Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສຳຫລວດເສັ້ນທາງລົດໄຟ ພາກເຫນືອ ຕົ້ນປີຫນ້າ !
Anonymous

Date:
ສຳຫລວດເສັ້ນທາງລົດໄຟ ພາກເຫນືອ ຕົ້ນປີຫນ້າ !




ລາວມີແຜນການສຳຫລວດເສັ້ນທາງລົດໄຟ 3 ແຂວງໃນພາກເຫນືອຕົ້ນປີຫນ້າ ເພື່ອສ້າງເສັ້ນທາງລົດໄຟສາຍເຫນືອໃນອະນາຄົດ.

ປະເທດລາວມີພົນລະເມືອງ 6 ລ້ານກວ່າຄົນ ແຕ່ຮັ່ງມີດ້ວຍຊັບພະຍາກອນທຳມະຊາດມີແຜນການພັດທະນາລະບົບເສັ້ນທາງລົດໄຟ ແຕ່ເຫນືອເຖິງໃຕ້ ແລະ ຕາເວັນຕົກ-ຕາເວັນອອກ ລວມທັງການເຊື່ອມຕໍ່ກັບປະເທດຕ່າງໆທີ່ມີໄລຍະທາງ 2.500 ກິໂລແມັດ ທີ່ຄາດວ່າ ຈະໃຊ້ເງິນປະມານ 13 ພັນລ້ານກວ່າໂດລາສະຫະລັດ.

ສິ່ງທີ່ກ່າວມາຂ້າງເທິງນັ້ນ ເປັນພຽງແຕ່ໂຄງການພັດທະນາເທົ່ານັ້ນ ທີ່ຄາດວ່າຈະເປັນຮູບປະທຳໃນປີ 2015 ເປັນຢ່າງຫນ້ອຍ (ອີງ ຕາມເອກະສານອ້າງອີງແຜນແມ່ບົດຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ).

ຢ່າງໃດກໍ່ດີ ລາວມີເສັ້ນທາງລົດໄຟທີ່ເປັນຮູບຮ່າງແລ້ວມີພຽງແຕ່ທ່ານາແລ້ງ-ບ້ານດົງໂພສີ ດ້ວຍໄລຍະທາງ 3,5 ກິໂລແມັດ ເຊິ່ງ ໄດ້ເລີ່ມທົດລອງມາແຕ່ເດືອນກໍລະກົດປີນີ້ ແລະ ຄາດວ່າຈະເລີ່ມເປີດນຳໃຊ້ເປັນທາງການປະມານເດືອນມີນາປີຫນ້າ. ຂະນະດຽວກັນຍັງ ຢູ່ໃນຂັ້ນຕອນການສຳຫລວດເຊື່ອມຕໍ່ຈາກບ້ານດົງໂພສີຫາບ້ານດົງສະຫວາດລວມໄລຍະທາງ 9,5 ກິໂລແມັດ ພ້ອມດຽວກັນລັດຖະບານ ລາວຍັງໄດ້ອະນຸມັດກ້ອນເງິນຈຳນວນຫນຶ່ງໃນການສຳຫລວດ ແລະ ອອກແບບເສັ້ນທາງລົດໄຟຈາກວຽງຈັນ-ທ່າແຂກ.

ເມື່ອບໍ່ດົນມານີ້ ບໍລິສັດໄຈແອນ ກຣຸບ ຈາກປະເທດມາເລເຊຍ ໄດ້ເຊັນ MOU ກັບລັັດຖະບານລາວ ເພື່ອສຳຫລວດຄວາມເປັນ ໄປໄດ້ໃນການສ້າງເສັ້ນທາງລົດໄຟຟ້າສະຫວັນ-ລາວບາວ ລວມໄລຍະທາງ 220 ກິໂລແມັດ ດ້ວຍການລົງທຶນ 5 ຕື້ໂດລາສະຫະລັດ ແລະ ຈະໃຊ້ໄລຍະການກໍ່ສ້າງ 5 ປີ ຖ້າຫາກເປັນໄດ້.

ກ່ອນນັ້ນ ລັດຖະບານລາວໄດ້ອະນຸຍາດໃຫ້ ສສ ຫວຽດນາມ ເຂົ້າສຳຫລວດ ແລະອອກແບບເສັ້ນທາງລົດໄຟແຕ່ທ່າແຂກຫາແຂວງ ດົງຮາຍ ເມືອງມູຢາ ຄວາມຍາວ 140 ກິໂລແມັດ ດ້ວຍທຶນການຊ່ວຍເຫລືອລ້າ. ຂະນະດຽວກັນ ໄດ້ອະນຸຍາດໃຫ້ ສປ ຈີນ ຊ່ວຍສຳ ຫລວດ ແລະອອກແບບເສັ້ນທາງລົດໄຟແຕ່ວຽງຈັນ-ທ່າແຂກ-ສະຫວັນນະເຂດ-ປາກເຊ-ວັງເຕົ່າ ຄວາມຍາວ 728 ກິໂລແມັດ ຫລື ແຕ່ ຊາຍແດນຈີນຫາວຽງຈັນ ຈົນຮອດວັງເຕົ່າ. ສ່ວນຂະຫນາດຂອງເສັ້ນທາງ ແລະ ເງື່ອນໄຂເຕັກນິກມາດຖານ 1.425 ມມ ແລະລາງຂະ ຫນາດກວ້າງ 1 ແມັດ (ອີງຕາມຫນັງສືແຈ້ງການສຳນັກງານນາຍົກລັດຖະມົນຕີເລກທີ 515/ຄລບ ລົງວັນທີ 13 ມີນາ 2008).

ໂຄງການພັດທະນາລະບົບເສັ້ນ ທາງລົດໄຟຢູ່ລາວໄດ້ຄ່ອຍໆເປັນຮູບປະທຳຫລາຍຂຶ້ນ ໂດຍຫລ້າສຸດລັດຖະບານລາວມີແຜນໃຫ້ນັກ ລົງທຶນຈາກ ສ.ເກົາຫລີ ເຂົ້າສຳຫລວດເສັ້ນທາງລົດໄຟໃນພາກເຫນືອ ໂດຍທ່ານ ເພັດສະຫມອນ ວິຣະພັນ ຮອງຫົວຫນ້າກົມແຜນການ ແລະ ການຮ່ວມມືຂອງກະຊວງໂຍທາທິການ ແລະ ຂົນສົ່ງ ເປີດເຜີຍວ່າ: ໃນຕົ້ນປີຫນ້າລາວຈະມີແຜນສຳຫລວດເສັ້ນທາງລົດໄຟທາງ ສາຍເຫນືອ ໃນບໍລິເວນແຂວງບໍ່ແກ້ວ, ແຂວງຫລວງນ້ຳທາ, ຫລວງພະບາງ ແລະ ສິ້ນສຸດທີ່ຊາຍແດນຢຸນນານ ຂອງ ສປ ຈີນ ໂດຍ ຈະອະນຸຍາດໃຫ້ນັກລົງທຶນ ສ.ເກົາຫລີເຂົ້າ ມາສຳຫລວດ ແລະ ອອກແບບຂໍ້ມູນທີ່ກ່າວມານັ້ນ ເປັນພຽງຂໍ້ມູນເບື້ອງຕົ້ນ ຖ້າຫາກມີການ ເຄື່ອນໄຫວກ່ຽວກັບເລື່ອງນີ້ ນັກຂ່າວເສດຖະກິດ-ສັງຄົມຈະນຳເອົາມາສະເຫນີໃຫ້ທ່ານຮັບຊາບໃນໄລຍະຕໍ່ໄປ.

ຄ່າເງິນກີບທຽບກັບໂດລາສະຫະລັດ ແລະ ອັດຕາການຊື້-ຂາຍເງິນໂດລາສະຫະລັດກັບເງິນບາດໄທ ວັນທີ 9 ທັນວາ 2008 ຂອງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານການຄ້າຕ່າງປະເທດລາວ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard