ຈົນ​ຫົວ​ປັກ​ຫົວ​ປ້ຳ​ຄືຂ້ອຍ​ເນາະ” ມັນ​ຈະ​ຊວ່ຍ​ເຮັດ​ໃຫ້​ສະຖານະ​ການໜ້າອຶດ​ອັດ​ຜອ່ນຄາຍ​ລົງ ພຽງ​ໃຫ້​ແນ​ໃຈ​ວ່າ​ຄຳ​ເວົ້າ​ຂອງ​​ທ່ານ​ເປັນ​ໄປ​ແບບ​ສະບາຍ​ເພື່ອ​ທີ​ເພື່ອນ​ຮວ່ມງານ​ຈະ​ໄດ້​ບໍ່​ຄິດ​ວ່າ ຄວນ​ຈະ​ພະຍາຍາມ​ເຮັດ​ຕະຫຼົກ ຂອງ​ທ່ານ​ເປັນ​ການ​ຂໍ​ຄວາມ​ຊວ່ຍ​ເຫຼືອ.

             ຫົວ​ມ່ວນໄປ​ກັບ​ຄົນ​ອື່ນ: ​ເຈົ້າສາມາດ​ຖືກ​ເບິ່ງ ວ່າ​ເປັນ​ຄົນ​ມີ​ອາລົມ​ດີ ​ໄດ້​ໂດຍ​ບໍ່​ຕອ້ງ​ໄດ້​ເລົ່າ​ເລື່ອ​ງຕະຫຼົກ ​ແຕ່​ປັບ​ໂຕ​ໃຫ້​ເຂົາ​ອາລົມ​ດີ ຂອງ​ທ່ານ​ທີ​ຢູ່​ຮອບ​ໂຕ​ທ່ານ ແລະ ມ່ວນ​ໄປ​ກັບ​ເຂົາ​ພອ້ມ.

             ເກັບ​ເລື່ອ​ງຂຳ​ຂັນ : ​ທ່ານ​ສ້າງ​ໄຟ​ເກັບ​ໂຄງ​ການຫຼາຍຢ່າງ ທີ​ທ່ານ​ຕອ້ງ​ເຮັດ ​ແລ້ວ​ເປັນ​ຫຍັງບໍ່​ສ້າງ​ໄຟ​ສຳລັບ​ເກັບ​ເລື່ອ​ງຕະຫຼົກ​ເບິ່ງ​ແນ່ ​ລອງ​ເກັບ​ເລື່ອງກາ​ຕຸ​ນມ່ວນໆ ທີ​ເໝາະກັບ​ສະຖານ​ທີ​ເຮັດ​ວຽກ​ໃນ​ຄວາມ​ຕະຫຼົກ ​ໃນໜັງສື ຫຼືອີ່​ຫຍັງ​ກໍ່​ໄດ້​ທີ​ເຮັດ​ໃຫ້​ທ່ານຕະຫຼົກ​ເອົາ​ໄວ້​ໃນ​ເມື່ອ​ໃດ​ເພື່ອນ​ຮວ່ມງານ​ຂອງ​ທ່ານເມື່ອຍ​ຄຽດຈາກ​ການ​ເຮັດ​ວຽກ ​ທ່ານກໍ່​ສາມາດ​ເຮັດ​ໃຫ້​ເຂົາ ​ແລະ​ ລາວ​ປະຫຼາດ​ໃຈ​ໄດ້​ດວ້ຍ​ເລືອ​ງຕ່າງໆທີ​ທ່ານ​ເກັບ​ເອົາ​ໄວ້​ແຕ່​ຢ່າງ​ເກັບ​ເລື່ອ​ງທີ​ອາດ​ເຮັດ​ໃຫ້​ຄົນ​ອື່ນ​ສັບສົນ​ໃຈ​ຫຼືບໍ່​ມີ​ລົດ​ສະ​ນິຍົມ​ໄວ້ກໍ່​ພໍ.

             ຕັ້ງຂະນະ​ກຳມະການ​ອາລົມ​ດີ: ​ເຊີນ​ເພື່ອນ​ຮວ່ມງານ​ມາ​ເພີ່ມ​ຄວາມ​ສະນຸກ​ສະໜານ​ໃຫ້​ແກ່​ບອ່ນ​ເຮັດ​ວຽກຄື ຈັດ​ງານ​ປາ​ຕີ້​ມ່ວນໆ​ໃນ​ຕອນ​ສວຍ ​ແຕ່​ຕອ້ງປຶກສາ​ແຜນ ຫຼື ຝ່າຍ​ບໍ​ລິ​ຫານ​ເພື່ອ​ໃຫ້​ເຈົ້າ​ໄດ້​ຮັບ​ອານຸຍາດ​ກອ່ນລົງມື​ເຮັດ.

             ຖ່າຍຮູບ​ຕອນ​ມ່ວນໆ: ຕັ້ງ​ກອ້ງ​ເອົາ​ໄວ້​ໃກ້​ມື ​ເພື່ອ​ເກັບ​ພາບພິລຸດໆ ຂອງ​ທ່ານ ແລະ ໝູ່​ເພື່ອນ​ຮວ່ມງານ ​ແລ້ວ​ກໍ່​ເອົາ​ໄປ​ຕິດ​ບອດຂອງ​ບອ່ນ​ເຮັດ​ວຽກ ພາບ​ລັກ​ຖ່າຍ​ຂອງ​ແຕ່ລະຄົນ​ທີ​ບໍ່​ໄດ້​ຕັ້​ງ​ໃຈ ຈະ​ເຮັດ​ໃຫ້​ທຸກ​ຄົນ​ອາລົມ​ດີ​ຂື້ນ​ໄດ້.


__________________
Anonymous

Date:

I dont think the last passage is good idea to do... it is quite embarrassing... 

  This must have been translated from Thai Magazine... some works some doesnt work

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard