Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເບິ່ງກັນໃກ້ໆ ມົງກຸດເພັດ ນາງສາວອາພອນ 2008
Anonymous

Date:
ເບິ່ງກັນໃກ້ໆ ມົງກຸດເພັດ ນາງສາວອາພອນ 2008




ສຳເລັດ 100% ແລ້ວ ສຳລັບການສ້າງມົງກຸດໃຫ້ກັບນາງສາວອາພອນລາວ ປີ 2008 ນີ້ ເຊິ່ງມີມູນຄ່າ 14 ລ້ານກີບ, ມົງກຸດນີ້ມີ ນ້ຳຫນັກ 300 ກຣາມ, ມີເພັດທັງຫມົດ 491 ເມັດ, ໃນນັ້ນ ມີເພັດເມັດໃຫຍ່ 1 ເມັດທັງຫມົດເປັນເພັດຣັດເຊຍ, ໂດຍໂຄງສ້າງແມ່ນໃຊ້ ໂລຫະເງິນສົດ ແລະ ຖືກປະສົມປ່ຽນໃຫ້ມີລັກສະນະຄ້າຍຄືຄຳຂາວເປັນຮູບດອກບົວມີທັງຫມົດ 7 ກີບ ເຊິ່ງລໍຖ້າແຕ່ມື້ສັນວັນດີທີ່ຈະມອບ ສົ່ງໃຫ້ທາງສະຫະພັນແມ່ຍິງ ແລະ ພາກສ່ວນກ່ຽວຂ້ອງ.

   ທ່ານ ພູວົງ ພະມີສິດ ປະທານສະມາຄົມຊາວຄ້າຂາຍອັນຍະມະນີ ແລະ ເຄື່ອງປະດັບລາວ ຜູ້ອຳນວຍການຮ້ານຄຳພູວົງໄດ້ໃຫ້ສຳ ພາດຕໍ່ທີມຂ່າວ ເສດຖະກິດ-ສັງຄົມວ່າ: ໃນການສ້າງມົງກຸດໃຫ້ກັບນາງສາວອາພອນລາວແມ່ນທາງຮ້ານຄຳພູວົງແລະເຄແອນຊີ (K&C) ເປັນຜູ້ອອກແບບວາດຊົງທັງຫມົດ ເຊິ່ງໃນປີນີ້ຈະພິເສດ, ງົດງາມ, ເດັ່ນຂຶ້ນກວ່າປີກ່ອນ, ແຕ່ມີລັກສະນະຄ້າຍຄືກັນ, ຈຸດເດັ່ນຈະໃສ່ເພັດ ຣັດເຊຍເນັ້ນສີຂາວທັງຫມົດ ໂດຍໃຊ້ຊ່າງທີ່ມີຄວາມຊຳນິຊຳນານໃນການສ້າງ, ເພາະໄດ້ມີປະສົບການເຮັດມາ 2 ປີ ແລ້ວ ທ່ານ ພູວົງ ພະມີສິດຍັງບອກໃຫ້ຮູ້ວ່າ: ໃນການສ້າງມົງກຸດນີ້ບໍ່ພຽງແຕ່ເປັນຜູ້ຜະລິດ, ທາງເຮົາກໍ່ຍັງເປັນຜູ້ສະຫນັບສະຫນູນ (ສະປອນເຊີ) ຫລັກໃຫ້ ແກ່ການປະກວດນາງສາວອາພອນລາວ ເພື່ອເປັນການຊ່ວຍເຫລືອສັງຄົມ, ພ້ອມທັງຍັງເຫັນເຖິງຄວາມສຳຄັນໃນການປະກວດທີ່ເຮັດໃຫ້ ທຸກຄົນໄດ້ເຫັນ, ຮັບຮູ້ເຖິງວັດທະນະທຳຮີດຄອງປະເພນີທີ່ດີງາມຂອງຊາດລາວ ແລະ ຢາກໃຫ້ມີການອະນຸຮັກໃຫ້ບັນດາຄົນຮຸ່ນຫລັງໄດ້ ຮັບຮູ້ປະຕິບັດ, ທັງອີງໃສ່ພວກເຮົາກໍ່ຢູ່ໃນສະມາຄົມອັນຍະມະນີທີ່ຢາກສົ່ງເສີມໃຫ້ມີສິ່ງໃຫມ່ໆ ແລະ ຢາກປະກອບສ່ວນຊ່ວຍເຫລືອສັງ ຄົມ.

ໃນການສະຫນັບສະຫນູນຄັ້ງນີ້ ຄາດວ່າຈະໃຊ້ທຶນທັງຫມົດບໍ່ຕ່ຳກວ່າ
600 ລ້ານກີບ ເພາະທາງເຮົາໄດ້ສະຫນັບສະຫນູນທັງເຄື່ອງ ປະດັບໃຫ້ແກ່ນາງສາວອາພອນລາວໃນການສວມໃສ່ມີທັງຫມົດ 3 ຊຸດ ເປັນຊຸດຊົນເຜົ່າທີ່ປະດັບດ້ວຍເຄື່ອງເງິນບູຮານທີ່ເປັນຂອງແທ້, ເຊິ່ງໃນນັ້ນ ມີເຄື່ອງທັນສະໄຫມ 18 ຊຸດ ແລະ ລາວປະຍຸກ 18 ຊຸດ ທີ່ເປັນຕ້າງຫູ, ແຫວນ, ສາຍຄໍ, ປະລັກແຂນ ແລະ ປິ່ນປັກເກົ້າ ຜົມ. ພ້ອມນັ້ນ ຍັງຈະມີຄຳອີກ 18 ຊຸດທີ່ມີມູນຄ່າມະຫາສານອີກດ້ວຍ.


  
ນອກຈາກເຮັດມົງກຸດໃຫ້ນາງສາວອາພອນລາວ ທາງຮ້ານຄຳພູວົງ ຂອງເຮົາກໍ່ຍັງໄດ້ເຮັດມົງກຸດໃຫ້ກັບນາງສາວອາພອນລາວເຜົ່າ ມົ້ງທີ່ຈະມີຂຶ້ນໃນວັນທີ
29 ພະຈິກ 2008 ນີ້ ພ້ອມທັງເປັນຜູ້ສະຫນັບສະຫນູນໃນການປະກວດ.


Ecom



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard