Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໂຮງແຮມ 5 ດາວ ສ້າງແລ້ວ ທີ່ຫຼວງພະບາງ !


Senior Member

Status: Offline
Posts: 428
Date:
ໂຮງແຮມ 5 ດາວ ສ້າງແລ້ວ ທີ່ຫຼວງພະບາງ !




ຫລັງຈາກຄອງຄອຍມາດົນ, ໃນທີ່ສຸດໂຄງການກໍ່ສ້າງສະຫນາມກ໊ອຟ ແລະ ຣີສອດຄົບວົງຈອນໃນເນື້ອທີ່ 900 ເຮັກຕາດ້ວຍມູນຄ່າ ການລົງທຶນເບື້ອງຕົ້ນເກືອບ 30 ລ້ານໂດລາສະຫະລັດ ໄດ້ລົງມືກໍ່ສ້າງແລ້ວໃນຕອນເຊົ້າວັນທີ 24 ຕຸລາ 2008 ທີ່ບ້ານຫ້ວຍພາຍເມືອງ ຫລວງພະບາງ ໂດຍການເຂົ້າຮ່ວມຂອງທ່ານ ຄຳແພງ ໄຊສົມແພງ ຮອງເຈົ້າແຂວງໆຫລວງພະບາງ, ທ່ານ ປັກແຈຮຸນ ເອກອັກຄະລັດ ຖະທູດ ສ. ເກົາຫລີ ປະຈຳ ລາວ.

   ໂຄງການກໍ່ສ້າງສະຫນາມກ໊ອຟ ແລະຣີສອດຄົບວົງຈອນທີ່ແຂວງຫລວງພະບາງແມ່ນການລົງທຶນຂອງນັກທຸລະກິດຊາວ ສ. ເກົາຫລີກວມເອົາ 5 ບ້ານຄື: ບ້ານຄວາຍ, ຊຽງແກ້ວ, ປົ່ງຫວ້ານ, ພອນໄຊ
ແລະບ້ານຈອມງົວໃນເນື້ອທີ່ທັງຫມົດ
900 ເຮັກຕາ, ມີມູນຄ່າການ ລົງທຶນເບື້ອງຕົ້ນເກືອບ 30 ລ້ານໂດລາ, ໃນນັ້ນ ໄດ້ໃຊ້ຈ່າຍໃນການລົງທຶນເຊັນສັນຍາເບື້ອງຕົ້ນແລ້ວ 10 ລ້ານໂດລາ.

   ສະຫນາມກ໊ອຟທີ່ຈະສ້າງຂຶ້ນນີ້ມີຂະຫນາດ 27 ຂຸມ, ໃນຂະນະທີ່ໂຮງແຮມ ແລະຣີສອດຈະສ້າງໃຫ້ໄດ້ມາດຕະຖານລະດັບ 5 ດາວ ຄາດ ວ່າຈະສ້າງສຳເລັດ ແລະ ເປີດນຳໃຊ້ເບື້ອງຕົ້ນໃນທ້າຍປີ 2010

ໂດຍຈະສ້າງໃຫ້ເປັນສະຖານທີ່ປົກປັກຮັກສາສິ່ງແວດລ້ອມຕື່ມອີກ ເຊັ່ນ: ສວນພືດພັນນາໆຊະນິດ
, ໂຄງການດັ່ງກ່າວເມື່ອສ້າງສຳເລັດຈະມີຄວາມຕ້ອງການພະນັກງານມາເຮັດວຽກໃນເບື້ອງຕົ້ນ 700 ຄົນ, ໃນນັ້ນ ພະນັກງານປະຈຳ 300 ຄົນ, ພະນັກງານສະຫນາມກ໊ອຟ 300 ຄົນ ແລະ ພະນັກງານສວນພືດ 100 ຄົນ.


Source: ecom



__________________
Anonymous

Date:

ພາກສ່ວນທີ່ກ່ຽວຂ້ອງເລິ່ມສ້າງໂຮງແຮມຫ້າດາວ ບໍ່ແມ່ນສ້າງໂຮງແຮມຫ້າດາວແລ້ວ ຫາກໍເລິ່ມສ້າງ ຊິວ່າສ້າງແລ້ວໄດ້ແນວໃດ ໃຊ້ພາສາບໍ່ຖືກ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard