Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວຈະສ້າງເສັ້ນທາງລົດໄຟ ແຕ່ເຫນືອ ຮອດໄຕ້ !!


Senior Member

Status: Offline
Posts: 428
Date:
ລາວຈະສ້າງເສັ້ນທາງລົດໄຟ ແຕ່ເຫນືອ ຮອດໄຕ້ !!


 

ການຂຸດຄົ້ນແຮ່ທາດຕ່າງໆທີ່ກຳລັງດຳເນີນການຂຸດຄົ້ນ ແລະ ຄາດວ່າຈະມີເຖິງຫລັກແສນໂຕນຕໍ່ປີ ແລະແຜນການຂຸດຄົ້ນຕ່າງໆໃນ ອະນາຄົດລວມເຖິງການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານເປັນຕົວດຶງໃຫ້ລັດຖະບານລາວມີແຜນການໄລຍະຍາວສ້າງລະບົບເສັ້ນທາງລົດ ໄຟໃນທົ່ວປະເທດແຕ່ເຫນືອ
-ໃຕ້ຕາເວັນຕົກ-ຕາເວັນອອກ ລວມໄລຍະທາງ 2.500 ກິໂລແມັດ ລວມມູນຄ່າສູງເຖິງ 13 ພັນລ້ານກວ່າ ໂດລາສະຫະລັດ.


  
ປະຈຸບັນ ລາວກຳລັງຂຸດຄົ້ນແຮ່ທາດຕ່າງໆຫລາຍປະເພດເຊັ່ນ: ບໍ່ເຫລັກ
, ອາລູມີນຽມ ແລະ ທອງທີ່ກະຈາຍຢູ່ໃນທົ່ວປະເທດ ໂດຍ ສະເພາະແຂວງຫົວພັນ, ຊຽງຂວາງ, ສາລະວັນ ແລະອັດຕະປືເຊິ່ງຄາດວ່າມີການຂຸດຄົ້ນປະມານ 200.000-300.000 ໂຕນຕໍ່ປີ. ນອກ ນັ້ນ ລາວຍັງມີຈຸດປະສົງໃນການຂົນສົ່ງສິນຄ້າ, ຜູ້ໂດຍສານ ແລະ ນັກທ່ອງທ່ຽວລະຫວ່າງປະເທດອີກດ້ວຍ.


  
ຈາກເຫດຜົນທີ່ກ່າວມາຂ້າງເທິງນັ້ນ ລາວຈຳເປັນຕ້ອງມີການພັດທະນາລະບົບເສັ້ນທາງລົດໄຟ ເພື່ອເປົ້າຫມາຍໃນການຂົນສົ່ງແຮ່ທາດ ຕ່າງໆທີ່ກຳລັງຂຸດຄົ້ນໃນປະຈຸບັນ ແລະ ໃນອະນາຄົດ
, ທ່ານ ເພັດສະຫມອນ ວິຣະພັນ ຮອງຫົວຫນ້າກົມແຜນການ ແລະ ການຮ່ວມມື ກະຊວງໂຍທາທິການ ແລະ ຂົນສົ່ງກ່າວເມື່ອວັນທີ 7 ພະຈິກຜ່ານມາ.


  
ແຜນການສ້າງລະບົບເສັ້ນທາງລົດໄຟໂດຍມີເປົ້າຫມາຍຈາກ ສປ ຈີນ ເຂົ້າເຖິງນະຄອນຫລວງວຽງຈັນ
, ທ່າແຂກ ແລະສະຫວັນນະ ເຂດ, ປາກເຊກ້ຽວເຂົ້າຫາຊາຍແດນວັງເຕົ່າ-ຊ່ອງເມັກ ແຂວງຈຳປາສັກ ແລະມີຈຸດຫມາຍປາຍທາງສຸດທ້າຍທີ່ປະເທດກຳປູເຈຍລວມໄລ ຍະທາງ 728 ກິໂລແມັດ ໂດຍຄາດຄະເນເບື້ອງຕົ້ນຈະໃຊ້ງົບປະມານ 1.400 ລ້ານໂດລາສະຫະລັດ.

   ເຊິ່ງໂຄງການດັ່ງກ່າວນີ້ ລັດຖະບານລາວຈະເປັນຜູ້ໃຫ້ບຸລິມະສິດແກ່ລັດຖະບານ ສປ ຈີນ ເປັນຜູ້ສຳຫລວດ ແລະ ອອກແບບ. ເມື່ອ ເດືອນມີນາ 2008 ຜ່ານມາລັດຖະບານ ສປ ຈີນ ເຊັນອະນຸມັດເງິນຈຳນວນ 800.000 ຢວນ (ສະກຸນເງິນຈີນ) ເຂົ້າໃນການສຳຫລວດ ແລະ ອອກແບບແລ້ວ ຄາດວ່າປະຈຸບັນ ອາດຈະສຳເລັດການສຳຫລວດແລ້ວ. ແຕ່ເຖິງຢ່າງໃດກໍ່ຕາມ ຍັງບໍ່ທັນມີການລາຍງານກ່ຽວກັບ ເລື່ອງນີ້ຕໍ່ລັດຖະບານລາວແຕ່ຢ່າງໃດ.

   ສ່ວນເສັ້ນທາງລົດໄຟຈາກ ສສ ຫວຽດນາມເຂົ້າມາລາວຜ່ານແຂວງຄຳມ່ວນ ແລະເຂົ້າໄປຫາທ່າເຮືອວຸງອານ ສສ ຫວຽດນາມ ເຊິ່ງ ມີໄລຍະ 140 ກິໂລແມັດ ໂດຍຈະເປັນລະບົບທາງລົດໄຟກວ້າງ 1 ແມັດ ແລະ ປີ 2020 ຈະປ່ຽນເປັນລະບົບເສັ້ນທາງ1,435 ແມັດ.

   ໂຄງການນີ້ ລັດຖະບານລາວໄດ້ມອບໃຫ້ລັດຖະບານ ສສ ຫວຽດນາມ ເປັນບຸລິມະສິດເຊິ່ງປະຈຸບັນການສຳຫລວດ ແລະອອກແບບ ລະບົບເສັ້ນທາງລົດໄຟສາຍນີ້ ໄດ້ສຳເລັດແລ້ວ ແລະ ກຳລັງຢູ່ໃນຂັ້ນຕອນລະດົມທຶນໃນການກໍ່ສ້າງ.

   ຂະນະດຽວກັນ, ລັດຖະບານລາວຍັງມີແຜນຈະສ້າງເສັ້ນທາງປີກຍ່ອຍໃນລາວຕື່ມອີກ ເພື່ອເລ່ງເຂົ້າຫາແຕ່ລະຈຸດຫມາຍປາຍທາງ ທີ່ ເຊື່ອມຕໍ່ກັບເສັ້ນທາງລົດໄຟທີ່ກ່າວ ມາຂ້າງເທິງນັ້ນ ໂດຍສະເພາະເສັ້ນທາງສະຫວັນນະເຂດ ຫາຊາຍແດນລາວ-ບາວ ເຊິ່ງລັດຖະບານ ລາວ ໄດ້ມອບໃຫ້ກຸ່ມບໍລິສັດໄຈກາແອນກຣຸບ ຈາກປະເທດມາເລເຊຍເປັນຜູ້ສຳຫລວດອອກແບບ ເຊິ່ງຈະໄດ້ເຊັນສັນຍາກັບລັດຖະບານ ລາວ ໃນມື້ນີ້.

   ນອກນັ້ນ ຍັງມີແຜນທີ່ຈະສ້າງລະບົບເສັ້ນທາງລົດໄຟໄປຍັງບໍ່ແຮ່ທາດຕ່າງໆທີ່ກຳລັງຂຸດຄົ້ນ ແລະ ຈະຂຸດຄົ້ນໃນອະນາຄົດອັນໃກ້ນີ້.

   ໂຄງການທີ່ກ່າວມາຂ້າງເທິງນີ້ ເປັນໂຄງການໃຫຍ່ຂອງລັດຖະບານລາວທີ່ຈະສ້າງລະບົບເສັ້ນທາງລົດໄຟ ເພື່ອຂົນສົ່ງແຮ່ທາດຕ່າງໆ ຕາມເປົ້າຫມາຍຂອງລັດຖະບານ, ທ່ານ ເພັດສະຫມອນ ວິຣະພັນ ກ່າວ.

   ພ້ອມນັ້ນ ສປ ຈີນ ຍັງມີແຜນຈະສ້າງລະບົບເສັ້ນທາງລົດໄຟ ເພື່ອຂົນສົ່ງສິນຄ້າໂດຍສະເພາະ ຈະເລີ່ມຈາກຊາຍແດນເມືອງຍອດອູ ແຂວງຜົ້ງສາລີເຂົ້າຫານະຄອນຫລວງວຽງຈັນ, ແຕ່ແຜນທີ່ກ່າວນີ້ ຍັງບໍ່ໄດ້ນອນຢູ່ໃນແຜນຂອງລັດຖະບານລາວແຕ່ຢ່າງໃດ.

   ທ່ານ ຮອງຫົວຫນ້າກົມແຜນການ ແລະ ການຮ່ວມມື ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວອີກວ່າ: ບໍ່ພຽງແຕ່ເທົ່ານີ້ ບໍລິສັດໄຈ ກາແອນກຣຸບ ຍັງມີແຜນຈະສ້າງລະບົບເສັ້ນທາງລົດໄຟຟ້າ ເພື່ອຂົນສົ່ງຜູ້ໂດຍສານ ແລະ ນັກທ່ອງທ່ຽວ ສະເພາະໂດຍບໍ່ກ່ຽວກັບແຜນ ລົດໄຟຟ້າທີ່ຈະສ້າງຂຶ້ນໃນນະຄອນຫລວງວຽງຈັນ ໂດຍນັກລົງທຶນ ຈາກ ສປ ຈີນ. ໂດຍໄດ້ສະເຫນີເງື່ອນໄຂ ພ້ອມກັບແຜນການໂຄງ ການສ້າງລະບົບເສັ້ນທາງລົດໄຟສະຫວັນນະເຂດ ຫາຊາຍແດນລາວ-ບາວ ທີ່ກ່າວມາຂ້າງເທິງນັ້ນ ແຕ່ບໍ່ໄດ້ລະບຸເຖິງລາຍລະອຽດ ແຕ່ ຢ່າງໃດ.

   ແຜນການທີ່ກ່າວມາຂ້າງເທິງນັ້ນ ເປັນແມ່ບົດໄລຍະຍາວຂອງລັດຖະບານລາວ ເຊິ່ງໂຄງການຕ່າງໆນີ້ຍັງບໍ່ໄດ້ມີການເຊັນສັນ MOUກັບຜູ້ຈະມາລົງທຶນແຕ່ຢ່າງໃດເປັນພຽງໂຄງການສຳຫລວດ ແລະ ອອກແບບເທົ່ານັ້ນ. ປະຈຸບັນ ໂຄງການລົດໄຟ ແລະ ລົດໄຟຟ້າທີ່ໄດ້ ເຊັນສັນຍາ MOU ນັ້ນ ມີພຽງແຕ່ໂຄງການສ້າງລະບົບເສັ້ນທາງລົດ ໄຟ 9,5 ກິໂລແມັດ ຈາກສາງທ່ານາແລ້ງ ຫາບ້ານຄຳສະຫວາດ, ໂຄງການລະບົບເສັ້ນທາງລົດໄຟຟ້າໃນນະຄອນຫລວງວຽງຈັນ ແລະ ໂຄງການທີ່ເຊັນກັນໃນວັນນີ້ ແມ່ນໂຄງການລົດໄຟຟ້າສະຫວັນນະ ເຂດຫາຊາຍແດນລາວ-ບາວ.

   ທ່ານ ເພັດສະຫມອນ ວິຣະພັນ ກ່າວຕື່ມວ່າ: ໂຄງການຕ່າງໆທີ່ກ່າວມານີ້ ຈະເກີດເປັນຮູບເປັນຮ່າງໄດ້ພາຍໃນ 2015 ເປັນຢ່າງ ຫນ້ອຍ.

   ແຕ່ເຖິງຢ່າງໃດກໍ່ດີ ອີງຕາມແຜນແມ່ບົດຂອງກະຊວງໂຍທາທິການ ທີ່ລະບຸເຖິງແຜນການພັດທະນາລະບົບເສັ້ນທາງລົດໄຟ ໃນລາວ ແຕ່ເຫນືອ-ໃຕ້ ແລະ ຕາເວັນຕົກ-ຕາເວັນອອກ ແລະ ເຊື່ອມຕໍ່ກັບຕ່າງປະເທດມີໄລຍະທາງ 2.500 ກິໂລແມັດ ລວມມູນຄ່າໂຄງການ 13.033 ລ້ານໂດລາສະຫະລັດ, ໃນນັ້ນ ມີ 845 ກິໂລແມັດ ເປັນລະບົບລາງກວ້າງ 1,435 ແມັດ ແລະສຳລັບລົດໄຟຟ້າຄວາມໄວສູງ.

   ຖ້າຫາກໂຄງການຕ່າງໆ ສຳເລັດຈະເຮັດໃຫ້ປະເທດລາວກາຍເປັນປະເທດຈຸດສູນກາງສຳຄັນໃນການຂົນສົ່ງໃນອະນຸພາກພື້ນອາຊີຕາ ເວັນອອກສຽງໃຕ້ໃນອະນາຄົດຂ້າງຫນ້າ ເພື່ອປ່ຽນບົດບາດຈາກປະເທດທີ່ບໍ່ມີທາງອອກສູ່ທະເລ (Land Locked Country) ເປັນດິນ ແດນແຫ່ງການເຊື່ອມຕໍ່ (Land linked Country) ຢ່າງສົມບູນ.



__________________
Anonymous

Date:

ສ້າງໄດ້ກໍ່ດີ ຖ້າເຮົາສາມາດມີງົບປະມານ , ຄຸ້ມຄອງຮັກສາໃຫ້ໄດ້ ແຕ່ຖ້າສະດວກຫຼາຍ ຕ່າງປະເທດຈະມາເອົາຊັບພະຍາກອນທຳມະຊາດ ຂອງລາວ ໄປຫມົດ ແລະຄວນມີການສະຫງວນໄວ້ໃຫ້ເຊັັ່ນລູກເຊັ່ນຫຼານແດ່ ແລະຂ້າພະເຈົາບໍ່ຢາກເຫັນປະເທດເຮົາຈະ ກາຍເປັນປະເທດຂາດຊັບພະຍາກອນທຳມະຊາດ ເຫມືອນກັບປະເທດຍີປຸ່ນໃນປະຈຸບັນ. ຖ້າສະດວກເພືອ່ກາທ່ອງທ່ຽວ ແມ່ນດີ ຫຼາຍ ບໍ່ ແມ່ນສະດວກ ເພືອ່ໃຫ້ເຂົາມາຂົນເອົາ ຊັບພະຍາກອນທຳມະຊາດ ໄປຫມົດ ແມ່ນ ບໍ່ດີ ແລ້ວ .


ລາວ ເປັນລາວ

__________________
Anonymous

Date:

ສາທຸ! ຂໍໃຫ້ບຸນຄ້ຳນ້ຳຊູທ່ານຜູ່ນຳເຮົາທຸກຄົນເດີທີ່ມີຄວາມສະຫລາດຫລັກແຫລມສ້າງສາພັກທະນາປະເທດຊາດບ້ານເມືອງລາວເຮົາໃຫ້ຈະເລີນກ້າວໄປກ່ວາບ້ານໄກ້ເຮືອນຄຽງ.


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard