Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ພົບບໍ່ນ້ຳມັນ ທີ່ເມືອງພີນ !!
Anonymous

Date:
ພົບບໍ່ນ້ຳມັນ ທີ່ເມືອງພີນ !!


ພົບບໍ່ນ້ຳມັນ ທີ່ເມືອງພີນ

ໂດຍ ໄຊຊະນະ ທານາດາບຸຕຣ໌

ການຄົ້ນພົບບໍ່ນ້ຳມັນທີ່ເມືອງພີນ ແຂວງ  ສະຫວັນນະເຂດ ສ້າງຄວາມຫວັງໃຫ້ແກ່   ສປປ ລາວ (ພາບ: Reuters) 


ການຄົ້ນພົບບໍ່ນ້ຳມັນທີ່ເມືອງພີນ ແຂວງ ສະຫວັນນະເຂດ ສ້າງຄວາມຫວັງໃຫ້ແກ່ ສປປ ລາວ (ພາບ: Reuters)  ການຄົ້ນພົບບໍ່ນໍ້ມັນທີ່ເມືອງພີນ ແຂວງສະຫວັນນະເຂດ ສ້າງຄວາມຫວັງໃຫ້ແກ່ ສ
ປປ ລາວ ໃນການ ທີ່ຈະສາມາດແກ້ໄຂ ປັນຫາລາຄານ້ຳມັນແພງໄດ້ ພ້ອມດຽວ
ກັນກໍຍັງຈະເຮັດໃຫ້ສາມາດລົດຜ່ອນການ ຂາດດຸນການຄ້ານຳດ້ວຍ ຊຶ່ງມີການສັ່ງ
ເຂົ້ານ້ຳມັນດິຍຈາກຕ່າງປະເທດເປັນນ້ຳໜັກຖ່ວງດຶງທີ່ສຳຄັນ

ການຄົ້ນພົບບໍ່ນ້ຳມັນທີ່ເມືອງພີນ ແຂວງສະຫວັນນະເຂດດັ່ງກ່າວ ໄດ້ຮັບການເປີດເຜີຍ
ອອກໂດຍ "ສຳນັກຂ່າວສານປະເທດລາວ" ໂດຍອ້າງອີງກະແສຂ່າວຈາກ ທ່ານພອນ
ແກ້ວ ພຸດທະປະຍາລັດ ຫົວໜ້າຝ່າຍພະລັງງານ ແລະ ບໍ່ແຮ່ ປະຈຳແຂວງສະຫວັນ
ນະເຂດ ລາຍງານຂ່າວແຈ້ງອີກວ່າ ບໍລິສັດທີ່ທຳການຊອກຄົ້ນແລະພົບບໍ່ນ້ຳມັນ "ທີ່ມີຄຸນນະ
ພາບສູງ" ທີ່ເມືອງພີນຄັ້ງນີ້ ແມ່ນບໍລິສັດຈາກປະເທດອງັກິດ ຄື ບໍລິສັດ "England
Survey Company" ທີ່ໄດ້ດຳເນີນການສຳຫລວດເມື່ອເດືນກໍລະກົດ ປີ 2008

ຢ່າງໃດກໍຕາມ "ຂ່າວສານປະເທດລາວ" ກໍໄດ້ລາຍງານວ່າ ການຂຸດເຈາະຍັງບໍ່ທັນ
ໄດ້ລົງມືເທື່ອໃນເວລານີ້ ອັນເນື່ອງມາຈາກຕ້ອງຄອຍຖ້າອຸບປະກອນການຂຸດເຈາະ
ທີ່ຕ້ອງສັ່ງມາຈາກແອຟຣິກກາ ສ່ວນອຸບປະກອນທີ່ສັ່ງມາຈາກວຽດນາມນັ້ນ ສາມາດໃຊ້ຂຸດເຈາະໄດ້ສະເພາະບໍ່ນ້ຳ
ມັນໃນທະເລເທົ່ານັ້ນ ບໍ່ສາມາດນຳໃຊ້ເພື່ອການຂຸດເຈາະໃນລາວທີ່ເປັນບໍ່ໃນດິນໄດ້

ຕົວເລກສະຖິຕິຂອງກະຊວງອຸດສະຫະກຳແລະການຄ້າຂອງລາວ ແຈ້ງໃຫ້ຮູ້ວ່າ ສປປ
ລາວ ສັ່ງນ້ຳມັນ າກຕ່າງປະເທດມາໃຊ້ເຖິງ 100% ອັນເນື່ອງມາຈາກຈົນຮອດດຽວ
ນີ້ ລາວຍັງບໍ່ທັນສາມາດຜະຫລິດແລະກັ່ນນ້ຳມັນໄດ້ດ້ວຍຕົນເອງ ດັ່ງນັ້ນໃນເມື່ອລາ
ຄານ້ຳມັນດິບໃນຕະຫລາດໂລກມີລາຄາແພງ ຈຶ່ງທຳ ຫ້ກະທົບໄປທົ່ວຂົງເຂດເສດຖະ
ກິດຂອງປະເທດ ເມື່ອມີການຄົ້ນພົບບໍ່ນ້ຳມັນທີ່ເມືອງພີນຄັ້ງນີ້ ລ້ວ ຈຶ່ງເປັນການສ້າງຄວາມຫວັງໃໝ່ໃຫ້
ແກ່ ສປປ ລາວ ໃນການທີ່ຈະແກ້ໄຂປັນຫາພະລັງງານແລະລົດຜ່ອນການຂາດດຸນການ
ຄ້າໄດ້ພໍສົມຄວນ



__________________
Anonymous

Date:

ກະແມ່ນແທ້ຫວາ?awwຄັນມີແບບນີ້ກະດີຕັວະ

__________________
Anonymous

Date:

oh ....so nice for Laos PDR ...now I'm studying in China ...

__________________
Anonymous

Date:

D nor mi nam mun sai pen kong tua eng , tea yah hai khon English ao pai beb ( bor kham Xe pon ) der ....jung man xia dea ....ao kham hai khon euan free 2 ....disbeliefdisbeliefdisbeliefdisbeliefnononono
 from : Laos student study in China

__________________


Newbie

Status: Offline
Posts: 1
Date:

ຄັກເນາະ....ບ້ານເຮົາກະມີບໍ່ນຳ້ມັນເປັຂອງຕົວເອງແລ້ວ..:)

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard