Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວິກິດການເງິນໂລກ ທ່ອງທ່ຽວຫລວງພະບາງຕົກຮວບ


Senior Member

Status: Offline
Posts: 428
Date:
ວິກິດການເງິນໂລກ ທ່ອງທ່ຽວຫລວງພະບາງຕົກຮວບ




(ECOM) ວິກິດການເງິນໂລກ ໄດ້ແຜ່ພິດໃສ່ຍອດເມືອງທ່ອງທ່ຽວຢ່າງຫລວງພະບາງແລ້ວ ຫລັງຈາກຜົນສຳຫລວດຊີ້ວ່າ: ນັບແຕ່ຕົ້ນປີ
2009 ໄປຍອດນັກທ່ອງທ່ຽວຈະຫລຸດລົງ 25-30% ເປັນຕົ້ນແມ່ນນັກທ່ອງທ່ຽວຈາກປະເທດອາເມລິກາ ແລະ ເອີຣົບ.


  
ທ່ານ ຄຳຕັນ ສົມພັນວິໄລ ຮອງຫົວຫນ້າພະແນກທ່ອງທ່ຽວແຂວງ ຫລວງພະບາງ ກ່າວວ່າ: ແຕ່ນີ້ເຖິງສິ້ນປີ ວິກິດການເງິນໂລກຍັງ ບໍ່ສົ່ງຜົນກະທົບຕໍ່ທຸລະກິດທ່ອງທ່ຽວໃນຫລວງພະບາງເທື່ອເພາະຕົວເລກນັກທ່ອງທ່ຽວຍັງ ມີລັກສະນະເພີ່ມຂຶ້ນຈາກການຈອງປີ້ລ່ວງຫນ້າ ຂອງນັກທ່ອງທ່ຽວໄວ້ແລ້ວ. ຢ່າງໃດກໍ່ຕາມ
, ໃນໄລຍະຍາວທຸລະກິດທ່ອງທ່ຽວຢູ່ຫລວງພະບາງ ຈະໄດ້ຮັບຜົນກະທົບຢ່າງຫລີກເວັ້ນບໍ່ໄດ້ ເປັນຕົ້ນແມ່ນນັບແຕ່ຕົ້ນປີ 2009 ໄປຫນ້າ.


  
ທ່ານກ່າວຕື່ມວ່າ: ຜ່ານການສອບຖາມການສຳຫລວດຈາກສະມາຄົມທຸລະກິດທ່ອງທ່ຽວ ແລະ ສະມາຄົມໂຮງແຮມ
-ຮ້ານອາຫານຢູ່ ຫລວງພະບາງ ໄດ້ຊີ້ໃຫ້ເຫັນເຖິງທ່າອຽງ ຫລຸດລົງຂອງນັກທ່ອງທ່ຽວຈາກອາເມລິກາ ແລະ ເອີຣົບ, ນັບແຕ່ຕົ້ນ ປີ 2009 ເປັນຕົ້ນໄປ ຈະຫລຸດລົງ ປະມານ 25-30% ເພາະໄດ້ມີການຍົກເລີກແຜນທ່ຽວອັນເນື່ອງມາຈາກເງິນບໍ່ພຽງພໍ ເຊິ່ງເປັນຜົນກະທົບໂດຍກົງຕໍ່ທຸລະກິດ ການທ່ອງທ່ຽວ ຢູ່ຫລວງພະບາງ.


  
ຕໍ່ບັນຫາດັ່ງກ່າວ
, ພະແນກທ່ອງທ່ຽວແຂວງຫລວງພະບາງກໍ່ໄດ້ຈັດປະຊຸມ ກັບບັນດາຂະແຫນງທຸລະກິດທ່ອງທ່ຽວເຖິງສອງຄັ້ງ ເພື່ອ ພ້ອມກັນຊອກຫາວິທີແກ້ໄຂ ແລະ ແຜນການຮອງຮັບ ໂດຍພ້ອມກັນເລັງໃສ່ນັກທ່ອງທ່ຽວຈາກຂົງເຂດອາຊີ ແລະບັນດາປະເທດໃກ້ຄຽງ ທົດແທນນັກທ່ອງທ່ຽວຈາກອາເມລິກາ ແລະ ເອີຣົບ ເປັນຕົ້ນແມ່ນຕະຫລາດຍີ່ປຸ່ນ. ເຖິງວ່າຍີ່ປຸ່ນ ຈະໄດ້ຮັບຜົນກະທົບແຕ່ໄລຍະຜ່ານມາ ນັກທ່ອງທ່ຽວຍີ່ປຸ່ນ ຍັງບໍ່ມີຈຳນວນຫລາຍເທົ່າທີ່ຄວນ, ຫາກມີການບຸກຕະຫລາດໄດ້ກໍ່ຄາດວ່າຕົວເລກນັກທ່ອງທ່ຽວຈາກຍີ່ປຸ່ນຈະເພີ່ມຂຶ້ນ ເປັນຕົ້ນຫລັງຈາກການໄປຮ່ວມງານຢູ່ຍີ່ປຸ່ນ ຂອງທ່ານປະທານອົງການທ່ອງທ່ຽວແຫ່ງຊາດ ໃນເດືອນກັນຍາຜ່ານມາ ໄດ້ມີນັກທ່ອງທ່ຽວ ຊາວ ຍີ່ປຸ່ນເຖິງ 200 ຄົນ ຈະບິນກົງມາວຽງຈັນກ່ອນຈະໄປຕໍ່ທີ່ຫລວງພະບາງ ໃນເດືອນກຸມພາປີ 2009 ເຊິ່ງນັບເປັນທ່າອຽງທີ່ດີໃນ ສະພາບ ປະຈຸບັນ. ນອກຈາກຍີ່ປຸ່ນ ກໍ່ມີຕະຫລາດ ສ.ເກົາຫລີ, ລວມເຖິງຈີນ, ຫວຽດນາມ, ໄທ ແລະ ນັກທ່ອງທ່ຽວພາຍໃນປະເທດ.


  
ສົກປີ
20072008 ທີ່ຫາກໍ່ຜ່ານພົ້ນໄປ ຕົວເລກນັກທ່ອງທ່ຽວເຂົ້າມາທ່ຽວແຂວງຫລວງພະບາງມີທັງຫມົດ 344.029 ຄົນ, ທຽບ ໃສ່ສົກປີກ່ອນນັ້ນເພີ່ມຂຶ້ນ 10,29%; ເປັນນັກທ່ອງທ່ຽວຕ່າງປະເທດ 231.575 ຄົນ, ນັກທ່ອງທ່ຽວຊາວລາວ 112.454 ຄົນສ້າງລາຍ ຮັບໄດ້ 86 ລ້ານກວ່າໂດລາສະຫະລັດ, ເພີ່ມຂຶ້ນຈາກ 77,9 ລ້ານກວ່າໂດລາສະຫະລັດໃນສົກປີກ່ອນນັ້ນ.

   ສຳລັບສົກປີນີ້, ທ່ານ ຄຳຕັນ ຊີ້ວ່າ:

ໂດຍລວມແລ້ວໄດ້ຕັ້ງເປົ້າສູ້ຊົນຕົວເລກນັກທ່ອງທ່ຽວໃຫ້ໄດ້ປະມານ
390.000-400.000 ຄົນ ເຊິ່ງກໍ່ນັບວ່າເປັນສິ່ງທ້າທາຍສົມຄວນໃນສະພາບປະຈຸບັນ ເຊິ່ງຈະຕ້ອງໄດ້ຕິດຕາມສະພາບເສດຖະກິດ ໂລກຢ່າງໃກ້ຊິດ. ຢ່າງໃດກໍ່ດີ, ຖ້າສະພາບການບໍ່ແກ່ຍາວກໍ່ຄົງຈະບໍ່ສົ່ງຜົນກະທົບຫລາຍແຕ່ຖ້າວິກິດການດັ່ງກ່າວແກ່ຍາວ, ກໍ່ຈະເປັນບັນຫາຫນັກສົມຄວນ. ແຕ່ຖ້າທຽບ ໃສ່ວິກິດການເງິນໃນປີ 19971998 ແລ້ວ, ຄັ້ງນີ້ຄົງຈະບໍ່ກະທົບເທົ່າຄັ້ງນັ້ນ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard