Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສະໜາມເປີດປິດຈຳປາສັກເກມ (photo)
Anonymous

Date:
ສະໜາມເປີດປິດຈຳປາສັກເກມ (photo)




ໂຄງການກໍ່ສ້າງສະໜາມກິລາ ຫລັກ ກໍຄືສະໜາມກິລາແຂວງຈຳປາສັກ ທີຈະໃຊ້ໃນພິທີເປີດ-ປິດຈຳປາສັກເກມໃນລະຫວ່າງວັນທີ13-22ທັນວາ ທີຮັບເໜົາ ການກໍ່ສ້າງສ້ອມແປງ ໂດຍບໍລິສັດຈຸງຢາ ອີຊີ ຢຸນານ (ສ.ປ ຈີນ) ໄດ້ສຳເລັດ ຕາມຄາດໝາຍ ແລະ ຈັດພິທີ-ຮັບ ຢ່າງເປັນທາງການ

ໃນເມື່ອຕອນບ່າຍ    ວັນທີ8 ທັນວາ  ຜ່ານມາ ຢູ່ທີ ສະໜາມ ກິລາ  ດັ່ງກ່າວໄດ້ມີພິທີມອບ-ຮັບ ແລະໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສອນໄຊ ສີພັນດອນ ເຈົ້າແຂວງ ຈຳປາສັກ, ປະທານຈັດງານຈຳປາສັກເກມ, ທ່ານ ບົວລານ ສິລິປັນຍາ ຮອງປະທານ ຄະນະກຳມະການກິລາແຫ່ງຊາດ, ຮອງປະທານ ຄະນະກຳມະການກອງ ເລຂາ ຈັດງານຈຳປາສັກເກມ, ພ້ອມດ້ວຍບັນດາແຂກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ

ໃນໂອກາດນີ້ ທ່ານ ອາລີ ຜູ້ອຳນວຍການ ບໍລິສັດ ຈຸງຢາ ອີຊີ ຢຸນານ ໄດ້ຂື້ນກ່າວລາຍງານ ການກໍ່ສ້າງສະໜາມວ່າ”ໃນນາມ ຜູ້ຮັບເໜົາ ກໍ່ສ້າງ ສະໜາມກິລາແຂວງ ຈຳປາສັກ ແລະໄດ້ລົງມືກໍ່ສ້າງຕັ້ງແຕ່ ເດືອນກຸມພາ 2007, ມາຮອດປັດຈຸບັນ ນີ້ ການກໍ່ສ້າງ ໄດ້ສຳເຮັດຕາມຄາດໝາຍ, ສະນັ້ນ ຂ້າພະເຈົ້າ ຈິງຂໍມອບໂຄງການນີ້ໃ ຫ້ເຈົ້າຂອງໂຄງການນັບແຕ່ວິນາທີນີ້ເປັນຕົ້ນໄປ”


ຂະນະທີ ທ່ານ ວິສົງຄາມ ທຳມະບານວົງ ຫົວໜ້າພະແນກກິລາ-ກາຍະກຳແຂວງ ຈຳປາສັກກໍໃຫ້ກຽດ ຂື້ນກ່າວຮັບສະໜາມກິລາວ່າ:” ຂ້າພະເຈົ້າ ຂໍຕ່າງໜ້າ ໃຫ້ອຳນາດ ການປົກຄອງ ແຂວງກໍຄື ພະແນກກິລາ-ກາຍະກຳແຂວງຈຳປາ ສັກ ຈະປົກປັກ ຮັກສາແລະ ນຳໃຊ້ສະໜາມ ດັງກ່າວ ໃຫ້ເກີດປະໂຫຍດສູງສຸດແກ່ ແຂວງຈຳປາ ສັກກໍຄືປະເທດຊາດ,ໂດຍສະເພະງານມະຫາກຳກິລາແຫ່ງຊາດ ຄັ້ງທີ 8ປີ 2008 ທີ່ ແຂວງ ຈຳປາສັກ ເຊີງຈະໄຂຂື້ນ ເປັກທາງການໃນລະຫວ່າງວັນທີ 13-22ທັນວານີ້ ແລະໃນ ໂອກາດດຽວກັນນີ້ ທ່ານສອນໄຊ ສີພັນດອນ ກໍໄດ້ກ່າວ ໃນພິທີວ່າ” ຂໍໃຫ້ພະແນກ ກິລາ ແຂວງກໍຄືອຳນາດການປົກຄອງແຂວງຈຳປາສັກ ຈົ່ງຊ່ວຍ ກັນປົກ ປັກຮັກ ສາສະໜາມ ກິລາແຫ່ງນີ້ ແລະນຳໃຊ້ມັນ ໃຫ້ເກີດປະໂຫຍດ ສູງສຸດ ແລະພ້ອມດຽວກັນນີ້ ຂ້າພະເຈົ້າ ຂໍຂອບໃຈມາຍັງ ທຸກພາກສ່ວນ ທີ່ເອົາໃຈໃສ່ ໃນການກໍ່ສ້າງ ສະໜາມ ກິລາແຂວງ ຈຳປາສັກໃຫ້ສຳເລັດ


ສະໜາມກິລາແຂວງຈຳປາສັກມີມູນຄ່າໃນການກໍ່ສ້າງທັງໝົດ8.400.844.86ໂດລາສະຫະລັດ ແລະ ໃຊ້ເວລາເຂົ້າໃນການກໍ່ສ້າງສ້ອມ 22ເດືອນເຊີງສາມາດບັນຈຸຜູ້ຊົມໄດ້ 15.000ຄົນ

laosportnfc



__________________
Anonymous

Date:

seem like this stadium cost no much like the Chinese built-stadium one...

  Though it is small, if it built by our own... we can be proud....

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard