Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: Ting Phylavanh ມາໃນຮູບໂສມໃຫມ່
Anonymous

Date:
Ting Phylavanh ມາໃນຮູບໂສມໃຫມ່




ຫລັງຈາກທີ່ໄດ້ເປີດພິທີການໂຄສະນາປຸກລະດົມຈິດສຳນຶກກ່ຽວກັບສຸຂະພິບານຢ່າງເປັນທາງການໃນຄ່ຳຄືນຂອງວັນທີ
12 ທັນວາ ຜ່ານມາທີ່ຫໍວັດທະນະທຳແຫ່ງຊາດ ການຈັດງານນີ້ຂຶ້ນມາກໍ່ເພື່ອເປັນການເຜີຍແຜ່ໃຫ້ທຸກຄົນໄດ້ຮູ້ຈັກກັບການຮັກສາຄວາມສະອາດຫ້ອງ ນ້ຳພາຍໃຕ້ຄຳຂວັນ"ຕົວເມືອງສິວິໄລຄົນທັນສະໄຫມໃສ່ໃຈຄວາມສະອາດ" ເຊິ່ງງານດັ່ງກ່າວຈັດຂຶ້ນໂດຍກົມເຄຫາ ແລະ ຜັງເມືອງ, ກະ ຊວງໂຍທາທິການ ແລະ ຂົນສົ່ງ

ຮູບແບບຂອງງານ "ຕິ່ງ" ໃນນາມຕົວແທນຄວາມສະອາດ ແມ່ນຈະໄດ້ລົງເຄື່ອນໄຫວເຜີຍແຜ່ປຸກລະດົມໃຫ້ທຸກຄົນຫັນມາໃສ່ໃຈຮັກ ສາຄວາມສະອາດຫ້ອງນ້ຳໂດຍຈະລົງເຜີຍແຜ່ຕາມສະຖາບັນຕ່າງໆໃນນະຄອນຫລວງວຽງຈັນ ແລະ ທຸກຄັ້ງທີ່ລົງໄປກໍ່ຈະມີຕົວສັນຍາລັກ ຂອງຄວາມສະອາດ ເຊິ່ງຮູບຮ່າງຫນ້າຕາຂອງມັນມີດັ່ງນີ້: ສ່ວນຫົວຈະເປັນກໍ້ເຈ້ຍອະນາໄມສີບົວ ທີ່ມີແຕ່ຮອຍຍິ້ມອັນສົດໃສ
, ສ່ວນຕົວ ເປັນອ່າງນ້ຳລ້າງມືສີຂາວ, ສ່ວນແຂນ ແລະ ຂາເປັນທໍ່ນ້ຳສີຟ້າໃສ່ຖົງມືສີເຫລືອງມືຊ້າຍຈັບໄມ້ຖູເຮືອນ, ມືຂວາຈັບສະບູ ແລະ ໃສ່ເກີບ ໂບກສີແດງ ເຊິ່ງທັງຫມົດນັ້ນແມ່ນອຸປະກອນເຄື່ອງໃຊ້ທີ່ຈຳເປັນ ແລະ ຂາດບໍ່ໄດ້ສຳລັບຫ້ອງນ້ຳທີ່ສະອາດ.

  
ທັງຕິ່ງ ແລະ ຕົວສັນຍາລັກຈະໄປຮ່ວມເຮັດກິດຈະກຳກັບນ້ອງໆນັກຮຽນ
-ນັກສຶກສາຢູ່ຕາມສະຖານທີ່ຕ່າງໆ ໂດຍຈະເລີ່ມຕົ້ນເຮັດກິດ ຈະກຳນີ້ທີ່ໂຮງຮຽນມັດທະຍົມສົມບູນວຽງຈັນ ໃນລະຫວ່າງວັນທີ 9-10 ມັງກອນ 2009 ຕໍ່ມາທີ່ໂຮງຮຽນມັດທະຍົມສົມບູນຫນອງບອນ 16-17 ມັງກອນ 2009 ສວ່ນ 29-30 ມັງກອນ 2009ທີ່ມະຫາວິທະຍາໄລແຫ່ງຊາດ, ຍັງບໍ່ຫມົດມາຕໍ່ທີ່ໂຮງຮຽນມັດທະຍົມຕອນປາຍ ເພຍວັດ ໃນລະຫວ່າງວັນທີ 6-7 ກຸມພາ 2009 ແລະ ທີ່ໂຮງຮຽນມັດທະຍົມຕອນປາຍສີໂຄດ 13-14 ກຸມພາ 2009 ເຊິ່ງກິດຈະກຳ ທີ່ວ່າກໍ່ມີການຫລິ້ນເກມ, ປະກວດແຕ້ມຮູບ,

ປະກວດຮ້ອງເພງໂດຍຈະເລືອກເອົາເພງ
"ຕົວເມືອງສິວິໄລ" ເປັນເພງໃຊ້ເຂົ້າໃນການປະ ກວດ ແລະ ສຸດທ້າຍກັບກິດຈະກຳການປະກວດອອກແບບຫ້ອງນ້ຳໃນຝັນໂດຍການຄິດໄລ່ ຫລື ການຄຳນວນເປັນພຽງການສົມມຸດ ຫລື ຈິນຕະນາການຂຶ້ນມານັ້ນເອງ.


  
ນັກຮ້ອງສາວຊື່ດັງ ຕິ່ງຝາກ ບອກວ່າ: ການເຂົ້າຮ່ວມກິດຈະກຳໃນທຸກໆສະຖານທີ່ນັ້ນບໍ່ແມ່ນແຕ່ສະເພາະແຕ່ນັກຮຽນ
-ນັກສຶກສາເທົ່າ ນັ້ນ ບຸກຄົນທົ່ວໄປກໍ່ສາມາດເຂົ້າມາຮ່ວມ ແລະ ເຮັດກິດຈະກຳທັງຫມົດທີ່ກ່າວມາຂ້າງເທິງນັ້ນໄດ້ຖ້າໃຜສົນໃຈກໍ່ເຊີນມາຮ່ວມມ່ວນຊື່ນນຳ ກັນ.



ໂດຍຕາດໍາ Ecom



__________________
Anonymous

Date:

why didn;t she wear Lao skirt when she sang the songs or performed on the stage?

__________________
Anonymous

Date:

I think to clean the city, she need to wear short pant, so it is easy for her to move around biggrin

__________________
Anonymous

Date:

Some clearer pic please, I love this girl to death smile

__________________
Anonymous

Date:

She look too blande not so attractive...

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard