Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: 2 ໂຄງການຍັກ ຈະສ້າງທີ່ຫຼວງພະບາງ


Senior Member

Status: Offline
Posts: 428
Date:
2 ໂຄງການຍັກ ຈະສ້າງທີ່ຫຼວງພະບາງ




10 ບໍລິສັດຈາກ ສ.ເກົາຫລີ ແລະ 4 ບໍລິສັດຂອງລາວຮ່ວມລົງທຶນ 2.000 ລ້ານໂດລາສະຫະລັດ ເພື່ອດຳເນີນການກໍ່ສ້າງເມືອງ ໃຫມ່ ໃນເນື້ອທີ່ 3.000 ເຮັກຕາໃນເຂດ ແຂວງຫລວງພະບາງ. ຂະນະທີ່ ກຸ່ມບໍລິສັດນ້ຳມັນ ແລະ ອາຍແກ໊ສຈາກ ສສ ຫວຽດນາມກໍ່ ຄາດວ່າຈະດຳເນີນການກໍ່ສ້າງເຂື່ອນຂະຫນາດໃຫຍ່ຢູ່ນ້ຳຂອງ ໂດຍຈະໃຊ້ເງິນປະມານ 2.000 ລ້ານໂດລາສະຫະລັດເຊັ່ນດຽວກັນ.

ການລົງນາມບົດບັນທຶກໃນການຮ່ວມທຶນລະຫວ່າງ 10 ບໍລິສັດເອກະຊົນຈາກ ສ.ເກົາຫລີກັບ 4 ບໍລິສັດເອກະຊົນຈາກລາວໄດ້ມີຂຶ້ນ ຢ່າງເປັນທາງການເມື່ອຕົ້ນເດືອນພະຈິກນີ້ ໂດຍມີທ່ານ ບຸນເຮືອງ ດວງພະຈັນ ເຈົ້າແຂວງໆຫລວງພະບາງເປັນສັກຂີພິຍານໃນພິທີການ ຮ່ວມລົງນາມດັ່ງກ່າວ.

ການລົງທຶນດັ່ງກ່າວມີມູນຄ່າເຖິງ 2.000 ລ້ານໂດລາສະຫະລັດເພື່ອໃຊ້ເຂົ້າໃນການກໍ່ສ້າງເມືອງໃຫມ່ທີ່ທັນສະໄຫມໃນເນື້ອທີ່ 3.000 ເຮັກຕາ ຢູ່ໃນເຂດເມືອງຈອມເພັດແຂວງຫລວງພະບາງພາຍໃຕ້ເປົ້າຫມາຍທີ່ຈະພັດທະນາໃຫ້ກາຍເປັນສູນກາງໃນການບໍລິການທຸລະກິດ, ການຄ້າ ແລະ ການທ່ອງທ່ຽວແບບຄົບວົງຈອນທີ່ເປັນການເຊື່ອມຕໍ່ຈາກຈີນ ຜ່ານລາວ ແລະ ເຊື່ອມຕໍ່ເຂົ້າປະເທດໄທໃນອະນາຄົດ.

ກຸ່ມບໍລິສັດຮ່ວມລົງທຶນໃຊ້ເວລາປະມານ 5 ປີເພື່ອຈະດຳເນີນໂຄງການພັດທະນາໃຫ້ສຳເລັດ ເຊິ່ງຈະມີທັງໂຮງແຮມລະດັບ 5 ດາວ, ຣີສອດ, ສູນການຄ້າ, ສະຫນາມກ໊ອຟ, ທີ່ພັກອາໄສ, ສູນກາງບໍລິການທຸລະກິດ, ການຄ້າ ແລະ ການທ່ອງທ່ຽວຄົບວົງຈອນລວມເຖິງສິ່ງ ອຳນວຍຄວາມສະດວກຕ່າງໆຢ່າງຄົບຊຸດ.

ໄລຍະເວລາຂອງການສຳປະ ທານທີ່ດິນແມ່ນ 50 ປີ ແລະ ສາ ມາດຕໍ່ອາຍຸສຳປະທານໄດ້ອີກເຖິງ 20 ປີ. ການລົງທຶນດັ່ງກ່າວຈະບໍ່ ເປັນຜົນກະທົບຕໍ່ການເປັນເມືອງມໍລະ ດົກຂອງແຂວງຫລວງພະບາງແຕ່ ຢ່າງໃດ ແລະ ຍັງຈະເປັນເມືອງມໍລະ ດົກໂລກທີ່ຍືນຍົງ.

ຂະນະທີ່ສະຫະບໍລິສັດນ້ຳມັນອາຍແກ໊ສ ຈາກ ສສ ຫວຽດນາມ ກໍ່ໄດ້ມີການຄາດການໄວ້ວ່າ ຈະເລີ່ມລົງມືການກໍ່ສ້າງເຂື່ອນໄຟຟ້າໃນ ແລວ ແມ່ນ້ຳຂອງທີ່ບ້ານຄົກເມືອງປາກອູ ແຂວງຫລວງພະບາງ ນັບແຕ່ປີ 2010 ເປັນຕົ້ນໄປ ເພື່ອໃຫ້ສຳເລັດ ແລະ ສາມາດສົ່ງກະ ແສໄຟຟ້າໃຫ້ ສສ ຫວຽດນາມ ໃນປີ 2016.

ໂຄງການດັ່ງກ່າວ ໄດ້ເລີ່ມລົງມືສຳຫລວດຄວາມເປັນໄປໄດ້ແຕ່ປີ 2007 ໂດຍອີງຕາມບົດບັນທຶກຊ່ວຍຈຳລະຫວ່າງລັດຖະບານລາວ ກັບສະຫະບໍລິສັດນ້ຳມັນອາຍເແກ໊ສ ສສ ຫວຽດນາມ.

ເຂື່ອນດັ່ງກ່າວ ຈະສາມາດຜະລິດກະແສໄຟຟ້າໄດ້ເຖິງ 1.410 ເມກາວັດ ຄາດວ່າຈະໃຊ້ເງິນລົງທຶນກໍ່ສ້າງປະມານ 2.000 ລ້ານໂດ ລາສະຫະລັດ.

ນັບຈາກນີ້ເປັນຕົ້ນໄປເຖິງທ້າຍປີ 2009 ນັ້ນ ກຸ່ມບໍລິສັດຈາກ ສສ ຫວຽດນາມ ຈະດຳເນີນການສຶກສາວິໄຈ ເພື່ອປ້ອງກັນບັນຫາຜົນ ກະທົບຕໍ່ສິ່ງແວດລ້ອມໃຫ້ເປັນທີ່ຍອມຮັບ ແລະ ໄດ້ມາດຕະຖານສາກົນ ລວມທັງເປັນທີ່ຍອມຮັບຂອງສະມາຊິກກອງບັນນາທິການແມ່ນ້ຳ ຂອງ ອີກດ້ວຍລວມມີ: ລາວ, ຫວຽດນາມ, ກຳປູເຈຍ ແລະ ໄທ.

ຖ້າຫາກໂຄງການດັ່ງກ່າວສຳເລັດ ຈະມີຄວາມສຳຄັນທາງດ້ານແນວທາງນະໂຍບາຍເສດຖະກິດ-ສັງຄົມຂອງລາວ ພ້ອມນັ້ນ ຍັງເປັນ ການຄ້ຳປະກັນທາງດ້ານພະລັງງານໃຫ້ແກ່ ສປປ ລາວ ແລະ ສສ ຫວຽດນາມອີກດ້ວຍ.


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard