Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວັຍໜຸ່ມລາວ ເປັນອັນຕະພານ ຫລາຍຂຶ້ນ
Anonymous

Date:
ວັຍໜຸ່ມລາວ ເປັນອັນຕະພານ ຫລາຍຂຶ້ນ


ວັຍໜຸ່ມລາວ ເລິ່ມສະແດງ ການເປັນ ອັນຕະພານ ຫລາຍຂຶ້ນ
ຈໍາປາທອງ ຣາຍງານ
2008-12-08

ປັດຈຸບັນ ສະພາບ ຂອງວັຍໜຸ່ມລາວ ປາກົດວ່າ ພວມມີ ພຶດຕິກຳ ເປັນອັນຕະລາຍ ຕໍ່ສັງຄົມ ຫລາຍຂື້ນ. ພ້ອມທັງ ສ້າງຄວາມໜັກໃຈ ບໍ່ໜ້ອຍ ໃຫ້ແກ່ໜ່ວຍງານ ປ້ອງກັນ ຄວາມສງົບ ແລະ ຄວາມເປັນ ລະບຽບຮຽບຮ້ອຍຂອງສັງຄົມ.

ສະພາບການ ​ພາຍ​ໃນ ຂອງລາວ ມີ​ປາກົດການ ທີ່​ເປັນ​ພັຍ ​ຕໍ່ສັງຄົມ​ຫລາຍ​ຂື້ນ ​ໂດຍ​ສະ​ເພາະ ​ແມ່ນ​ກຸ່ມ​ວັຍໜຸ່ມສ່ວນ​ໃຫຍ່ ມີ​ພຶດຕິ​ກຳ​ ສ້າງ​ຄວາມ​ວຸ້ນວາຍ ສັບ​ສົນ. ມີ​ການຈັດຕັ້ງ ກຸ່ມ​ອາ​ລະວາ​ດ, ລະ​ເມີດ ທ້າ​ທາຍ​ລະບຽບ ກົດໝາຍ, ຂີ້ລັກ ງັດ​ເງາະ, ປູ້​ນຈີ້, ຄາດ​ຕະກຳ​ ຊິງ​ຊັບ. ​ເວົ້າສະ​ເພາະ ຢູ່​ນະຄອນຫລວງ​ວຽງຈັນ ​ໃນ​ແຕ່​ລະ​ວັນ ມີ​ລົດຈັກ​ ເສັຍ 2 ຄັນ ​ແລະ ອື່ນໆ.

ປາກົດການ ​ແບບ​ນີ້ ​ແລະ ​ມີ​ຈຳນວນ​ເດັກນ້ອຍ ​ຂ້າງ​ຖນົນ ຢູ່ ສ.ປ.ປ.ລາວ ຢູ່​ໃນ​ທ່າ​ອ່ຽງ​ເພີ້ມຂື້ນ ​ເລື້ອຍໆ ດັ່ງ​ທີ່ ຍານາງ​ ສຸລິ​ພັນ ຈັນທະ​ມິດ ຮອງ​ຫົວໜ້າ ສູນ​ວັຍໜຸ່ມ ກ່າວ​ວ່າ ປັດຈຸບັນ​ນີ້ ຊາວໜຸ່ມລາວ ມີ​ທ່າ​ອ່ຽງ ​ເປັນ​ຄົນ​ຮຸນ​ແຮງ ​ຕໍ່ສັງຄົມ​ຫລາຍ​ຂື້ນ ຍ້ອນ​ການ​ໄດ້​ຮັບ ​ຜົນ​ກະທົບ ຈາກ​ການ​ຫວ່າງ​ງານ ​ແລະ ​ຈາກ​ສະພາບ​ແວດ​ລ້ອມ ທັງ​ພາຍ​​ໃນ ​ແລະ ​ນອນ​ປະ​ເທດ ​ໂດຍ​ຜ່ານ ທາງ​ໂທລະທັດ, ວິທະຍຸ, ໜັງສື​ພີ​ມ, ວາລະສານ, ອິນ​ເຕີ​ເນັດ ​ແລະ ອື່ນໆ.

ນອກ​ນັ້ນ ຍັງ​ມີ​ສາ​ເຫດ​ ມາ​ຈາກ​ ເຈົ້າຂອງ​ຮ້ານ​ອາຫານ ​ແລະ ​ແຫ​ລ່ງບັນ​ເທີ​ງ ຕ່າງໆ ທີ່​ຍັງ​ບໍ່ ​ເອົາ​ໃຈ​ໃສ່ ​ຕໍ່ລະບຽບ​ໃນ​ການ ​ກຳນົດ​ສິດ ຂອງ​ຜູ້​ໄປ​ຊົມ​​ໃຊ້ ບໍລິການ ​ໃນ​ສະຖານ​ທີ່ ​ຂອງ​ຕົນ ອັນ​ເປັນສາ​ເຫດ ​ສຳຄັນ​ອັນ​ນຶ່ງ ທີ່​ມີ​ສ່ວນ ​ເບື່ອ​ເມົາ​ໄວໜຸ່ມ​ ໃຫ້​ຕິດ​ພັຍ​ສັງຄົມ ທີ່​ຮ້າຍ​ແຮງ​ຂື້ນ ນັບ​ມື້ນັບ​ຫລາຍ. ​ໄດ້​ມີ​ການ​ນຳ​ເຂົ້າ ພ້ອມ​ທັງ​ຜລິດ ​ແລະ ​ຈຳໜ່າຍ ຢາ​ເສບ​ຕິດ​ຫລາຍ ​ຢູ່​ລາວ ​ເປັນຕົ້ນ ຢູ່​ບັນດາ ​ແຂວງ​ພາກ​ເໜືອ ຂອງ​ລາວ ​ໄດ້​ມີ​ການ​ລັກລອບ ​ປູກ​ຝິ່ນ ຢ່າງ​ກວ້າງຂວາງ.

ຄາດ​ກັນ​ວ່າ ສະ​ເພາະ ​ຢູ່​ແຂວງ​ອູ​ດົມ​ໄຊ ​ແຫ່ງ​ດຽວ ກໍ​ມີ​ເນື້ອທີ່​ ປູກ​ຝິ່ນ​ຫລາຍ​ຮ້ອຍ​ເຮັກຕາ. ໃນ​ສົກ​ປີ 2007–2008 ນີ້ ​ເຈົ້າໜ້າທີ່​ ປາບ​ປາມ​ຢາ​ເສບ​ຕິດ ​ຂອງ​ລາວ ​ໄດ້​ພົບ​ເຫັນ​ເນື້ອທີ່ ​ປູກ​ຝິ່ນ ຈຳນວນ 268 ຕອນ ມີ​ເນື້ອທີ່ 400 ກວ່າ​ເຮັກຕາ ຢູ່​ຫລາຍ​ເຂດ ​ໃນ 7 ຕົວ​ເມືອງ ຂອງ​ແຂວງ​ນີ້.

RFA

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard