Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຫນຸ່ມຫນ້າໃສ ດາວດວງໃຫມ່ຂອງປະເທດລາວ
Anonymous

Date:
ຫນຸ່ມຫນ້າໃສ ດາວດວງໃຫມ່ຂອງປະເທດລາວ




ທ້າວ ປະສິດ ວິລະວັດທະນາ ຫລື ແອັດດີ້ ເກີດເມື່ອວັນທີ 30 ມັງກອນ 1988 ສູງ 172 ຊັງຕີແມັດ ນ້ຳຫນັກ 55 ກິໂລກຣາມ. ລາວອາໄສຢູ່ບ້ານປາກຖ້າງ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ. ແອັດດີ້ເປັນຄົນເຊື້ອສາຍຈີນຍ້າຍຈາກ ກວາງໂຈ ສປ ຈີນ ແລ້ວມາອາໄສຢູ່ທີ່ ສປປ ລາວ ຕັ້ງແຕ່ສະໄຫມພໍ່ຕູ້.

ແອັດດີ້ ຈົບການສຶກສາມັດທະຍົມຕອນປາຍທີ່ໂຮງຮຽນຫລຽວໂຕ້ແລ້ວກໍ່ໄດ້ເຂົ້າຮຽນ ສຶກສາຕໍ່ວິທະຍາໄລ ລາວອາເມລິກາ ໃນສາຂາບໍລິຫານທຸລະກິດ (ພາສາອັງກິດ) ປະຈຸບັນ ກຳລັງສຶກສາຢູ່ປີທີ
4.


  
ແອັດດີ້ ເຄີຍຜ່ານການປະກວດ ມາຫລາຍເວທີແລ້ວ ເຊັ່ນ: ງານປະກວດດົນຕີວຽງຈັນ ປີ
2005 ປະກວດເປັນວົງໂດຍໃສ່ຊື່ວ່າ "ອີ່ ແຕັນ" ຕໍ່ມາຄືງານປະກວດຮ້ອງເພງພາສາຍີ່ປຸ່ນ ປີ 2006 ນອກຈາກນີ້ ຍັງເຄີຍໄປສະຫມັກເປັນພິທີກອນໃນສະຖານີໂທລະພາບລາວ ສຕາຣ໌ແຊນ ແນວ, ເຄີຍສະຫມັກເປັນດີເຈທີ່ສະຖານີວິທະຍຸຂອງຄື້ນຕ່າງໆ ແລະ ເຄີຍເຂົ້າຮ່ວມການປະກວດຂອງໄອໂມບາຍ.


  
ແອັດດີ້ ກ່າວວ່າ"ໃນທຸກໆເວທີທີ່ໄດ້ເຂົ້າຮ່ວມການປະກວດແຕ່ລະເທື່ອຜ່ານມານັ້ນ ບໍ່ເຄີຍປະສົບຄວາມສຳເລັດ ທີ່ຜ່ານມາພໍ່-ແມ່ຈະ ຄອຍເປັນຫ່ວງ ແລະ ບອກຢູ່ສະເຫມີວ່າບໍ່ຢາກໃຫ້ເຂົ້າຮ່ວມການປະກວດ ເພາະວ່າ ເພິ່ນຢ້ານລູກຈະເສຍການຮຽນ.

ແຕ່ມື້ນີ້ ຫນຸ່ມນ້ອຍ ຄົນນີ້ກໍ່ໄດ້ພິສູດຕົວເອງໃຫ້ພໍ່
-ແມ່ເຫັນແລ້ວວ່າ ຕົນເອງສາມາດເຮັດທັງສອງຢ່າງໄດ້ດີໃນເວລາດຽວກັນທັງເລື່ອງການຮຽນ ແລະການເຂົ້າ ຮ່ວມການປະກວດຕ່າງໆ
, ໂດຍສະເພາະຄັ້ງຫລ້າສຸດໃນງານປະກວດ ຮ້ອງເພງໄວຫນຸ່ມສຽງໃສ ຄັ້ງທີ 2 ແອັດດີ້ ສາມາດຄວ້າລາງວັນ ຮອງອັນດັບ 1 ມາໄດ້ສຳເລັດ, ຄວາມຮູ້ສຶກຕອນທີ່ໄດ້ຮັບລາງວັນຕົນເອງຮູ້ສຶກດີໃຈຫລາຍ ບໍ່ຄິດບໍ່ຝັນມາກ່ອນວ່າຕົນເອງຈະໄດ້ຮັບລາງ ວັນ" ນອກຈາກງານປະກວດແລ້ວ ແອັດດີ້ ຍັງມັກການສະແດງທຸກປະເພດນຳອີກ ແລະໃນໄວໆນີ້ ຫມູ່ເພື່ອນຄົງຈະໄດ້ຊົມຜົນງານການ ສະແດງລະຄອນສັ້ນເລື່ອງ "ສ້ອຍຄ້ອງ ໃຈ" ສ້າງໂດຍກະຊວງສຶກສາທິການ ປະຈຸບັນ ນະຄອນເລື່ອງນີ້ ກຳລັງຢູ່ໃນຂັ້ນຕອນຕັດຕໍ່ສ່ວນ ວ່າຈະມີກຳນົດອອກສາຍມື້ໃດ ແລະ ທາງໂທລະພາບຊ່ອງໃດນັ້ນຍັງບໍ່ໄດ້ຄຳຕອບເປັນທີ່ແນ່ນອນເທື່ອ, ສ່ວນຄວາມຝັນສູງສຸດຂອງລາວ ແມ່ນຢາກເປັນນັກທຸລະກິດ ນຳເຂົ້າເຄື່ອງນຸ່ງແຟຊັນ ແລະ ຢາກເປັນສັດຕະວະແພດເພາະວ່າເປັນຄົນມັກລ້ຽງສັດໂດຍສະເພາະ "ຫມາ".


  
ແອັດດີ້ ເປັນຄົນມັກເວົ້າມັກລົມເຂົ້າກັບຄົນງ່າຍ ສ່ວນວ່າສາວໃນຝັນນັ້ນ ຈະຕ້ອງເປັນຄົນເວົ້າເກ່ງ
, ຫນ້າຮັກ, ຜິວຂາວ, ຕານ້ອຍໆ (ສະຕາຍອອກແບບຈີນ) ກໍ່ຍິ່ງດີສາວໆ ຄົນໃດທີ່ຮູ້ຕົວວ່າ ມີຄຸນສົມບັດຄ້າຍຄືທີ່ກ່າວມານັ້ນຄົງຈະລັກຍິ້ມຢູ່ໃນໃຈແລ້ວແມ່ນບໍ່?.

ecom



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard