Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເຂື່ອນໄຟຟ້າ ທີ່ໃຫຍ່ທີ່ສຸດຢູ່ພາກເຫນືອ !


Senior Member

Status: Offline
Posts: 428
Date:
ເຂື່ອນໄຟຟ້າ ທີ່ໃຫຍ່ທີ່ສຸດຢູ່ພາກເຫນືອ !




ECOM 
ຫລັງຈາກມີການສຳ
ຫລວດຄວາມເປັນໄດ້ ໃນການກໍ່ສ້າງໂດຍພື້ນຖານໃນ 1 ປີຜ່ານມາ. ໂຄງການສ້າງເຂື່ອນໄຟຟ້ານ້ຳຂອງທີ່ໃຫຍ່ ກວ່າຫມູ່ໃນລາວອາດເກີດຂຶ້ນໃນອີກບໍ່ດົນທີ່ແຂວງຫລວງພະບາງ ເຂດບ້ານຄົກ ເມືອງປາກອູ ອາດເປັນແຂວງທຳອິດທີ່ຈະສ້າງເຂື່ອນໄຟ ຟ້ານ້ຳຂອງເຂື່ອນຜະລິດສູງເຖິງ 1.410 ເມກາວັດ (MW) ຄາດວ່າຈະໃຊ້ເງິນລົງທຶນສູງເຖິງ 2.000 ລ້ານໂດລາສະຫະລັດ.


  
ໂຄງການເຂື່ອນໄຟຟ້າດັ່ງກ່າວ ໄດ້ເລີ່ມລົງມືທຳການສຳຫລວດຄວາມເປັນໄປໄດ້ແຕ່ປີ
2007 ຕາມບົດບັນທຶນຊ່ວຍຈຳທີ່ເຊັນກັນລະ ຫວ່າງລັດຖະບານລາວ ແລະ ສະຫະບໍລິສັດນ້ຳມັນອາຍແກ໊ສ ສສ ຫວຽດນາມ; ມາໃນວັນທີ 24 ຕຸ ລາ 2008 ທີ່ຜ່ານມານີ້ ໄດ້ມີການ ຈັດງານສະຫລຸບຜົນງານ 1 ປີ ຂຶ້ນຢູ່ທີ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ. ເຂົ້າຮ່ວມໃນພິທີມີທ່ານ ດຣ. ດວງສະຫວັດ ສຸພານຸວົງ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ, ທ່ານ ສົມບູນ ລາຊາສົມບັດ ລັດຖະມົນຕີຊ່ວຍວ່າການ, ຮັກສາການກະ ຊວງພະລັງງານ ແລະບໍ່ແຮ່, ທ່ານ ບຸນເຮືອງ ດວງພະຈັນ ເຈົ້າແຂວງໆຫລວງພະບາງ, ທ່ານ ວູຮູກວາງ ປະທານສະຫະບໍລິສັດໄຟຟ້າອາຍແກ໊ສ ສສ ຫວຽດນາມ ພ້ອມພະນັກງານທັງສອງຝ່າຍທີ່ກ່ຽວຂ້ອງເຂົ້າຮ່ວມ.


  
ໃນບົດສະຫລຸບລາຍງານການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳ
1 ປີຜ່ານມາລະບຸວ່າ: ໂຄງການດັ່ງກ່າວ ມີຄວາມສຳຄັນທາງດ້ານ ແນວທາງນະໂຍບາຍ, ເສດຖະກິດ ແລະ ສັງຄົມບໍ່ພຽງແຕ່ສຳລັບ ສປປ ລາວ ແຕ່ຫາກຍັງເປັນການຄ້ຳປະກັນ ທາງດ້ານພະລັງງານໃຫ້ ແກ່ ສສ. ຫວຽດນາມ ອີກດ້ວຍ. ບົດລາຍງານຍັງແຈ້ງອີກວ່າ:
ໂຄງການເຂື່ອນໄຟຟ້າດັ່ງກ່າວອາດໃຊ້ເວລາໃນການດຳເນີນການຍາວພໍ ສົມຄວນ(ຄາດວ່າຈະເລີ່ມລົງມືກໍ່ສ້າງໃນຕົ້ນປີ
2010, ອາດຈະເລີ່ມຜະລິດເຄື່ອງທີ 1 ໃນຕົ້ນປີ 2014 ແລະຄາດວ່າຈະສຳເລັດທັງຫມົດ ໃນທ້າຍປີ 2016). ໂຄງການດັ່ງກ່າວ ບໍ່ພຽງແຕ່ຈະເປັນຜົນດີໃຫ້ແກ່ເຂດພາກເຫນືອຂອງລາວແຕ່ຫາກຍັງເປັນຜົນດີໃຫ້ກັບບັນດາ 6ປະ ເທດອ່າງແມ່ນ້ຳຂອງອີກດ້ວຍ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard