Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສະຫວັນນະເຂດ ຈະມີທາງລົດໄຟແລ້ວ !!!


Senior Member

Status: Offline
Posts: 428
Date:
ສະຫວັນນະເຂດ ຈະມີທາງລົດໄຟແລ້ວ !!!


ເຊັນແລ້ວ MOU ເສັ້ນທາງລົດໄຟຟ້າ ສະຫວັນນະເຂດ-ລາວບາວ
IMG_0057_Large.jpg

   ນັກລົງທຶນມາເລເຊຍຈະສຳຫລວດ ແລະ ອອກແບບຄວາມເປັນໄປໄດ້ໃນໂຄງການເສັ້ນທາງລົດໄຟຟ້າຄວາມໄວສູງ 220 ກິໂລແມັດ ຈາກສະຫວັນນະເຂດ ເຖິງຊາຍແດນລາວບາວດ້ວຍທຶນທັງຫມົດ 3 ຕື້ໂດລາສະຫະລັດ.

   ການລົງນາມເຊັນບົດບັນທຶກ (MOU) ລະຫວ່າງລັດຖະບານລາວ ກັບບໍລິສັດໄຈແອນ ກຣຸບຈຳກັດ (Giant Group L.T.D) ຈາກ ປະເທດມາເລເຊຍ ໄດ້ມີຂຶ້ນໃນວັນທີ 10 ພະຈິກທີ່ໂຮງແຮມໂນໂວເທລ.


  
ຕາງຫນ້າຝ່າຍລາວຮ່ວມລົງນາມ ໂດຍທ່ານເພັດສະຫມອນ ວິຣະພັນ ຮອງຫົວຫນ້າກົມແຜນການ ແລະຮ່ວມມືກະຊວງໂຍທາທິການ ແລະຂົນສົ່ງ
, ຕາງຫນ້າຝ່າຍບໍລິສັດທ່ານ ມູຮາມັດ ຟາລາບິນ ມູຮາມັດຟາສະວີ, ຮອງປະທານບໍລິສັດໄຈແອນ ກຣຸບ ຈຳກັດ ໂດຍການ ເປັນສັກຂີພິຍານຂອງທ່ານ ສີທອງ ທອງແກ້ວ ລັດຖະມົນຕີຊ່ວຍວ່າການກະຊວງໂຍທາທິການ ແລະ ຂົນສົ່ງ.


  
ຫລັງຈາກເຊັນບົດບັນທຶກສະບັບນີ້ ບໍລິສັດໄຈແອນກຣຸບ ຈຳກັດ ຈະເລີ່ມລົງມືສຳຫລວດ ແລະ ອອກແບບທັນທີ ໂດຍຈະຄັດເລືອກ ເອົາບໍລິສັດ
2-3 ບໍລິສັດ ຈາກຕ່າງປະເທດທີ່ມີປະສົບການພຽງພໍ ແລະ ສາມາດຮັບເງື່ອນໄຂຂອງບໍລິສັດໄຈ ແອນກຣຸບ ຈະເປັນຜູ້ມາ ສຳຫລວດ.


  
ການສຳຫລວດດັ່ງກ່າວ ຈະໃຊ້ເວລາ
2 ປີ ເພື່ອປະເມີນຜົນກະທົບ ແລະ ຄວາມເປັນໄປໄດ້ ແລ້ວຈະສະເຫນີຕໍ່ລັດຖະບານລາວໃນ ຂັ້ນຕໍ່ໄປເພື່ອອະນຸມັດການລົງທຶນດັ່ງກ່າວ ຖ້າຫາກມີຄວາມເປັນໄປໄດ້ຈະໃຊ້ເວລາກໍ່ສ້າງທັງຫມົດ 8 ປີ. ການລົງທຶນຂອງບໍລິສັດນີ້ເປັນ ການລົງທຶນດ້ວຍຮູບການສຳປະທານໃນເບື້ອງຕົ້ນ 25 ປີ.


  
ການລົງທຶນດັ່ງກ່າວ ຈະມີມູນຄ່າເຖິງ
3 ຕື້ໂດລາສະຫະລັດ ເພື່ອໃຊ້ເຂົ້າໃນການສຳຫລວດ, ອອກແບບ ແລະ ການກໍ່ສ້າງ ຫລືຈົນ ສຳເລັດໂຄງການ. ໂຄງການນີ້ ຈະເລີ່ມຈາກສະຫວັນນະເຂດເຖິງຊາຍແດນລາວບາວ ລວມມີໄລຍະເສັ້ນທາງ ທັງຫມົດ 220 ກິໂລແມັດ ໃນລະບົບເສັ້ນທາງລົດໄຟຟ້າຄວາມໄວສູງ 1,435 ແມັດ.

   ການລົງທຶນກໍ່ສ້າງເສັ້ນທາງລົດໄຟຟ້ານີ້ ຈະຜ່ານເມືອງໄກສອນພົມວິຫານ, ເມືອງອາດສະພັງທອງ ແລະ ເຂດເສດຖະກິດພິເສດສະ ຫວັນນະ-ເຊໂນ ໂດຍມີເປົ້າຫມາຍເຊື່ອມເຂົ້າສອງປະເທດຄື: ໄທ ແລະສສ ຫວຽດນາມ ໂດຍຈຸດທຳອິດຈະເຊື່ອມຕໍ່ຂົວມິດຕະພາບແຫ່ງ ທີ 2 ລະຫວ່າງສະຫວັນນະເຂດ (ລາວ) ກັບຈັງຫວັດມຸກດາຫານ (ໄທ) ແລະ ຈຸດທີສອງເຊື່ອມຫາຊາຍແດນລາວບາວໂດຍມີຈຸດຫມາຍ ປາຍທາງສິ້ນສຸດທີ່ທ່າເຮືອດານັງ ສສ ຫວຽດນາມ.


  
ໂຄງການນີ້ ເປັນໂຄງການບຸລິມະສິດຂອງລັດຖະບານລາວ ທີ່ຈະພັດທະນາເສດຖະກິດໃນແລວຕາເວັນອອກ
-ຕາເວັນຕົກ ລວມເຖິງ ແຜນຈະພັດທະນາໃຫ້ປະເທດລາວກາຍເປັນປະເທດຈຸດສູນກາງສຳຄັນໃນການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານລະຫວ່າງປະເທດ ລວມ ທັງນັກທ່ອງທ່ຽວໃນອະນຸພາກພື້ນອາຊີຕາເວັນອອກສຽງໃຕ້ ໃນອະນາຄົດ ເພື່ອປ່ຽນບົດບາດຈາກປະເທດທີ່ບໍ່ມີທາງອອກສູ່ທະເລ (Land Lock country) ເປັນດິນແດນແຫ່ງການເຊື່ອມຕໍ່ (Land Linked country) ຢ່າງສົມບູນ.


  
ຢ່າງໃດກໍ່ດີ ການເຊັນສັນຍາສະບັບນີ້ ໂດຍມີເປົ້າຫມາຍຈະສ້າງເສັ້ນທາງລົດໄຟຟ້າຄວາມໄວສູງນັບວ່າເປັນສະບັບທີ
2 ໃນປະຫວັດ ສາດລາວ ເຊິ່ງກ່ອນນັ້ນໄດ້ມີກຸ່ມບໍລິສັດ (FSG) ປະຈຳພາກພື້ນອາຊີອາຄະເນຈາກປະເທດຍີ່ປຸ່ນໄດ້ເຊັນ ສັນຍາເພື່ອຈະເຂົ້າມາລົງທຶນ ແບບລັກສະນະດຽວກັນ ໃນນະຄອນຫລວງວຽງຈັນ ດ້ວຍໄລຍະທາງ 51 ກິໂລແມັດ ຈຳນວນ 6 ສະຖານີ ໂດຍມີເປົ້າຫມາຍສຳຫລວດ ຄວາມເປັນໄປໄດ້ 6-12 ເດືອນ ແລະ ລົງມືກໍ່ສ້າງໂດຍມີຄາດຫມາຍ 4-5 ປີ.


Ecom



__________________
Anonymous

Date:

ໄລຍະທາງ220ຫລັກ ນັ່ງພັບຕາດຽວກະຮອດ, ດີໃຈນຳຄົນສະຫວັນທຸກໆຄົນເດີ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard