Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຕະຫລາດຫລັກຊັບລາວ ເປີດແນ່ນອນ ໃນປີ 2010


Senior Member

Status: Offline
Posts: 428
Date:
ຕະຫລາດຫລັກຊັບລາວ ເປີດແນ່ນອນ ໃນປີ 2010


ສປປ ລາວ ຢືນຢັນສ້າງຕັ້ງຕະຫລາດຫລັກຊັບປີ 2010
DSC_0397_Large.jpg

   ສປປ ລາວ ຈະສາມາດສ້າງຕັ້ງຕະຫລາດຫລັກຊັບໃນປີ 2010 ແນ່ນອນ,ວິກິດການສະຖາບັນການເງິນທີ່ພວມເກີດຂຶ້ນຢູ່ສະຫະລັດ ອາເມລິກາບໍ່ມີຜົນກະທົບຕໍ່ສະຖາບັນການເງິນຂອງລາວ ແລະບໍ່ເຮັດໃຫ້ແຜນການສ້າງຕັ້ງຕະຫລາດຫລັກຊັບຂອງສປປ ລາວ ປ່ຽນແປງ ແຕ່ຢ່າງໃດ, ນີ້ແມ່ນຄຳຢືນຢັນຂອງທ່ານ ພູເພັດ ຄຳພູນວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຕໍ່ນັກຂ່າວໂທລະພາບຍີ່ປຸ່ນ ໃນວັນ ທີ 27 ຕຸລາ 2008 ນີ້.

   ໃນໂອກາດໃຫ້ສຳພາດຂ່າວຕໍ່ໂທລະພາບຍີ່ປຸ່ນຄັ້ງນີ້ທ່ານ ພູເພັດ ຄຳພູນວົງ ຍັງໄດ້ກ່າວວ່າ: ແຜນການສ້າງຕັ້ງຕະຫລາດຫລັກຊັບ ໄດ້ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແຫ່ງລັດຄັ້ງທີ VI ເຊິ່ງລັດຖະບານໄດ້ແຕ່ງຕັ້ງຄະນະຮັບຜິດຊອບລະດັບຊາດ ໂດຍແມ່ນ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານເປັນຜູ້ຊີ້ນຳ, ທະນາຄານແຫ່ງ ສປປ ລາວ ກໍ່ໄດ້ແຕ່ງຕັ້ງຄະນະວິຊາການເຮັດວຽກຕົວຈິງໃນການກະກຽມເງື່ອນໄຂຕ່າງໆ, ການສ້າງຕັ້ງຕະຫລາດຫລັກຊັບທີ່ໄດ້ຮັບການຊ່ວຍ ເຫລືອຈາກຕະຫລາດຫລັກຊັບຂອງ ສ.ເກົາຫລີ (KRX) ເຊິ່ງຈະຖືຫຸ້ນ 49% ແລະ ລັດຖະບາລາວຖືຫຸ້ນ 51%, ຜະລິດຕະພັນທີ່ຈະຊື້ຂາຍເບື້ອງຕົ້ນແມ່ນເລ່ງໃສ່ຫຸ້ນຂອງວິສາຫະກິດ ແລະພັນທະບັດຂອງລັດຖະບານທີ່ກຳນົດເປັນເງິນກີບເທົ່ານັ້ນ, ກົນໄກການຊື້-ຂາຍແມ່ນ ໃຊ້ລະບົບປະມູນ ແບບອີເລັກໂທຣນິກ, ມາຮອດປະຈຸບັນການກະກຽມພື້ນຖານທາງດ້ານນິຕິກຳໄດ້ສຳເລັດຂັ້ນພື້ນຖານແລ້ວ ຄາດວ່າໃນເບື້ອງຕົ້ນຈະມີບໍລິສັດທີ່ຈົດທະບຽນເປັນສະມາຊິກຂອງຕະຫລາດຢ່າງຫນ້ອຍ 5 ບໍລິສັດຈາກຂະແຫນງການເງິນ, ພະລັງງານບໍ່ແຮ່ ແລະ ຫົວຫນ່ວຍການຜະລິດອື່ນໆ. ນອກຈາກການຮ່ວມມືກັບຕະຫລາດຫລັກຊັບຂອງສ.ເກົາຫລີ ແລ້ວ ຍັງມີການຮ່ວມມືກັບຕະຫລາດຫລັກຊັບຂອງ ສສ ຫວຽດນາມ ແລະ ໄທໃນການຊ່ວຍສ້າງບຸກຄະລາກອນຕື່ມອີກ.

   ໂອກາດນີ້ ທ່ານຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຍັງໄດ້ຮຽກຮ້ອງໃຫ້ນັກລົງທຶນຍີ່ປຸ່ນ ເຂົ້າມາລົງທຶນໃນຂະແຫນງການເງິນທະນາຄານ ແລະ ຕະຫລາດຫລັກຊັບຂອງ ສປປ ລາວ ຕື່ມ.



__________________
Anonymous

Date:

wow..........this is so hot new ...I'm Laos student in China . I really glad.

__________________


Member

Status: Offline
Posts: 6
Date:

wow ja dai le houn leo

__________________

StEp[lnw]

Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard