Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເງິນໃບ 1000 ກີບ ພິມອອກມາໃໝ່ ຖືກງົດປ່ອຍ !!


Senior Member

Status: Offline
Posts: 428
Date:
ເງິນໃບ 1000 ກີບ ພິມອອກມາໃໝ່ ຖືກງົດປ່ອຍ !!




ເງິນໃບ 1000 ກີບ ພິມອອກມາໃໝ່ ຖືກງົດປ່ອຍ ຊົ່ວຄາວ

ກະແສຂ່າວ ທ້ອງຖີ່ນ ຣາຍງານວ່າ ທະນາຄານແຫ່ງ ສປປລາວ ງົດປ່ອຍເງິນ ໃບພັນກີບ ທີ່ໄດ້ຮັບການປັບປຸງ ພິມໃໝ່ ອອກຈໍຣະຈອນ ໃນສັງຄົມ-ໄວ້ຊົ່ວຄາວ ຍ້ອນຫາງສຽງ ວິພາກວິຈານ ທີ່ນັບມື້ ມີຫລາຍເພີ່ມຂຶ້ນ ກ່ຽວກັບ ຮູບຂອງນາງສາວ ສາມຄົນ ໃນໃບເງິນ ພາຍຫລັງ ປະຊາຊົນ ຊາບວ່າ ເປັນຮູບຂອງຄົນແທ້.

ມາຮອດມື້ນີ້ ທາງທະນາຄານ ແຫ່ງສປປລາວ ກໍຍັງບໍ່ທັນ ອະທິບາຍໃຫ້ສັງຄົມ ຊາບເທື່ອ ເຖິງເຫດຜົນໃນການເລືອກເອົາ ຮູບຄົນແທ້ ໃສ່, ນາງສາວ ທັງ 3 ເປັນໃຜ ແລະ ມີຄວາມສໍາຄັນ ແນວໃດ ຕໍ່ສັງຄົມ.
ແຕ່ເຖິງແນວໃດ ທ່ານ ສຸພັດ ໂຄດໂຍທາ ຫົວໜ້າກົມ ເງິນຕຣາ ທະນາຄານ ແຫ່ງສປປລາວ ກໍໄດ້ກ່າວ ໂດຍທີ່ ພວກທ່ານ ຍອມຮັບວ່າ ເປັນຮູບຖ່າຍ ຂອງຄົນແທ້ ແລະ ກໍເປັນ ພະນັກງານ ໃນທະນາຄານແຫ່ງສປປລາວ ແຕ່ຮູບນັ້ນ ໄດຜ່ານ ການເອົາໄປແຕ້ມ ຄືນອີກເທື່ອນຶ່ງ ຢູ່ປະເທດ ຣັດເຊັຽ.

ທ່ານສຸພັດ ກ່າວອີກວ່າ ຕົນບໍ່ຄິດ ເລີຍວ່າ ຈະມີຫາງສຽງ ວິຈານ ຈາກສັງຄົມ ຫລາຍປານນີ້ ເພາະຄິດວ່າ ທາງທະນາຄານ ໄດ້ເຮັດອອກມາ ດີທີ່ສຸດແລ້ວ. ບັນຫານີ້ ບໍ່ພຽງແຕ່ ໄດ້ນໍາ ໄປຖົກຖຽງກັນ ຢູ່ຕາມພື້ນຖານ ສັງຄົມ-ຊຸມຊົນ ຕ່າງໆ ແຕ່ຫາກຍັງ ໄປເຖິງຣະດັບ ຣັຖບານ ແລະ ສະພາ ແຫ່ງຊາດ ແລ້ວ.

ການປ່ອຍ ເງິນກີບໃໝ່ ໃບພັນ ຈະຖືກງົດໄປ ຈົນກວ່າ ຈະໄດ້ຮັບ ການພິຈາຣະນາ ມີຂໍ້ຕົກລົງຈາກຣັຖບານ ອີກເທື່ອນຶ່ງ ເສັຽກ່ອນ. ສ່ວນທີ່ຖືກນໍາ ອອກໃຊ້ແລ້ວ ກໍສາມາດ ໃຊ້ຈັບຈ່າຍໄດ້ ຕາມປົກກະຕິ.
ເມື່ອວັນທີ 30 ຕຸລາ 2008 ນີ້ ທະນາຄານແຫ່ງສປປລາວ ໄດ້ອອກເມື່ອວັນທີ 30 ຕຸລາ 2008 ນີ້ ທະນາຄານ ແຫ່ງສປປລາວ ໄດ້ອອກແຈ້ງການ ນໍາເອົາທະນະບັດ-ໃບພັນກີບ ທີ່ໄດ້ຮັບການປັບປຸງ ແລະ ພິມໃໝ່ ໃນປີ 2008 ອອກສູ່ສັງຄົມ ເລີ່ມ ແຕ່ເດືອນພຶສຈິກາ ເປັນຕົ້ນໄປ ເພື່ອປັບປຸງ ຄຸນນະພາບ ຂອງໃບເງິນ ໃນການຈໍຣະຈອນ, ສົ່ງເສີມ ການນໍາໃຊ້ເງິນກີບ ໃຫ້ນັບມື້ກວ້າງຂວາງ, ໃຫ້ການຊໍາຣະ ຣາຄາສີນຄ້າແລະ ຄ່າບໍຣິການ ມີຄວາມສະດວກ ຍີ່ງຂຶ້ນ.

__________________
Anonymous

Date:

ຂ້າພະເຈົ້າ ບໍ່ແມ່ນພະນັກງານຂອງຂະແຫນງກ່ຽວຂ້ອງ ແຕ່ໃນຖານະເປັນພົນລະເມືອງລາວ ຂໍມີທັດສະນະດັ່ງນີ້:
- ການຈະເອົາຣູບອອກໃສ່ເງີນ ກໍ່ຄວນ ມີການປຶກສາຫາລື ໃນສະພາ, ລັດຖະບານ ກ່ອນເອົາໄປພີມ ແລະບໍ່ຄວນເອົາໃຈຕົນ ເອງຕັດສີນພຽງຜູ້ດຽວແລະອົງການດຽວ, ບໍ່ມີເທດໃດໃນໂລກ ເຂົາເອົາຮູບຄົນ ທ່ີສັງຄົມບໍ່ຮັບຮູ້ ເອົາມາພີມໃສ່ເງີນ
- ຄວນເອົາຮູບທ່ີເປັນສາລັກ ແລະຜູ້ ມີຄຸນງາມຄວນດີຕໍ່ປະເທດຊາດ ຫຼືເອົາວິລະຊົນແຫ່ງຊາດ
-ຮູບສັດກໍ່ເອົາ ຮູບຊ້າງ ຈະດີກວ່າຮູບຄວາຍ ເພາະ ຊ້າງເປັນສັດທີ່ ຕິດພັນ ແລະມີວິລະກຳຕໍ່ຊາດ ໃນການຕໍ່ສູ້ຕ້ານຜູ້ຮຸກຮານຕ່າງຊາດ - ປະເທດລ້ານຊ້າງ
- ອາດຈະມີຮູບດອກຈຳປາ ເພາະເປັນ ດອກໄມ້ປະຈຳຊາດ
-ອາດຈະມີຮູບແຄນ ເພາະເປັນເຄືອ່ງດົນຕີແລະສັນຍາລັກຂອງຄົນລາວທົ່ວໄປ
-ການຕັດສີນໃຈຜິດພາດໃນຄັ້ງນີ້ ແມ່ນມີຄວາມເສຍຫາຍຫຼາຍ
-ຄວນກວດກາຄືນ ການອະນຸມັດໃຫ້ເອົາຮູບດັ່ງກ່າວອອກ.

ລາວ ເປັນລາວ.

__________________
Anonymous

Date:

ແຮງເບິ່ງ ແຮງເປັນຕາຢາກຫົວ ບໍ່ຮູ້ວ່າແມ່ນໃຜເປັນຄົນຄຶດ.
ສັນຍາລັກອື່ນໆ ທີ່ບອກເຖິງຄວາມເປັນລາວມີຫລາຍ ພັດບໍ່ຊ່າງເລືອກ

ຂໍບອກວ່າຮູບຄວາຍ ກັບຮູບ ນາງເທບອັປສອນ ມັນບໍ່ເຂົ້າກັນ ກະລຸນາຢ້າຍເພິ່ນໄປໄວ້ບ່ອນອື່ນໄວໆ
ເພາະຄວາມຫມາຍຂອງເພິ່ນແມ່ນເທບພະເຈົ້າແຫ່ງຄວາມງາມ ແລະ ກະບໍ່ໄດ້ມີແຕ່ຄົນລາວທີ່ນັບຖື.

ສ່ວນຮູບຄວາຍແມ່ນມີຄວາມຫມາຍແນວໃດກະບໍ່ຮູ້, ຫມາຍເຖິງປະເທດລາວອຸດົມຮັ່ງມີດ້ວຍຄວາຍ ? 

ບໍ່ຫນ້າເຊື່ອວ່າລະດັບຫົວຫນ້າກົມຊິຄຶດໄດ້ຊໍ່ານີ້...



__________________


Senior Member

Status: Offline
Posts: 428
Date:

ວິວັດທະນາການ ຂອງເງິນກີບລາວ

















and now this




__________________
Anonymous

Date:

ວີວັດທະນາການ ກໍ່ ແມ່ນສີ່ງຜ່ານມາແລ້ວ ແລະກໍ່ໃຊ້ເງີນກີບນັ້ນມາຫຼາຍແລ້ວ ,ແຕ່ໃນຮູບ ທ່ີີິ້ີ່ປະກົດໃນຜ່ານມາ ກໍ່ແມ່ນຮູບຄົນ ທີ່ບໍ່ມີວິນຍານ ແລະໃນຜ່ານມາ ກໍ່ ແມ່ນ ໄລຍະຂ້າມຜ່ານ ເຊີ່ງປະເທດມີຄວາມຍງຸ້ຍາກ ຫຼາຍກວ່າປະຈຸບັນ, ຄວນມີການຖອດຖອນ ເພືອ່ເຮັດໃຫ້ ມີຄວາມກ້າວຫນ້າ ແລະເດີນຫນ້າຕໍ່ ໄປ ແລະບໍ່ຄວນ ຈະເອົາຮູບ ຜູ້ສາວ ທ່ີເປັນເລຂາຕົນເອງໃນນັ້ນໃບເງີນກີບ.  ສີງທ່ີຈະເອົາອອກ ມີບໍ່ອຶດ ເຊັ່ນຮູບວັດວາອາຣາມ ທ່ີເກົ່ແກ່ ກໍ່ມີຫຼາຍໃນທົ່ວປະເທດ ທີ່ຄົນລາວຫວງແຫນ ແລະເປັນສາລັກຂອງສາດສະຫນາພຸດ.


ລາວ ເປັນລາວ

__________________


Senior Member

Status: Offline
Posts: 428
Date:

ສັງເກດເບິ່ງດີໆ ໃບພັນກີບແບບເກົ່າ ແລະໃຫມ່ ໃຊ້ຮູບຄວາຍ ແບບດຽວກັນເລີຍ !







__________________
Anonymous

Date:

ສັດ ຄືກັນຢູ່ ແຕ່ ຮູບຄົນບໍ່ຄືກັນມ  , ຍີງ 3 ຄົນ ຍັງມີຊີວິດຢູ່ ແລະຍັງມີວິຖີດຳລົງຊີວິດທີ່ ບໍ່ປອດໃສຂາວສະອາດອີກ ແລະ ຖ້າມີຄວາມຮັບຜີດຊອບ ຕ້ອງປຶກສາກັນໃນຫມູ່ ຄະນະແລະ ຮັບຮູ້ ຄວາມຕ້ອງຕິຂອງສັງຄົມ ເພາະວ່າທຸກບັນຫາ ແມ່ນຄົນເປັນສ້າງຂື້້ນມາ ,ມີທາງອອກ ແລະແກ້ໄຂຂອງມັນ. ຂ້າພະເຈົ້າ ບໍ່ເຂົ້າໃຈວ່າ ເປັນຫັຽງຕ້ອງເຈາະຈົງໃສ່ແຕ່ຮູບ ໂຕຄວາຍ ເຖີງງວ່າ ຊາວນາລາວໃຊ້ຄວາຍ ເພືອ່ໄຖນາມາແຕ່ດຶກດຳບັນກໍ່ຢ່າ ແຕ່ໃນສາຍຕາທົ່ວໄປ ແລ້ວ ຄວາຍປຽບເຫມືອນຂ້າທາດ ແລະຄົນ ລາວ ເຮົາ ກໍ່ຍັງມັກດ່າກັນຢູ່ວ່າ: ໂງ່ຄືງົວຄື ຄວາຍ ຫຼື ບັກຄວາຍ ແລະ ຖ້າໃຜຖືກດ່າ ແລະ ໄດ້ຍີນ ຄຳເວົ້າແບບນີ້ ກໍ່ບໍ່ມີຄວາມມັກຄວາມຊອບແລ້ວ ແຕ່ເປັນຫັຽງ ຍັງເອົາຮູບຄວາຍ ອອກມາແລະປົກປ້ອງຄວາມຜິດຂອງຕົນເອງ ຢູ່ ແລະນີ້ ກໍ່ ເປັນສາຍເຫດຫນື່ງ ທ່ີເຮັດໃຫ້ຄົນລາວ ບໍ່ໃຊ້ເງີນຂອງຕົນເອງ ແລະເອົາແຕ່ເງີນປະເທດອື່ນມາຮັກສາ ແລະຈັບຈ່າຍ ແລະຂໍໃຫ້ ຄິດເບີ່ງດີ... ຂ້າພະເຈົ້າຄິດວ່າ : ຜູ້ອອກແບບ ກໍ່ຍັງບໍ່ມີເງີນກີບຢູ່ໃນຖົງຕົນເອງຊໍ້າມ ໄປກວດເບີ່ງ.


ລາວ ເປັນລາວ



__________________
Anonymous

Date:

ຢາກກອບປີ້ຄືເພີ່ນແຕ່ບໍ່ຄືເພີ່ນເຂົາວ່າ ຮູບຄວາຍທີ່ນຳໃຊ້ອາດຈະແມ່ນຄວາຍຄືກັນ
ແຕ່ບໍ່ຄືກັນຍ້ອນວ່າເສັ້ນທີ່ໃຊ້ແຕ້ມຮູບຄວາຍໃນໃບພັນນີ້ມີຄວາມເຂັ້ມກ່ວາ
ເຮັດໃຫ້ຮູບຄວາຍທີ່ໃຊ້ມັນຊັດເຈນແລະເບິ່ງຄືເນັ້ນຄວາມເປັນຄວາຍຈະເດັ່ນຈົນເກີນໄປ
ໃບເກົ່າເຂົາຈະແຕ້ມແລະໃຊ້ເສັ້ນຈາງໆ ຈຶ່ງບໍ່ເປັນທີ່ວິພາກວິຈານຜ່ານມາ
ທີ່ຈິງການຈະນຳໃຊ້ຮູບໃນໃບເງີນລະດັບປະເທດຄວນຈະຄິດ concept ຂື້ນມາ
ກ່ອນວ່າ ຢາກຈະສະແດງເຖີງຫຍັງ ຫຼັງຈາກນັ້ນຈຶ່ງມາຖອດຖອນຈາກຜ່ານມາ
ແລະທ້າຍທີ່ສຸດກໍ່ມາເບີ່ງສະພາບປັດຈຸບັນຂອງບ້ານເຮົາ ບໍ່ແມ່ນຍາມໃດເຫັນເພີ່ນ
ໃຊ້ຄວາຍກໍ່ຈະກອບເອົາແຕ່ຄວາຍມາໃຊ້ ແລ້ວໄປເນັ້ນເສັ້ນເຮັດໃຫ້ຄວາຍເດັ່ນ
ຈົນເກີນຮູບຊ້າງຮູບເທບອັກສອນ..........

__________________
Anonymous

Date:

ຄວາມເຫັນ:
1. ຮູບນາງທັງສາມເປັນຮູບຂອງຄົນທ/ດ ບໍ່ສົມຄວນທີ່ຈະເອົາຮູບຂອງຄົນຮູ້ຈັກສ່ວນໂຕ
    ຂອງຜູ້ອອກແບບຫຼືຂອງຫົວຫນ້າຜູ້ເຊັນລົງ ໄປພິມໃສ່
    ຄວນຈະເອົາບຸກຄົນທີ່ມີຜົນງານໃນການສ້າງປະເທດລາວ,ບຸກຄົນຂອງປະຫວັດສາດລາວ
2. ເນື່ອງຈາກເສັ້ນທີ່ໃຊ້ແຕ້ມຮູບຄວາຍເຂັ້ມເກີນໄປເຮັດໃຫ້ຮູບຄວາຍມີຄວາມເດັ່ນກ່ວາຮູບອື່ນໆ
    ນັ້ນກໍ່ໝາຍຄວາມວ່າຜູ້ແຕ້ມຢາກເນັ້ນຄວາຍເປັນຫຼັກ, ແຕ່ການໂຄສະນາປະເທດລາວນີ້
    ເໝາະສົມຫຼືບໍ່ທີ່ຈະໃຊ້ຮູບຄວາຍເປັນຫຼັກ?
3. ຄວນຈະນຳໃຊ້ຮູບພາບແລະສັນຍາລັກທີ່ມີຄວາມໝາຍແລະເປັນສິລິມຸງຄຸນໃນເງີນ
    ເພາະຈະເປັນການໂຄສະນາປະເທດລາວໃນໂຕວ່າມີຫຍັງແດ່ເຊັ່ນ:
   + ສັນຍາລັກ :​ຮູບພະຍານາກ,ຮູບຊ້າງ,ຮູບເທບນາງອັກສອນ,
   + ພາບທິວທັດ: ວັດຊຽງທອງ,ທົ່ງໃຫ່ຫີນ,ນ້ຳຕົກຫຼີ່ຜີ,ເຄື່ອງຈັກສານ,ທົ່ງເຂົ້າທີ່ມີເຂົ້າເຕັມທົ່ງ
     ອື່ນໆທີ່ເປັນການໂຄສະນາໃນແງ່ທີ່ດີໃຫ້ແກ່ລາວ.


__________________
Anonymous

Date:

ບໍ່ເປັນຕາເຫຼືອເຊື່ອສຸດກໍ່ຄືຄຳເຫັນຂອງລະດັບຫົວຫນ້າກົມກ່າວວ່າ:ຂ້າພະເຈົ້າບໍ່ຄິດວ່າຈະເປັນບັນຫາໃຫຍ່
ຂະໜາດນີ້ຈົນນຳຂື້ນໄປຮອດສະພາເພາະທຸກຄົນໄດ້ເຮັດດີທີ່ສຸດແລ້ວ...........ລະດັບຫົວຫນ້າກົມບໍ່ຮູ້ວ່າ
ສິ່ງທີ່ຕົນເອງຜິດມັນເປັນການບໍ່ສົມຄວນຂະໜາດໃດ ແລະ ດີທີ່ສຸດຂອງທະນາຄານກາງແລ້ວນີ້ແມ່ນແນວນີ້?
ຂະໜາດຄົນທ/ດຄືເຮົາເຈົ້າຂ້ອຍທີ່ບໍ່ໄດ້ມີຄວາມຮູ້ດ້ານການເງີນການທະນາຄານ ຍັງຮູ້ວ່າບໍ່ເໝາະສົມແລະ
ຄວນຈະເອົາອີ່ຫຍັງລົງໄປໃນເງີນແດ່.
ຖ້າວ່າຄົນຂອງທະນາຄານກາງບໍ່ມີຄວາມສາມາດປານນັ້ນແລະບໍ່ມີໄອເດຍພໍປານນັ້ນ ກ່ອນການອອກແບບ ກະໂພດສລົງຂໍຄວາມເຫັນນຳປ/ຊທົ່ວໆໄປຢູ່ເວບໄຊກະໄດ້ເດ້ ໂດຍການຕັ້ງຫົວຂໍ້ວ່າ:
ຖ້າຈະພິມທັນນະບັດໃໝ່ຂອງລາວທ່ານຄິດວ່າຄວນຈະເອົາຮູບໃຜ,ສັນຍາລັກໃດນຳໃຊ້ແດ່ ພ້ອມທັງບອກ
ເຫດຜົນ......... ເທົ່ານີ້ກໍ່ຈະໄດ້ໄອເດຍໄປເຮັດວຽກໃຫ້ມັນໄດ້ດີລະເດ້.
ນີ້ກໍ່ເປັນອີກຕົວຢ່າງຫນຶ່ງທີ່ບອກເຖິງລະດັບຄວາມສາມາດຂອງພ/ງແລະຜູ້ຮັບຜິດຊອບທີ່ບໍ່ເຖີງແລະບໍ່ເໝາະ
ສົມກັບຕຳແນ່ງແລະຫນ້າທີ່ຮັບຜິດຊອບລະດັບວຽກຂັ້ນປະເທດ.
ອັນນີ້ຕ້ອງໄດ້ຝາກໄປເຖີງກະຊວງສຶກສາໃຫ້ລົບລ້າງລະບົບທີ່ເນັ້ນແຕ່ປະລິມານຂາດຄຸນນະພາບ ລົບລ້າງລະບົບເຮີ່
ແຕ່ໃບປະກາດສູງໆ ແຕ່ຄວາມຮູ້ແລະຄວາມສາມາດບໍ່ມີ.

__________________
Anonymous

Date:

ຫລາຍທ່ານ ຄົງຈະບໍ່ເຂົ້າໃຈວ່າຮູບຄວາຍຫມາຍເຖິງຫຍັງ, ຄວາຍແມ່ນເຄືຶ່ຶືຶືຶອງມຶືອັນສຳຄັນຂອງຊາວນາ ອັນເປັນຕົວແທນ ໃຫ້ແກ່ຊົນຊັ້ນກຳມະກອນ ເຊິ່ງໄດ້ຮັບແນວຄິດມາຈາກລັດທິມາກເລນີນ ເຊິ່ງພັກລັດໃໍໍຊ້ເປັນເຄືື່ອງມືໃນການປົກຄອງສັງຄົມ ລາວ, ສະນັ້ນຄວາຍຈຶ່ງເປັນສັດທີ່ງາມຫລາຍຢູ່ໃນວັດທະນະທໍາຂອງເພິ່ນ, ດັ່ງທີ່ສັງເກດໄດ້ຈາກເງິນໃບທີ່ຜ່ານໆມາ ຈະຕ້ອງໄດ້ສ່ອງແສງເຖິງແນວທາງນະໂຍບາຍຂອງພັກ.

        ກົງກັນຂ້າມ, ໃນຄວາມເປັນຈິງຄວາຍຖືເປັນສັດທີ່ຕໍ່າຢູ່ໃນສັງຄົມລາວ ເຖິງວ່າມັນຈະມີຄວາມສຳຄັນຕໍ່ຊາວກະສີກອນ ລາວກໍ່ຕາມ, ມີຄໍາເວົ້າໃນພາສາລາວທີ່ວ່າ " ໂງ່ຄືຄວາຍ " ເຊິ່ງມັນເປັນຄໍາຫຍາບ ນອກຈາກນັ້ນຄວາຍຍັງບໍ່ໄດ້ຕິດພັນກັບ ວັດທະນະທຳລາວແຕ່ຢ່າງໃດ.

        ເງິນໃບພັນທີ່ອອກແບບໃຫມ່ນັ້ນ ນອກຈາກບໍ່ເຫມາະສົມໃນການທີ່ເອົາຄົນທີ່ສັງຄົມບໍ່ຮັບຮູ້ມາຂຶ້ນແລ້ວ, ຍັງມີຄວາມຂັດແຍ່ງຕໍ່ວັດທະນະທໍາລາວ ທີ່ເອົາຄວາຍມາປະກອບກັບສີນລະປະຂັ້ນສູງ, ເຊິ່ງເປັນລາຍນາງອັປສອນ ເທບຜູຸ້ສະຖິດຢູ່ສວງສະຫວັນ, ອັນໄດ້ຮັບແນວຄິດມາ ຈາກສາດສະຫນາ  ເຊີ່ງໄດ້້ເຂົ້າມາຝັງຮາກຢູ່ດິນແດນລາວ ເປັນເວລານັບພັນປີ.    



__________________
Anonymous

Date:


     ບໍ່ມີໃຜບໍ່ຮູ້ດອກວ່າຄວາຍແມ່ນເຄື່ອງມືຂອງກະສິກອນໃຊ້ໄວ້ດຳນາ ແຕ່ມັນບໍ່ແທດເໝາະກັບວັດທະນຳ
     ລາວຄືທ່ານວ່າ ເພາະບ້ານເຮົາມີຄຳປຽບທຽບວ່າຄວາຍມີແຕ່ແຮງແຕ່ບໍ່ມີສະໝອງຈຶ່ງໃຊ້ຄຳທີ່ວ່າ
     ໂງ່ຄືຄວາຍນັ້ນ ຈຸດປະສົງຂອງການນຳໃຊ້ແມ່ນເພື່ອຢາກສັນລະເສີນຍົກເອົາຄວາຍມາເປັນສັດປະຈຳປະເທດ?
     ຂື້ນກັບຄອນເຊັບຂອງຜູ້ອອກແບບວ່າຢາກຈະສັນລະເສີນຫຼືຍົກອັນໃດມາເປັນໂຕແທນແລະໂຄ
     ສະນາປະເທດລາວ. ຖ້າທຽບຄວາຍໃສ່ພະຍານາກ,ຊ້າງເຜືອກແລະນາງເທບອັກສອນ ສົມຄວນ
    ບໍ່ທີ່ຈະເອົາມາຮ່ວມກັນ?

 



__________________
Anonymous

Date:

ຄວາມຫມາຍຄວາຍກໍ່ຄຶຕົວແທນໃຫ້ແກ່ຊົນຊັ້ນກໍາມະກອນ, ຕົວແທນໃຫ້ແກ່ລັດທິຄອມມູນິດ ແລະ ທິດສະດີອັນເກົ່າຂອງພັກເຮົາ. 



__________________
no

Date:

i agree with you guys. i live in england but i'm lao . i just fond this wab today  and i'm so happy that laos they have a wab like this very good. about the money i agree with u guys i don't like it why they should this 3 women who are they ? what did they do for lao people why put they picture on the money i don't understand about lao government what r u thinking about .
 please lao people do something about that

__________________
Anonymous

Date:

samakomlao wrote:




ເງິນໃບ 1000 ກີບ ພິມອອກມາໃໝ່ ຖືກງົດປ່ອຍ ຊົ່ວຄາວ

ກະແສຂ່າວ ທ້ອງຖີ່ນ ຣາຍງານວ່າ ທະນາຄານແຫ່ງ ສປປລາວ ງົດປ່ອຍເງິນ ໃບພັນກີບ ທີ່ໄດ້ຮັບການປັບປຸງ ພິມໃໝ່ ອອກຈໍຣະຈອນ ໃນສັງຄົມ-ໄວ້ຊົ່ວຄາວ ຍ້ອນຫາງສຽງ ວິພາກວິຈານ ທີ່ນັບມື້ ມີຫລາຍເພີ່ມຂຶ້ນ ກ່ຽວກັບ ຮູບຂອງນາງສາວ ສາມຄົນ ໃນໃບເງິນ ພາຍຫລັງ ປະຊາຊົນ ຊາບວ່າ ເປັນຮູບຂອງຄົນແທ້.

ມາຮອດມື້ນີ້ ທາງທະນາຄານ ແຫ່ງສປປລາວ ກໍຍັງບໍ່ທັນ ອະທິບາຍໃຫ້ສັງຄົມ ຊາບເທື່ອ ເຖິງເຫດຜົນໃນການເລືອກເອົາ ຮູບຄົນແທ້ ໃສ່, ນາງສາວ ທັງ 3 ເປັນໃຜ ແລະ ມີຄວາມສໍາຄັນ ແນວໃດ ຕໍ່ສັງຄົມ.
ແຕ່ເຖິງແນວໃດ ທ່ານ ສຸພັດ ໂຄດໂຍທາ ຫົວໜ້າກົມ ເງິນຕຣາ ທະນາຄານ ແຫ່ງສປປລາວ ກໍໄດ້ກ່າວ ໂດຍທີ່ ພວກທ່ານ ຍອມຮັບວ່າ ເປັນຮູບຖ່າຍ ຂອງຄົນແທ້ ແລະ ກໍເປັນ ພະນັກງານ ໃນທະນາຄານແຫ່ງສປປລາວ ແຕ່ຮູບນັ້ນ ໄດຜ່ານ ການເອົາໄປແຕ້ມ ຄືນອີກເທື່ອນຶ່ງ ຢູ່ປະເທດ ຣັດເຊັຽ.

ທ່ານສຸພັດ ກ່າວອີກວ່າ ຕົນບໍ່ຄິດ ເລີຍວ່າ ຈະມີຫາງສຽງ ວິຈານ ຈາກສັງຄົມ ຫລາຍປານນີ້ ເພາະຄິດວ່າ ທາງທະນາຄານ ໄດ້ເຮັດອອກມາ ດີທີ່ສຸດແລ້ວ. ບັນຫານີ້ ບໍ່ພຽງແຕ່ ໄດ້ນໍາ ໄປຖົກຖຽງກັນ ຢູ່ຕາມພື້ນຖານ ສັງຄົມ-ຊຸມຊົນ ຕ່າງໆ ແຕ່ຫາກຍັງ ໄປເຖິງຣະດັບ ຣັຖບານ ແລະ ສະພາ ແຫ່ງຊາດ ແລ້ວ.

ການປ່ອຍ ເງິນກີບໃໝ່ ໃບພັນ ຈະຖືກງົດໄປ ຈົນກວ່າ ຈະໄດ້ຮັບ ການພິຈາຣະນາ ມີຂໍ້ຕົກລົງຈາກຣັຖບານ ອີກເທື່ອນຶ່ງ ເສັຽກ່ອນ. ສ່ວນທີ່ຖືກນໍາ ອອກໃຊ້ແລ້ວ ກໍສາມາດ ໃຊ້ຈັບຈ່າຍໄດ້ ຕາມປົກກະຕິ.
ເມື່ອວັນທີ 30 ຕຸລາ 2008 ນີ້ ທະນາຄານແຫ່ງສປປລາວ ໄດ້ອອກເມື່ອວັນທີ 30 ຕຸລາ 2008 ນີ້ ທະນາຄານ ແຫ່ງສປປລາວ ໄດ້ອອກແຈ້ງການ ນໍາເອົາທະນະບັດ-ໃບພັນກີບ ທີ່ໄດ້ຮັບການປັບປຸງ ແລະ ພິມໃໝ່ ໃນປີ 2008 ອອກສູ່ສັງຄົມ ເລີ່ມ ແຕ່ເດືອນພຶສຈິກາ ເປັນຕົ້ນໄປ ເພື່ອປັບປຸງ ຄຸນນະພາບ ຂອງໃບເງິນ ໃນການຈໍຣະຈອນ, ສົ່ງເສີມ ການນໍາໃຊ້ເງິນກີບ ໃຫ້ນັບມື້ກວ້າງຂວາງ, ໃຫ້ການຊໍາຣະ ຣາຄາສີນຄ້າແລະ ຄ່າບໍຣິການ ມີຄວາມສະດວກ ຍີ່ງຂຶ້ນ.



I agreed with you all, it's not appropriate to put those 3 ladies there, one of them doesn't smile, she looks very unhappy to have the photo taken.  I understand that the 3 ladies wearing lao costumes are the symbollic of Lao trides, it doesn't have to be a real photo like you said.   Why do they have to show so many baffaloes, one baffalo is more than enough to demonstrate this, why high power lines in the background?  Other countries have hydro-electricity, power station and nuclear power station, they have never included them in their currency.  I couldn't believe the comments from the head of the bank "ທ່ານສຸພັດ ກ່າວອີກວ່າ ຕົນບໍ່ຄິດ ເລີຍວ່າ ຈະມີຫາງສຽງ ວິຈານ ຈາກສັງຄົມ ຫລາຍປານນີ້ ເພາະຄິດວ່າ ທາງທະນາຄານ ໄດ້ເຮັດອອກມາ ດີທີ່ສຸດແລ້ວ". looks like he has no ideas, short thinking, no wonder Lao economy hasn't improved much, you have a short sighted leader to take care of the money and economy for the country.  We don't need a leader in a bank like him, he should be resigned. 


__________________
Anonymous

Date:

ກຳມະກອນ ສະຫຼາດກວ່າຄວາຍ, ກຳມະກອນ ກໍ່ແມ່ນຄົນ ແລະ ຄົນເປັນຜູ້ ຈູງຄວາມໄປ ແລະໃຊ້ຄວາຍ ເພືອ່ລຸດຜ່ອນການແບກຫາບວຽກຫນັກ ແລະຄວາຍ ເປັນໂຕຊ່ວຍແຮງງານຄົນ  ບໍ່ແມ່ນ ຄວາຍຈະຄວາມພາຄົນ ໄປ ເຮັດ ແນວທ່ີີ່ຄົນ ຢາກໄດ້ ແລະຢາກເຮັດມ ຖ້າເອົາຄວາຍເປັນຕົວ ແທນ ທກຸຢ່າງ ແລ້ວມ ກໍ່ຄວາຍ ໄປງານດອງ ແທນເຈົ້າຂອງເບີ່ງມ ເຈົ້າພາບຈະພໍໃຈບໍ... ຄວາຍ ແລະພັກ ຫຼືກອມມູນິດ ມັນແມ່ນຄົນລະເລື່ອງໃ ໃນທິດສະດີ ມາກ-ເລນີນ ບໍ່ໄດ້ເວົ້າເຖີງຄວາຍເປັນຕົວແທນ ຂອງຊົຊັ້ນກຳມະກອນເລີຍ

ລາວ ເປັນລາວ

__________________
Anonymous

Date:

ດີແທ້ ກໍ່ເອົາຮູບປັ້້ນຂອງເຈົ້າຟ້າງຸຸ່ມຸ ຫຼື ເຈົ້າ້ໄຊເສດຖາໃສ່ ຈະດີ ກວ່າ ຜູ້ຍີງ 3 ຄົນ ແລະ ເຄືອ່ງຫມາຍສັນຍາລັກ ທ່ີີ່ເຊືອຊາດໃດເຂົາບໍ່ມີ ແລະ ປະເທດໃກ້ຄຽງເຂົາຍັງຍາກເອົາເປັນຂອງເຂົາມ ນັ້ນຄືແຄນ ແລະດອກໄມ້ປະຈຳຊາດ-ດອກຈຳປາ.

__________________
ຄົນລາວ

Date:

ຕາມທີ່ໄດ້ອ່ານນັບເເຕ່ເທິງຈົນມາເຖິງຄວາມເຫັນສຸດທ້າຍ ເເມ່ນຂ້ອຍຂໍຊື່ນຊົມໃນຂໍ້ຕໍາໜິ ເເລະວິຈານຂອງທຸກທ່ານ, ເພາະໃນບົດວິເຄາະເເລະວິພາກຂອງພວກຍທ່ານເເມ່ນກົງກັບຄວາມເຫັນຂອງຫລາຍໆຄົນກ່ຽວກັບເງິນກີບໃບລະ ໑໐໐໐. ຂ້ອຍຄິດວ່າ: ເງິນກີບໃບລະ ໑໐໐໐ ນີ້ໜ້າຈະຢຸດຕິໄປເລີຍ (ຫລືເວົ້າສັ້ນໆວ່າ ຈູດຖິ້ມ!!) ເເລະບໍ່ຕ້ອງອ້າງເຫດຜົນດອກວ່າຈະລໍຖ້າການພິຈາລະນາຕາມຄວາມເໝາະສົມ ເເລະຄວາມຄິດເຫັນໃນການຜຶກສາຫາລືຈາກຂັ້ນນໍາ. ເພາະຂ້ອຍຄິດວ່າເດັກນ້ອຍກໍ່ຍັງເບິ່ງອອກເຖິງຈຸດຕໍາໜິ (ອັນຍິ່ງໃຫຍ່)ໄດ້, ເວົ້າຄວາມຄວາມຊື່ກໍ່ຄື "ນາງທັງສາມຄົນ" . ຢາກຖາມກົງໆຈາຄຜູ້ທີ່ມີຄວາມຄິດໃນການອອກເເບບທະນະບັດໃບ ໑໐໐໐ ກີບສະບັບປັຈຸບັນນີ້ວ່າຄິດຈັງໃດຈຶ່ງເອົາຮູບພວກເຂົາມາປະກົດກາຍໃນເງິນໃບລະ ໑໐໐໐ ກີບນີ້? ອັນຮູ້ຢູ່ດອກວ່າເປັນຄົນທີ່ທ່ານເລືອກ ເເຕ່ມັນກໍ່ເປັນເລື່ອງສ່ວນຕົວຂອງພວກເຈົ້າ. ຈະກະທໍາອັນໃດກໍ່ຄວນເບິ່ງໜ້າເບິ່ງຫລັງເເດ່, ບໍ່ເເມ່ນ່ິກະທໍາສີ່ງໃດກໍ່ເຮັດຮະເຮັດຮາມໄປ ປະຊາຊົນພົນລະເມືອງລາວບໍ່ເເມ່ນຄົນຫູໜວກຕາບອດ ອັນນີ້ມັນເເມ່ນພຽງການເລີ້ມຕົ້ນເດີ້, ອັນຄວາມຄິດສະຫລາດໜ້ອຍນັ້ນ ເຂົາສິຮ້ອງວ່າ ບັກເງິກ...ອັນທະນະບັດ ໑໐໐໐ກີບອັນເກົ່ານັ້ນມີຫຍັງມີຫຍັງບໍ່ຖືກຕ້ອງຈຶ່ງຕ້ອງປ່ຽນເປັນເອົາຮູບເອົາສາມນາງເລຂາຂອງເຈົ້າເຂົ້າມາ? ຂ້ະຍຄິດວ່າ ອັນມັນກໍ່ດີຢູ່ໜາ, ຖ້າຄິດວ່າສີບໍ່ສົດໃສພໍກໍ່ສາມາດດັດເເປງດ້ວຍການເພີ້ມສີສັນຕື່ມໄດ້. ເເມ່ນບໍ?



__________________
Anonymous

Date:

ປະເທດລາວພັດທະນາຊ້າ ຍ້ອນມີຫົວຫນ້າ(ບາງຄົນ)ທີ່ມີຄວາມສາມາດຫນ້ອຍ
ແຕ່ມີຂັ້ນສູງ(ມີໃບປະກາດສູງ ມີຜົນງານທີ່ເວົ້າເອົາຫຼາຍ) ຜິດພາດຂະໜາດນີ້
ຍັງບໍ່ຄິດວ່າຊິເປັນເລື່ອງໃຫຍ່ຫຼວງປານນີ້.​ຕຳແນ່ງທີ່ເພີ່ນຖືຢູ່ແມ່ນຫົວຫນ້າກົມ
ຂອງທະນາຄານກາງ ແລະກ່ວາເງີນຊິພິມອອກມາໄດ້ຕ້ອງຜ່ານລ/ຕ
ກະຊວງການເງີນເຊັນ........ ແຕ່ບໍ່ມີໃຜຕຳນິແລະຄັດຄ້ານຈັກຄົນ?
ລະບົບເຮັດວຽກນຳລັດຕ້ອງຍ້ອງກັນໄວ້ຫ້າມຕຳນິ ກະເປັນແນວນີ້ແລ້ວ.

__________________


Newbie

Status: Offline
Posts: 1
Date:

ข้อยขๅนพาสาลาวบํ่ได้เดี.แต่ข้อยกะแม่นคนลาว
เปันหยังเงินใบ1000กีบต้องป่ๅนแบบใหม่,ป่ๅนเปันเทื่อที 2แล้ว.ป่ๅนเทื่อทำอิดมันกะงามดีอยู่แล้ว,เปันหยังต้องป่ๅนใหม่อีก.แม่ยิง3คนนั้นแม่นใผ?เปันหยังขั้นชิป่ๅนคืบั่ Scan เอาฮูบ 3 นางโตเก่า.เปันหยังคืป่ๅนแต่ใบ 1000 กีบ. ใบ 2000, 5000, 10000, 20000 คืบํ่ป่ๅน.


__________________
Anonymous

Date:

disbelief.gifno.gifdisbelief.gifno.gifconfuse.gifno.gifdisbelief.gif
ສັດ ຄືກັນຢູ່ ແຕ່ ຮູບຄົນບໍ່ຄືກັນມ , ຍີງ 3 ຄົນ ຍັງມີຊີວິດຢູ່ ແລະຍັງມີວິຖີດຳລົງຊີວິດທີ່ ບໍ່ປອດໃສຂາວສະອາດອີກ ແລະ ຖ້າມີຄວາມຮັບຜີດຊອບ ຕ້ອງປຶກສາກັນໃນຫມູ່ ຄະນະແລະ ຮັບຮູ້ ຄວາມຕ້ອງຕິຂອງສັງຄົມ ເພາະວ່າທຸກບັນຫາ ແມ່ນຄົນເປັນສ້າງຂື້້ນມາ ,ມີທາງອອກ ແລະແກ້ໄຂຂອງມັນ. ຂ້າພະເຈົ້າ ບໍ່ເຂົ້າໃຈວ່າ ເປັນຫັຽງຕ້ອງເຈາະຈົງໃສ່ແຕ່ຮູບ ໂຕຄວາຍ ເຖີງງວ່າ ຊາວນາລາວໃຊ້ຄວາຍ ເພືອ່ໄຖນາມາແຕ່ດຶກດຳບັນກໍ່ຢ່າ ແຕ່ໃນສາຍຕາທົ່ວໄປ ແລ້ວ ຄວາຍປຽບເຫມືອນຂ້າທາດ ແລະຄົນ ລາວ ເຮົາ ກໍ່ຍັງມັກດ່າກັນຢູ່ວ່າ: ໂງ່ຄືງົວຄື ຄວາຍ ຫຼື ບັກຄວາຍ ແລະ ຖ້າໃຜຖືກດ່າ ແລະ ໄດ້ຍີນ ຄຳເວົ້າແບບນີ້ ກໍ່ບໍ່ມີຄວາມມັກຄວາມຊອບແລ້ວ ແຕ່ເປັນຫັຽງ ຍັງເອົາຮູບຄວາຍ ອອກມາແລະປົກປ້ອງຄວາມຜິດຂອງຕົນເອງ ຢູ່ ແລະນີ້ ກໍ່ ເປັນສາຍເຫດຫນື່ງ ທ່ີເຮັດໃຫ້ຄົນລາວ ບໍ່ໃຊ້ເງີນຂອງຕົນເອງ ແລະເອົາແຕ່ເງີນປະເທດອື່ນມາຮັກສາ ແລະຈັບຈ່າຍ ແລະຂໍໃຫ້ ຄິດເບີ່ງດີ... ຂ້າພະເຈົ້າຄິດວ່າ : ຜູ້ອອກແບບ ກໍ່ຍັງບໍ່ມີເງີນກີບຢູ່ໃນຖົງຕົນເອງຊໍ້າມ ໄປກວດເບີ່ງ.


ລາວ ເປັນລາວ
....I agree this comment . I think so
Now I'm Lao studying in China .I want to write chinese .
我们的国家发展得很慢。。。我知道为什么,我在中国学习已经1年半了,我很担心我们国家的情况。我们国家的经济乘警有很多外国朋友问过我 老挝是在哪的。。。?
我非常生气但是耐心的回答他们在东南亚。、、他们几乎都不认识老挝这是怎么会呢?我觉得我们的政府该看自己的国家啦。。。好好看的。
我还想说关于大人的孩子们。( dek sen tang rai ) rook pu yai ) hahahahahahaha .....yai keu e sang ni ...) stupid keu buffalo. hen kae money pen yai ....bor hu hien nang seu ...ai tang Khon Laos tang rai dea
我想问问我们的政府。。。你们的孩子都是自私的,我们国家不是很穷吗。。?但是看他们花钱的时候不像很穷的国家用钱啊。。。原来钱要发展国家的经济都是在你们的手里了。真好啊   他们每天用钱的像富人一样但是国家的经济是很穷的。太奇怪了吧,怪不得我们的国家发展很慢而现在在国内都是靠其他国家的帮忙。。。
       Laos student in Foreign .....do u know ? I really really really ........
can't to hear and saw ( dek sen ) rook pu yai ) ngoh keu kuay .

__________________


Member

Status: Offline
Posts: 6
Date:

kone uen ka kro tod laiy laiy poc com kong kha pha jao kien lao bor dai poc kha pha jao ma hien u jeen nai sing t gao ma kha pha jao ka hen d num thar wa aow hob korn uen ma sai yung dai sun kha pha jao eng ka khid wa yark ao hob sai kue karn dhai noc !

__________________

StEp[lnw]



Member

Status: Offline
Posts: 10
Date:

sa bai dee ka pa jao eng ka pen kon lao kon 1 t sai jai money keng kue kan ka hu suek va man bor tuek kue kan t ja ma aow huop kon eun t hao bor hu jak ma pim sai money bai 1000 kip . kan aow huop kon eun pai sai dai ka pa jao ka yak aow huop ka pa jao pai sai kue kan kab aming0903 han ler noc mu ka pa jao ka yak aow huop pai sai kue kan.

Oishi

__________________

 Oishi

Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard