Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວ ຈະສ້າງ ໄອເທັກ 2 ລະເດີ້ !!!


Senior Member

Status: Offline
Posts: 428
Date:
ລາວ ຈະສ້າງ ໄອເທັກ 2 ລະເດີ້ !!!




ຂ່າວ: ໃສຫລ້າຄຳ


   (ECOM)
ບໍລິສັດລາວເວີນ ມີແຜນສ້າງອາຄານສູນການຄ້າລາວ-ໄອເຕັກຂຶ້ນຕື່ມອີກ ເພື່ອຮອງຮັບການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ ຂອງປະເທດ ຫລັງຈາກທຸລະກິດປີສອງປີມານີ້ ຂະຫຍາຍຕົວຢ່າງວ່ອງໄວ ແລະ ເບິ່ງຄືວ່າອາຄານຫລັງເກົ່າເລີ່ມຄັບແຄບລົງ.


  
ທ່ານ ສຸລິຍົງ ຫຍຸຍວານີຊວົງ ຜູ້ຈັດການບໍລິສັດລາວເວີນຈຳກັດເປີດເຜີຍເລື່ອງການຂະຫຍາຍສູນການຄ້າລາວ-ໄອເຕັກ ຕໍ່ທີມຂ່າວ ພວກເຮົາວ່າ: ບໍລິສັດລາວເວີນ ມີແຜນເພີ່ມທຶນຈົດທະບຽນສູນການຄ້າລາວ-ໄອເຕັກ ຈາກ
7,5 ລ້ານໂດລາສະຫະລັດຂຶ້ນຕື່ມອີກ ເພື່ອ ຂະຫຍາຍກິດຈະການ ໂດຍມີແຜນສ້າງອາຄານຫລັງໃຫມ່ຂຶ້ນ ໃນພື້ນທີ່ທາງເຂົ້າເບື້ອງຊ້າຍມືທີ່ຍັງເປົ່າວ່າງຢູ່ເຊິ່ງຄາດວ່າຈະສາມາດດຳ ເນີນການໄດ້ໃນປີ 2009 ຈະມາເຖິງ ເພື່ອຕອບສະຫນອງໃຫ້ແກ່ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງປະເທດ ເພາະໄລ ຍະຫລັງໆມານີ້ ເວລາມີງານໃຫຍ່ສູນການຄ້າຫລັງເກົ່າເບິ່ງຄືວ່າຄັບແຄບ. ຢ່າງໃດກໍ່ຕາມ ທ່ານ ສຸລິຍົງ ບໍ່ໄດ້ເປີດເຜີຍເຖິງຕົວເລກການ ເພີ່ມທຶນຈົດທະບຽນມີມູນຄ່າຫລາຍປານໃດ, ລວມເຖິງຈະສ້າງຂຶ້ນ ໃນເນື້ອທີ່ໃຫຍ່ເທົ່າໃດ ໃຫ້ຮູ້ພຽງວ່າຈະສ້າງເປັນອາຄານສູນການຄ້າ ແລະ ການບໍລິການ.


  
ນອກຈາກມີແຜນສ້າງອາຄານສູນການຄ້າ-ການບໍລິການຫລັງໃຫມ່ຂຶ້ນຢູ່ນະຄອນຫລວງວຽງຈັນແລ້ວ
, ບໍລິສັດລາວເວີນຈຳກັດຍັງມີ ແຜນຈະສ້າງສູນການຄ້າຂຶ້ນທີ່ແຂວງສະຫວັນນະເຂດ; ສູນການຄ້າດັ່ງກ່າວ ຄາດວ່າຈະສ້າງໃຫ້ຄົບວົງຈອນຄືສູນການຄ້າລາວ-ໄອເຕັກ ແຕ່ຈະມີຂະຫນາດນ້ອຍກວ່າ ເຊິ່ງປະຈຸບັນອຳນາດການປົກຄອງແຂວງສະຫວັນນະເຂດ ໄດ້ຈັດສັນທີ່ດິນໃຫ້ແລ້ວ ຍັງລໍຖ້າແຕ່ການເບິ່ງ ພື້ນທີ່ແຕ່ລະແຫ່ງກ່ອນຕັດສິນໃຈວ່າຈະສ້າງຢູ່ເຂດໃດ ເຊິ່ງຄາດວ່າແຜນການດັ່ງກ່າວຈະສາມາດດຳເນີນການໄດ້ໃນປີ 2009 ເຊັ່ນກັນ.


  
ສູນການຄ້າລາວ-ໄອເຕັກສ້າງສຳເລັດໃນປີ
2004 ເພື່ອຮັບໃຊ້ກອງປະຊຸມສຸດຍອດຜູ້ນຳອາຊຽນຄັ້ງທີ 10 ທີ່ນະຄອນຫລວງວຽງຈັນ ສູນການຄ້າລາວ-ໄອເຕັກ ນັບເປັນສູນການຄ້າທີ່ໃຫຍ່ທີ່ສຸດຂອງນະຄອນຫລວງວຽງຈັນ ກໍ່ຄືຂອງປະເທດປະກອບດ້ວຍສະຖານທີ່ວາງສະ ແດງສິນຄ້າທີ່ສາມາດຮອງຮັບໄດ້ຫລາຍກວ່າ 300 ຮ້ານ, ພາຍໃນຍັງມີຫ້າງຊັບພະສິນຄ້າ, ສູນໂບລິ້ງ,ໂຮງຮູບເງົາ,ສູນສະນຸກເກີ, ຫ້ອງ ອາຫານ, ຫ້ອງປະຊຸມລະດັບສາກົນ ແລະ ຫ້ອງຈັດງານລ້ຽງ, ງານດອງທີ່ສາມາດຮອງຮັບແຂກໄດ້ເຖິງ 1.5000 ຄົນ. ໄລຍະປີສອງປີ ມານີ້ ການບໍລິການລ້ວນແຕ່ໄດ້ຮັບຄວາມນິຍົມຈາກສັງຄົມຂຶ້ນນັບມື້; ຢ່າງໃດກໍ່ຕາມ ເພື່ອເຮັດໃຫ້ທຸລະກິດໃນສູນການຄ້າຂະຫຍາຍຕົວ ຫລາຍຂຶ້ນຕື່ມ ຈິ່ງໄດ້ເປີດການວາງສະແດງສິນຄ້າຢູ່ສູນການຄ້າລາວ-ໄອເຕັກຂຶ້ນ 2 ຄັ້ງຕໍ່ເດືອນ, ທ່ານ ສຸລິຍົງ ກ່າວຊ້ຳທ້າຍ.



__________________
Anonymous

Date:

ແມ່ນແລ້ວມີດິນບໍ່ອຶດຢູ່ເບຶ້ອງຊ້າຍ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard