Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເກາະຕິດບັນຍາກາດ ຈໍາປາສັກເກມ
Anonymous

Date:
ເກາະຕິດບັນຍາກາດ ຈໍາປາສັກເກມ


ຜ່ານ​ພົ້ນ​ໄປ​ແລ້ວ ​ເປັນ​ມື້ທີ 4 ສຳລັບງານ​ມະຫາ​ກຳ ຈຳປາ​ສັກ ​ເກ​ມ ຫລາຍ​ຫລຽນ​ຄຳ ຖືກ​ຍາດ​ແຍ່ງ​ກັນ​ຢ່າງ​ສະຫນຸກ​ຕື່ນ​ເຕັ້ນ ​ໂດຍ​ສະ​ເພາະ​ແຂວງ​ເຈົ້າພາບ ມາ​ແຮງ​ປານ​ກັບ ນ້ຳມັນ​ຊຸບ​ເປ​ີ້ແອັດ​ຊັງ ​ມາ​ຮອດ​ຊົ່ວ​ໂມງ​ນີ້ ​ກວາດ​ໄປ​ແລ້ວ​ກວ່າ 20 ຫລຽນ​ຄຳ ຈົນ​ເຮັດ​ໃຫ້​ແຊ໋ມ​ເກົ່າ 7 ສະ​ໄຫມ ​​ເຊັ່ນ: ນະຄອນ​ຫລວງ​ວຽງ​ຈັນໄດ້​ແຕ່​ຢືນ​​ແກ່ວ​ງຫົວ ​ແລະ ເປົ່າ​ປາກບອກ​ວ່າ   “​ແຊ໋ມສະ​ໄຫມ​ນີ້ ຄົງ​ຈະ​ຫລຸດ​ມື​ແນ່ນອນ!” ​ເພາະວ່າ​ຍ່າງ​ເຂົ້າ​ມື້ທີ 5 ​ແລ້ວ ນະຄອນຫລວງ ຫາ​ກໍ​ໄດ້​ມາ​ພຽງ 4 ຫລຽນ​ຄຳ ຍ່າງຕາມ​ຫລັງ​ທັງ​ບໍລິ​ຄຳ​ໄຊ ທີ່​ເອົາ​ໄປ​ແລ້ວ​ເຖິງ 10 ກວ່າຫລຽນຄຳ ​ແລະ ​ທະນາຄານ ສປປລາວ 4 ຫລຽນ​ຄຳ. ​ແຕ່​ແນວ​ໃດ​ກໍ​ຕາມ, ທີ​ມງານຂອງ​ເພິ່ນບາງ​ຄົນ ​ກໍ​ປອບ​ໃຈ​ຕົນ​ເອງ​ວ່າ      “​ເປັນ​ທຳ​ມະ​ດາ ນ້ຳມັນ​ກາ​ຊວນ ​ເຄື່ອງມັນ​ຮ້ອນ​ຊ້າ ວ່າ​ຊັ້ນ! ​ແນວ​ໃດ​ກະ​ຢາກ​ໃຫ້ຂ້ຽວ​ເລັ່ງ ຂ້ຽວ​ຮ້ອນ​ແດ່​ກໍ​ດີ​ເນາະ ​ເພາະ​​ໄລຍະນີ້ອາກາດ​ມັນ​ຫນາວ​ ຢ້ານ​ແຕ່​ເຄື່ອງ​ມັນ​ຈະບໍ່​ຕິດ ຫລື ຕິດ​ຊ້າ​ເກີນ​ເວລາ​ອັນ​ຄວນ ຊັ້ນຫນາ?


cerebrat11.jpgເຖິງ​ຈະ​ເປັນຄັ້ງທີ VIII ​ແລ້ວ​ກໍ​ຕາມ​ ສຳລັບ​ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ, ​ແຕ່ວ່າ ຫລາຍສິ່ງ​ຫລາຍ​ຢ່າງ​ຍັງ​ຕ້ອງ​ສຶກສາ ​ແລະ ຖອດ​ຖອນ​ບົດຮຽນ​ກັນ​ອີກ​ຕໍ່​ໄປ. ພິທີ​ເປີດ ງານ​ຈຳປາ​ສັກ ​ເກມ ຄັ້ງນີ້ ​​ເຖິງ​ວ່າ​ຈະໄດ້​ຮັບ​ຄຳ​ຍ້ອງຍໍ​ຊົມ​ເຊີຍ ​ຈາກ​ພໍ່​ແມ່​ປະຊາຊົນ ທົ່ວ​ປະ​ເທດ​ພໍ​ສົມຄວນ ຫລັງ​ຈາກ​ໄດ້​ຊົມ​ການຖ່າຍ​ທອດ​ສົດ ທາງ​ໂທລະພາບ​ແຫ່ງ​ຊາດ ​ໂດຍ​ສະ​ເພາະພີ່ນ້ອງ​ຊາວ​​ແຂວງ​ຈຳປາສັກ ທີ່​ຕ້ອງ​ຈົດ​ຈຳ​ໄປ​ອີກ​ດົນ ກັບ​ພາບ​ແຫ່ງ​ຄວາມ​ປະ​ທັບ​ໃຈ ທັງຫລາຍ​ທັງ​ປວງ​ໃນ​ຄັ້ງນີ້ ​ແຕ່ກໍ​ມີ​ຫລາຍ​ເຫດການ​ທີ່​ຖືກຖາມ​ຫາ ​ແລະ ​ໃຫ້​ເວົ້າ​ເຖິງ. ຮື​ຮາ​ທີ່​ສຸດຕ້ອງ​ຍົກ​ໃຫ້ບັນຫາ ນັກ​ກິ ລານຳ​ເຂົ້າ!” ​ທີ່​ຫລາຍ​ພາກສ່ວນສົງ​ໃສ ​ແລະ ທັກ​ທ້ວງ​ແຂວງ​ເຈົ້າພາບ​ວ່າ ​ນຳ​​ເຂົ້ານັກ​ກິລາ​ຕ່າງ​ຊາດ ​​​ເຊິ່ງຖ້າ​ຫາກ​ເປັນຄວາມ​ຈິງ ກໍ​ຈະຜິດ​ຕໍ່ກົດ​ລະບຽບ​ການ​ແຂ່ງຂັນ. ​ແຕ່?ຫລັງ​ການກວດ​ສອບ ກໍ​ປ​າກົດ​ວ່າ “​ບໍ່​ເປັນຄວາມ​ຈິງ!” ກຳມະການ​ຝ່າຍ​ເຕັກນິກ ຈັດການ​ແຂ່ງຂັນ​ຢືນຢັນ​ວ່າ ນັກ​ກິລາ​ທຸກ​ຄົນ ທີ່​ອະນຸຍາດ​ໃຫ້ລົງ​ແຂ່ງ ​ແມ່ນ​ຖືກຕ້ອງລະບຽບ​ຂັ້ນຕອນ​ທຸກ​ຢ່າງ. ອັນ​ທີ່​ວ່າ​ແປກຫູ​ແປກ​ຕານັກ​ກິລາ​ຈຳປາ​ສັກ ນັ້ນ ກໍ​ຍ້ອນ​ເພິ່ນ​ເອົາ​ໄປ​ເຊື່​ອງ​ເກັບ​ໂຕ​ຢູ່​ຕາມປະ​ເທດ​ອ້ອມ​ແອ້ມ ວ່າ​ຊັ້ນ! ​(ສົງ​ໃສ​ຄຳ​ເວົ້າ​ກໍ​ອາດ​ຈະ​ຜິດ​ພ້ຽນ​ໄປ​ແດ່​ເນາະ!) ​ແຕ່ສຸດ​ທ້າຍ​ກໍ​ບໍ່​ມີ​ຫຍັງ​ໃນ​ກໍ່​ໄຜ່! ຈຳປາ​ສັກ ​ເກ​ມ ຍັງ​ດຳ​ເນີນ​ໄປ​ຢ່າງ​ຄຶກຄື້ນ ຕາມ​ເດີມ!


?ຫລາຍຄົນ ຫລາຍ​ທ່ານ ທີ່​ມີ​ໂອກາດ​ລົງ​ມາ​ຈຳປາ​ສັກ ​ໄລຍະ​ນີ້ ​ໂດຍ​ສະ​ເພາະ​ມື້​ເປີດ​ການ​ແຂ່ງຂັນ ຕ້ອງ​ຫນັກ​​ໃຈ​ສົມຄວນ​ກັບການ​ເລາະ​ຫາ​ໂຮງ​ແຮມ​ບ້າ​ນພັກ ​ເພາະວ່າ​ຢູ່​ໃສ​ກໍເຕັມ​ອື້ຕື້. ຈົນ​ຕ້ອງ​ໄປ​ຊອກ​ຫາ​ພີ່​ຫາ​ນ້ອງ ​ເພື່ອ​ຂໍ​ພັກ​ອາ​ໃສ. ​ແຕ່​ກໍ​ບໍ່​ມີ​ບັນຫາ ​ເພາະຮູ້​ທັງ​ຮູ້​ວ່າ ພີ່ນ້ອງ​ໄທ​ໃຕ້​ເຮົາ ​ໃຈ​ໃຫຍ່ກວ່າ​ຄອນ​ພະ​ເພັງອີກ!” ວ່າ​ຊັ້ນ! ​ແຕ່ທີ່​ຕ້ອງ​ຕົບມື​ໃຫ້ ກໍ​ຄື​ການ​ຄວບ​ຄຸມ​ລາຄາ​ສິນຄ້າ ​ເຫັນ​ວ່າ​ເຮັດ​ໄດ້​ດີ ​ໂດຍ​ສະ​ເພາະ​ອາຫານ​ການ​ກິນ ຖື​ວ່າ​ໂອ​ເຄ. ​ເຝີ​ຖ້ວຍ​ໃຫຍ່ 15.000 ກີບ ຖ້ວຍ​ນ້ອຍ 12.000 ກີບ. ຖ້າ​ຢາກ​ປະຢັດ​ແດ່ ກໍ​ຍ່າງ​ເຂົ້າ​ຕະຫລາດສົດດາວ​ເຮືອງ ຫາ​ກິນ​ໄດ້​ຢ່າງ​ຈຸ​ໃຈ ​ເອົາ​ຕັ້ງ​ແຕ່​ຊຸບ​ໜໍ່​ໄມ້ ​ໄປ​ເຖິງ​ພິດ​ຊາ ກໍ​ມີ. ນອກຈາກ​ນັ້ນ ລາຄາ​ລົດ​ສາມ​ລໍ້, ຕຸກໆ ຫລື ຈຳ​ໂບ້ ກໍ​ປະຕິບັດ​ຕາມ​ລາຄາ​ທີ່​ທາງ​ການ​ເພິ່ນ​ກຳນົດ​ໃຫ້. ຂໍ​ຊົມ​ເຊີຍ! ​ແລະ ສືບຕໍ່!


ຖ້າ​ຢາກ​ສຳຜັດ​ກັບ​ບັນຍາກາດ ທຳ​ມະ​ຊາດໆ ​ແລະ ​ເປັນກັນ​ເອງ, ​​​ໂດຍ​ສະ​ເພາະ ຍາມ​ຕາ​ເວັນ​ຕົກ​ດິນ ແນະນຳ​ໃຫ້​ໄປ​ນັ່ງ​ຈິບ​ເບຍ​ລາວ ​ເບຍ​ຂອງ​ຄົນ​ລາວ​ ຄົນ​ຈິງ​ໃຈ, ຟັງ​ລຳ​ກອນ, ລຳ​ເຕີ້ຍ?ສາລະພັດ​ລຳພື້ນບ້ານ ​ພຽງ​ແຕ່​ຂີ່​ລົດ​ຂ້າມ​ຂົວ​ໄປ​​ທາງເມືອງ​ໂພນ​ທອງ ຫວິດສົ້ນ​ຂົວ ກໍ​ຈະ​ເຫັນ​ປ້າຍ​ທັນທີ ຮ້ານ​ອາຫານ ລະບຽງ​ພູ   ຮ້ານ​ອາຫານ 1 ​ໃນ 5 ທີ່​ໄດ້​ຖືກຮັບຮອງ​​ເປັນ​ຮ້ານ​ອາຫານ​ວັດທະນະທຳ ​ໃນ​ທົ່ວ​ປະ​ເທດ ຮັບຮອງ​ວ່າບັນຍາກາດ​ແບບ​ນີ້ ​ໃຜ​ໄດ້​ໄປ​ສຳຜັດຕ້ອງ​ປະ​ທັບ​ໃຈອາ​ຫລີ!


ເນື່ອງ​ຈາກ​ກອງ​ເລ​ຂາ ຕັ້ງຢູ່​ຫ່າງ​ໄກ​ຈາກ​ສະຫນາມ​ໃຫຍ່ ​ເຊິ່ງ​ເປັນ​ຖານ​ທັບ​ກອງກຳລັງ ສື່​ມວນ​ຊົນ​ພວກ​ເຮົາ ບໍ່​ວ່າ​ຈະ​ເປັນ​ສູນ​ຂ່າວ, ສູນ​ຖ່າຍ​ທອດ​ສົດ​ທາງ​ໂທລະພາບ ​ແລະ ວິ​ທະ​ຍຸ ຈຶ່ງ​ເຮັດ​ໃຫ້ການ​ຕິດຕໍ່​ປະສານ​ງານ ​ໂດຍ​ສະ​ເພາະ​ການ​ສະຫລຸບ​ຫລຽນ​ປະຈຳ​ວັນ ຢ່າງ​ເປັນ​ທາງ​ການ ຈຶ່ງ​ຊັກ​ຊ້າ. ຍິ່ງ​ໄປ​ກວ່າ​ນັ້ນ ​ເຄື່ອງມື​ສື່ສານ​ (​ແຟ໋ກ) ຂອງ​ຄະນະ​ກຳມະການ​ເຕັກນິກ ກໍ​ປາກົດ​ວ່າ ມີ​ບັນຫາ. ດັ່ງນັ້ນ, ກອງທັບ​ນັກ​ຂ່າວ ກໍ​ຕ້ອງນຳ​ໃຊ້​ຄຳ​ວ່າ ອັດຕະຮິ ອັດຕະ​ໂນ​ນາ​ໂຖ ຫລື ຕົນ​ເປັນ​ທີ່​ເພິ່ງຂອງ​ຕົນ​ແລະ ຕ້ອງ​​ແບ່ງປັນ​ກຳລັງກັນ ​ເພື່ອ​ໄປ​ເກັບ​ຜົນ​ຫລ້າ​ສຸດ ​ແລະ ອັບ​ເດດ​ກັນ​ເອົາ​ເອງ ​ຈຶ່ງ​ເຮັດ​ໃຫ້​ຜົນ​ສະຫລຸບ​ຫລຽນ ຂອງ​ສື່​ແຕ່​ລະ​ສຳນັກ ອາດ​ຈະ​ບໍ່​ກົງກັນ ຄວາມ​ໄວ-ຊ້າ ຂຶ້ນກັບ​ການ​ປິດ​ຂ່າວ ຂອງ​ແຕ່​ລະ​ສຳນັກ​ໃຜລາວ.


dsc_0348.jpgສ່ວນ​ຫ້ອງປະຕິບັດ​ງານ ​​ໃນສູນຂ່າວ​ພວກ​ເຮົາ ​ເຖິງ​ວ່າ​ຈະຄັບ​ແຄບ​ໄປ​ແດ່ ​ແຕ່​ການ​ເຮັດ​ວຽກ​ແບບ​ລວມການສະ​ເພາະ​ກິດ ກໍ​ຄື​ການ​ແຊ​ໄອ​ເດຍນຳ​ກັນ ກໍ​ເຮັດ​ໃຫ້ສູນ​ຂ່າວ​ພວກ​ເຮົາ ປະ ສົບ​ຜົນສຳ​ເລັດ​ພໍ​ສົມຄວນ ​​ໂດຍ​ສະ​ເພາະ​ການ​ສະຫລຸບ​ຫລຽນ​ທີ່​ວ່ອງ​ໄວ ແມ່ນ​ແຕ່​ໂຄສົກ​ສະ ຫນາມ ຫລື ຄະນະກິລາ​ຫລາຍ​ພາກສ່ວນ ກໍ​ໄດ້​ອາ​ໄສ​ສູນ​ຂ່າວ​ພວກ​ເຮົາ ​ເພື່ອ​ຕິດຕາມ​ຫລຽນ​ປະຈຳ​ວັນ.


ເຫລືອອີກ​ພຽງຫນຶ່ງ​ສັບປະດາ​ເທົ່າ​ນັ້ນ, ຈຳປາ​ສັກ ​ເກ​ມ ກໍ​ຈະ​ໂບກ​ມື​ອຳ​ລາ​ກັນ​ແລ້ວ, ​​ເຫັນ​ໃຈ​ແຕ່ນັກຂ່າວ ​ເອີ​ຫລົງ! (ນັກ​ກິລາ​) ຫນຸ່ມໆ​-ສາວໆ ທີ່​ມາ​ຈາກ​ທຸກ​ສາລະ​ທິດ ​​ໃນ​ທົ່ວ​ປະ​ເທດ ຫາ​ກໍໄດ້​ມາ​ຮູ້ຈັກ​ຮັກ​ແພງ​ກັນ​ໃນ​ງານ​ຄັ້ງນີ້ ​ແຕກໍ​ຕ້ອງຈະ​ມາ​ລາ​ຈາກ​ກັນສາ​ແລ້ວ. ​ແຕ່​ກໍ​ບໍ່​ເປັນ​ຫຍັງ ​ເພາະຍຸກ​ນີ້​ເປັນ​ຍຸກ​ໄອ​ທີ​ແລ້ວ?​ຂໍ​​​ໄດ້​ພຽງ​ເບີໂທລະສັບ, ອີ​ເມລ ກໍ​ເປັນ​ວ່າ​ ໂລກນີ້ມັນ​ກໍ​ບໍ່​ກວ້າງ​ດັ່ງ​ທີ່​ຄິດ?ອັນ​ແຫລະ!

ພົບ​ກັນ​ໃຫມ່


ຄົນ​ຂ້າງ​ສະຫນາມ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard