Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: Mr AXE ຂອງປະເທດລາວ
Anonymous

Date:
Mr AXE ຂອງປະເທດລາວ




ກ່ອນທີ່ຫນຸ່ມນ້ອຍ (ມິສເຕີ ແອັກຊ໌)ຈະມີຊື່ສຽງເປັນທີ່ຮູ້ຈັກຂອງຫລາຍຄົນໃນການເປັນພິທີກອນ
, ຫນຸ່ມອ້າຍແມ່ນໄດ້ຜ່ານການປະ ກວດໃນເວທີຄຣິນິກເຄຣຍນັ້ນກໍ່ຄືງານເຄຍແມນຄົບປາຕີ້, ທີ່ທາງໂປດິວເຊີເຫັນເຖິງບຸກຄະລິກ, ຄວາມສາມາດຈິ່ງໄດ້ຕິດຕໍ່ໃຫ້ເຂົ້າປະ ກວດ ແລະ ໄດ້ຮັບລາງວັນຮອງອັນດັບສອງ. ຈາກນັ້ນທາງຢູນິລີເວີ ຈິ່ງໄດ້ເຫັນເຖິງບຸກຄະລິກທີ່ຕົງກັບຄອນເຊັບໃນການເປັນມິສເຕີ ແອັກຊ໌ ຈິ່ງໄດ້ຖືກຄັດເລືອກໃຫ້ມາເປັນພິທີກອນ ຫລື ມິດສເຕີແອັກຊ໌ນັ້ນເອງ.


  
ການທີ່ໄດ້ຮັບລາງວັນຈາກການປະກວດຫນຸ່ມອ້າຍກໍ່ໄດ້ເວົ້າເຖິງຄວາມຮູ້ສຶກໃຫ້ຟັງວ່າ: ຕົນເອງແມ່ນຮູ້ສຶກດີໃຈ ແລະ ພູມໃຈຫລາຍ ທີ່ໄດ້ຮັບລາງວັນໃນຄັ້ງນັ້ນເພື່ອຈະໄດ້ສະແດງຄວາມສາມາດ
, ຄວາມກ້າຫານສະແດງອອກໃນທາງທີ່ຖືກຕ້ອງອອກສູ່ສາຍຕາຂອງຄົນໃນ ສັງຄົມ ເຊິ່ງໃນເບື້ອງຕົ້ນຕົນເອງກໍ່ບໍ່ໄດ້ຄິດທີ່ຈະມາປະກວດເວທີນີ້ເລີຍ ແລະ ກໍ່ບໍ່ຄິດວ່າຕົນເອງຈະໄດ້ຖືກຄັດເລືອກໃຫ້ມາເປັນ ມິສເຕີ ແອັກຊ໌, ເພາະວ່າຕອນນັ້ນຢູ່ໃນໄລຍະໄປທຳກິດຈະການສ່ວນຕົວແຕ່ທາງໂປດິວເຊີເຫັນແວວຈິ່ງໄດ້ມາຕິດຕໍ່ທາບທາມໃຫ້ເຂົ້າມາປະກວດ ໂດຍຈະຄັດເລືອກເອົາແຕ່ສະເພາະຜູ້ຊາຍຈິ່ງຕັດສິນໃຈເຂົ້າຮ່ວມໃນງານຄຣິນິກເຄຣຍກໍ່ເລີຍໄດ້ຮັບລາງວັນຮອງອັນດັບສອງເຊິ່ງໃນງານ ການປະກວດແມ່ນໄດ້ຄັດເລືອກເອົາຊາຍຫນຸ່ມ 6 ຄົນທີ່ມີບຸກຄະລິກໂດດເດັ່ນແຕກຕ່າງກັນ ແຕ່ລະຄົນຈະມີລາງວັນໃຫ້ຕາມບຸກຄະລິກ ຂອງຕົນ, ການປະກວດຄຣິນິກເຄຣຍມີຄື ເປັນມິສເຕີເຄຍ,ມິສເຕີແອັກຊ໌ຖີບແມນ,ເຊັກຊີແມນສ່ວນອ້າຍໄດ້ຮັບແມ່ນລາງວັນມິສເຕີແອັກຊ໌ ຖີບແມນທີ່ຕົງກັບແນວຄວາມຄິດຂອງທາງໂປດິວເຊີທີ່ຕ້ອງການກໍ່ເລີຍໄດ້ຮັບເລືອກມາເປັນພິທີກອນຈົນເຖິງປະຈຸບັນ.


  
ຫລັງຈາກທີ່ໄດ້ຮັບການຄັດເລືອກໃຫ້ເປັນມິສເຕີແອັກຊ໌ ຫນຸ່ມອ້າຍກໍ່ຍັງມີໂອກາດເປັນພິທີກອນ ແລະ ຍັງເປັນສິລະປິນນັກຮ້ອງວົງ ໄອໂດເຮັດໃຫ້ເປັນທີ່ຮູ້ຈັກຂອງໃຜຫລາຍໆຄົນ
, ພ້ອມຍັງເຮັດໃຫ້ແຟນເພງເຫັນເຖິງຄວາມສາມາດຂອງຫນຸ່ມຄົນນີ້ ໃນຫລາຍຮູບແບບນຳ ອີກ.


Ecom



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard