Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ນັກຮ້ອງຫນ້າໃຫມ່ ຫຼໍ່ບໍ່ ?
Anonymous

Date:
ນັກຮ້ອງຫນ້າໃຫມ່ ຫຼໍ່ບໍ່ ?




 ເມື່ອຕອນສວາຍຂອງວັນທີ 5 ທັນວາຜ່ານມາ ທີ່ຊ໋ອບປິງມໍຄ້າຍເພງ "S.D" ໄດ້ຈັດງານຖະແຫລງຂ່າວເປີດຕົວ 2 ອາລະບຳໃຫມ່ ໄປພ້ອມໆກັບການສະເຫລີມສະຫລອງເນື່ອງໃນໂອກາດຄົບຮອບ 5 ປີ ໃນການສ້າງຕັ້ງຄ້າຍເພງ "S.D studeo lnc" ເຂົ້າຮ່ວມໃນ ງານມີ ທ່ານ ແອ ສະຫວັນ ຜູ້ຈັດການຄ້າຍເພງພ້ອມດ້ວຍ 2 ຫນຸ່ມ "X.O" ແລະ ນ້ອຍ.

   ຕະຫລອດໄລຍະ 5 ປີທີ່ຜ່ານມາຄ້າຍເພງ "S.D" ໄດ້ຜະລິດ ແລະສ້າງສັນຜົນງານເພງທີ່ມີຄຸນນະພາບມາໄດ້ 20 ຊຸດແລ້ວ ອອກ ມາໃຫ້ແຟນເພງຊາວລາວທີ່ຢູ່ພາຍໃນປະເທດ ແລະຕ່າງປະເທດໄດ້ຮັບຊົມ ແລະ ຟັງກັນ. ນອກຈາກນີ້ທາງຄ້າຍເພງຍັງມີແຜນທີ່ຈະຜະ ລິດຜົນງານເພງໃຫ້ສຳເລັດໃນປີ 2009 ຈຳນວນ 5 ຊຸດ ແລະ ປະຈຸບັນນີ້ ກໍ່ສຳເລັດ 1 ຊຸດຄືຊຸດ "ລືມຍາກ" ຂອງຫນຸ່ມ "X.O" ທີ່ມີ ສະຕາຍແນວເພງອາແອນບີ ທີ່ວາງຂາຍໄປໄດ້ 2 ເດືອນເລີ່ມຈຳຫນ່າຍໄປເມື່ອບຸນຊ່ວງເຮືອ ປະເພນີທີ່ທ່າວັດຈັນ ຈົນມາຮອດປະຈຸບັນ ມີຍອດຈຳຫນ່າຍຢູ່ທີ່ 70,000 ກວ່າແຜ່ນ.

   ສຳລັບອາລະບຳທີ່ທາງຄ້າຍເພງ ຈະຜະລິດອອກມາວາງຈຳຫນ່າຍແມ່ນເປັນອາລະບຳຂອງຫນຸ່ມນ້ອຍ ທີ່ມາພ້ອມກັບການແຕ່ງກາຍ ທີ່ເປັນເອກະລັກໃນສະຕາຍແນວເພງ ຮິບຮ໋ອບ ແບບລາວໆ ໃຫ້ແຟນເພງໄດ້ຟັງກັນນ້ອຍກ່າວວ່າ "ໃຜທີ່ມັກໃນສະຕາຍນີ້ ກໍ່ອົດໃຈລໍຖ້າ ອີກຫນ້ອຍຫນຶ່ງ ເພາະວ່າປະຈຸບັນນີ້ ອາລະບຳຂອງນ້ອຍ ທີ່ມີຊື່ຊຸດວ່າ "ກ. ຂ. ຄ" ກໍ່ສຳເລັດ 90% ແລ້ວ ຍັງເຫລືອແຕ່ຂັ້ນຕອນການ ຖ່າຍທຳມິວສິກວີດີໂອ ຄາດວ່າຈະສຳເລັດສົມບູນໃນຕົ້ນປີ 2009 ແນ່ນອນ".

   ກ່ຽວກັບການສະເຫລີມສະຫລອງ ຄົບຮອບ 5 ປີ ທາງຄ້າຍເພງກໍ່ໄດ້ຈັດກິດຈະກຳດີໆຂຶ້ນ ເພື່ອເປັນການມອບໂຊກ ຫລື ຂອງຂວັນ ໃຫ້ກັບແຟນເພງຂອງຄ້າຍເພງ "S.D" ໃນອາລະບຳທັງ 5 ຊຸດ ແລະ 1 ໃນນັ້ນລວມເຖິງອາລະບຳຂອງ "X.O" ທີ່ມີວາງຈຳຫນ່າຍໃຫ້ ແຟນເພງໄດ້ຮັບຟັງກັນແລ້ວ, ແຖມຍັງມີສິດລຸ້ນຮັບຂອງລາງວັນ ເຊິ່ງຂອງລາງວັນທີ່ວ່ານີ້ປະກອບມີລົດຈັກຢາມາຮາ ຟີໂນ 5 ລາງວັນ, ນີໂອ 5 ລາງວັນ, ຮອນດາເວັບຮ້ອຍ 8 ລາງວັນຄອມພິວເຕີໂນດບຸກ, ກ້ອງຖ່າຍຮູບຊຳຊຸງ, ໂທລະສັບມືຖືໂນເກຍແລະອື່ນໆອີກຫລາກ ຫລາຍລາງວັນລວມມູນຄ່າທັງຫມົດ 588 ລ້ານກີບ.




__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard