Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໄວລຸ້ນລາວ ກິນເຫລົ້າ ຫລາຍຂື້ນ !


Senior Member

Status: Offline
Posts: 428
Date:
ໄວລຸ້ນລາວ ກິນເຫລົ້າ ຫລາຍຂື້ນ !


ຊາວໜຸ່ມ ໄວລຸ້ນລາວ ສູບຢານ້ອຍລົງ ແຕ່ກິນເຫລົ້າ ຫລາຍຂື້ນ
 


ທ່ານ ໂອທອງ ຄຳອິນຊູ ຜູ້ອຳນວຍການ ແລະ ບັນນາທິການ ວາລະສານ ວັນນະສິນ ຂອງກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ແລະ ເປັນນັກຂຽນບົດ ເລື່ອງສັ້ນ ທີ່ໄດ້ຮັບລາງວັນ ຊີໄຣທ໌ 2008 ໄດ້ກ່າວ ກ່ຽວກັບເລື່ອງ ຂອງຊາຍໜຸ່ມຍິງສາວລາວ ສູບຢາ ແລະ ກິນເຫລົ້າ ໃນປັດຈຸບັນວ່າ:


ຄິດວ່າລຸດລົງເພາະວ່າໃນອະດີດນີ້ເລີ້ມອາຍຸນ້ອຍໆກໍເລີ້ມສູບແລ້ວແຕ່ດຽວນີ້ສັງເກດເຫັນແຕ່ຜູ້ເຖົ້າສູບຫລາຍຄົນໄວໜຸ່ມບໍ່ຄ່ອຍສົນໃຈເທົ່າໃດແຕ່ເລື່ອງເຫລົ້າເລື່ອງເບັຍຮູ້ສຶກວ່າກຳລັງຂື້ນສຳລັບໄວໜຸ່ມ.”

ທ່ານວ່າໃນເລື່ອງ ຂອງການພັດທະນາແລະ ຄວາມຈະເລີກໍມີສ່ວນສຳຄັນທີ່ເຮັດໃຫ້ໄວລຸ້ນລາວປັດຈຸບັນນີ້ ຫັນມາ ນິຍົມດື່ມຂອງມືນເມົາຮວມໄປເຖິງ ຄ່ານິຍົມ ຕາ​​ເວັນຕົກອີກທັງ ຈາກຂ່າວສານທາງໂທລະທັດທີ່ໄວໜຸ່ມລາວ ສ່ວນໃຫຍ່ ນິຍົມ ທີ່ຈະເຮັດຕາມ.

ຕໍ່ບັນຫາ ດັ່ງກ່າວທ່ານໂອທອງຢາກໃຫ້​​ໄວລຸ້ນລາວເຊົາມົ້ສຸມ ຢູ່ນຳສິ່ງມືນເມົາ ຕ່າງໆ:

ຄິດວ່າຢາກໃຫ້ເຊົາປະແຕ່ກໍບໍ່ໄດ້ໝາຍຄວາມວ່າໃນຊີວິດຈະບໍ່ໃຫ້ກິນເລີຍແຕ່ຄິດວ່າພໍດີພໍງາມຄົນລະຈອກແລ້ວກໍແລ້ວໄປບໍ່ຄວນຈະເປັນວ່າມາດື່ມຕໍ່ແລ້ວກໍໄປບໍ່ໄດ້ຄິດວ່າບໍ່ຄວນ.”


ຕາມ
ການວິໃຈຂອງອົງການ ດ້ານຢາເສບຕິດແລະ ອາດສະຍາກຳສະຫະປະຊາຊາດຫລື UNODC ວ່າພຶດຕິກຳການດື່ມເຫລົ້າຫລືເບັຍແລະ ​​ເສບຢາເສບຕິດ ຂອງເຍົາວະຊົນມາຈາກຄົນໃນຄອບຄົວ ສູບຢາດື່ມເຫລົ້າມີເຖີງ 80 ສ່ວນຮ້ອຍ. ສຳລັບ ສາເຫດ ທີ່ເຮັດໃຫ້ເດັກນ້ອຍ ເສບຢາເສບຕິດຍ້ອນຢາກ ທົດລອງແລະ ເພື່ອນຊວນສູບມີຫລາຍເຖິງ 90 ສ່ວນຮ້ອຍ. ນອກນັ້ນຍັງພົບວ່າເຫລົ້າ ເປັນສິ່ງກະຕຸ້ນ ໂດຍກົງ ຕໍ່ເດັກນ້ອຍໃຫ້ເຮັດຜິດກົດໝາຍເຊັ່ນການລັກເລັກຂະໂມຍນ້ອຍງັດແງະປູ້ນຈີ້ເຖິງ 38 ສ່ວນຮ້ອຍ.



__________________
Anonymous

Date:

ສະແດງວ່າພວກໜ່ວຍໂຄສະນາຢາສູບບໍ່ເກັ່ງເທົ່າພວກໜ່ວຍໂຄສະນາເບຍລາວ ປ້າຍໃຫຍ່ ປ້າຍນ້ອຍ ປ້າຍຫ້ອງການປົກຄອງບ້ານກະຍັງມີເບຍລາວ ເບຍຂອງຄົນຈິງໃຈ. ດື່ມເຂົ້າໄປ ເມົາລົງໄປ ໃຜຊິກິນບ້ານກິນເມືອງຈັ່ງໃດ໋ກະບໍ່ຕ້ອງສົນໃຈ.


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard