Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໄອໂດ ວົງໃຫມ່ ມາແຮງ ແທງໃຈສາວໆ
Anonymous

Date:
ໄອໂດ ວົງໃຫມ່ ມາແຮງ ແທງໃຈສາວໆ




ຫລັງຈາກທີ່ສິລະປິນວົງ "ໄອໂດ"ໄດ້ປ່ອຍບົດເພງ "
Miss u" ໃນອາລະບຳລວມຂອງອິນດີມິວສິກບາສ (indeemusic bus) ອອກ ມາໃຫ້ແຟນເພງໄດ້ຮັບຟັງ, ໄດ້ຮ້ອງນຳກັນແລ້ວທາງຄຶ້ນວິທະຍຸກະຈາຍສຽງ ແລະສະຖານີໂທລະພາບເຮັດໃຫ້ເປັນທີ່ຮູ້ຈັກຫລາຍຂຶ້ນຂອງ ແຟນເພງ. ໃນໄວນີ້ ແຟນເພງກໍ່ຈະໄດ້ຮັບຟັງອາລະບຳເຕັມຂອງຊາຍຫນຸ່ມວົງ ໄອໂດ ນີ້ຢ່າງແນ່ນອນ.


  
ອ້າຍ ທີ່ເປັນຫນຶ່ງໃນສິລະປິນວົງ ໄອໂດ ໄດ້ບອກໃຫ້ຟັງວ່າ: ຕອນນີ້ ອາລະບຳເຕັມຂອງພວກເຮົາກໍ່ໃກ້ຈະສຳເລັດແລ້ວ
, ແຕ່ໄວໆນີ້ ພວກເຮົາກໍ່ຈະມີແນວເພງແບບໃຫມ່ມາໃຫ້ແຟນເພງຮັບຟັງກັນກ່ອນ ແລະຈະໄດ້ໄປສະແດງຕາມງານຄອນເສີດ ຫລື ງານຕ່າງໆ, ສ່ວນ ຈະເປັນບົດເພງໃດນັ້ນກໍ່ຂໍສະຫງວນໄວກ່ອນ. ນອກຈາກນັ້ນ ອ້າຍກໍ່ຍັງໄດ້ບອກເຖິງທີ່ມາຂອງວົງໃຫ້ຮູ້ອີກວ່າ:ໃນການຕັ້ງວົງກໍ່ຍ້ອນການ ເປັນມິດສະເຕີແອັກຊ໌ຂອງອ້າຍ ຈິ່ງເຮັດໃຫ້ເປັນທີ່ຮູ້ຈັກແລະມີຊື່ສຽງພໍສົມຄວນ, ດັ່ງນັ້ນທາງຄ້າຍເພງອິນດີເຣັກຂອດ ກໍ່ໄດ້ມີແນວຄວາມ ຄິດຢາກຈະສ້າງສິລະປິນໃຫມ່ທີ່ສະມາຊິກພາຍໃນວົງ ເປັນວົງຊາຍທັງຫມົດ (Boy Bard)ຈິ່ງໄດ້ຄັດເລືອກເອົາໃນນັ້ນແຕ່ລະຄົນແມ່ນໄດ້ ຮັບລາງວັນ ແລະ ເຄີຍຜ່ານປະກວດຈາກເວທີມີທັງຫມົດ 5 ຄົນ ເຊັ່ນ: ມີອ້າຍ, ໂດໂດ້ທີ່ເຄີຍຜ່ານການປະກວດຄຣິນິກເຄຣຍມານຳກັນ ໄດ້ຮັບອັນດັບ 2, ສ່ວນໂຕ່ໂຕ້, ລັນກໍ່ໄດ້ຜ່ານງານປະກວດຈາກເວທີໄອໂມບາຍ ແລະ ເອ ທີ່ຜ່ານການປະກວດການຮ້ອງເພງຂອງຄ້າຍ ວາເລັນທາຍທີ່ຈັດຂຶ້ນຢູ່ຕະຫລາດເຊົ້າ ທີ່ໄດ້ຮັບອັນດັບ 1 ຈິ່ງເກີດມີຄວາມຄິດຢາກສ້າງວົງໄອໂດ ຂຶ້ນ, ເຊິ່ງທາງວົງຂອງພວກເຮົາກໍ່ໄດ້ ໃຊ້ຄວາມສາມາດ ແລະ ໄດ້ຮ່ວມຮ້ອງ 1 ບົດເພງ ໃນອາລະບຳລວມຂອງອິນດີມິວສິກບາສ ສ່ວນອາລະບຳເຕັມຂອງພວກເຮົາແມ່ນຢູ່ ໃນໄລຍະດຳເນີນການຜະລິດ ແລະ ໃກ້ຈະສຳເລັດແລ້ວທີ່ສະມາຊິກທຸກຄົນໃນວົງມີສ່ວນຮ່ວມໃນການຄິດເລື່ອງແນວເພງ, ອອກແບບທ່າ ເຕັ້ນ, ພະຍາຍາມສະແດງໃຫ້ເຫັນຄວາມເປັນຕົວຂອງຕົນເອງໂດຍມີລັກສະນະແຕກຕ່າງກັນບໍ່ວ່າຈະເປັນຮູບແບບການແຕ່ງກາຍ. ບັນດາ ອ້າຍ, ເອື້ອຍທາງຄ້າຍທີ່ມີປະສົບການຫລາຍກວ່າກໍ່ໄດ້ຊ່ວຍສອນ ແລະ ຊ່ວຍແຕ່ງບົດເພງ.


  
ສ່ວນອາລະບຳໃຫມ່ນີ້ແມ່ນມີວົງເຊວ
, ອາລູນາທີ່ມາຊ່ວຍໃນການແຕ່ງເພງ, ແນວເພງຫລັກແມ່ນປ໊ອບແດນ, ຮິບຮ໊ອບປະສົມປະສານ ກັບ "A&B" ສຳລັບແຟນເພງທີ່ ຕິດຕາມງານຂອງວົງພວກເຮົາໃຫ້ຟັງ ໃນອາລະບຳລວມອິນດີມິວສິກບາສ ກ່ອນເຊິ່ງມີ 1 ຜົນງານເພງ "Miss u"ແລະ ໃນໄວໆອາລະບຳເຕັມຂອງພວກເຮົາກໍ່ຈະສຳເລັດໃຫ້ແຟນໆໄດ້ຣັບຟັງກັນອີກຢ່າງແນ່ນອນ.


Ecom



__________________
Anonymous

Date:

biggrinbiggrinbiggrinbiggrinbiggrinbiggrin.....bor hot wa ...sai pa pun koh na ...e e e e e e
可能是傻瓜群。哈哈哈哈哈哈哈哈哈哈,太可笑了

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard