Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: 12 ນາງສາວຂວັນໃຈທິໂກ (Photos)


Senior Member

Status: Offline
Posts: 428
Date:
12 ນາງສາວຂວັນໃຈທິໂກ (Photos)




(Ecom) ບໍລິສັດມິລິຄອມລາວ ຈຳກັດ ໄດ້ຮ່ວມກັບວາລະສານຂວັນໃຈຈັດງານປະກວດສາວງາມ ຂວັນໃຈທິໂກ ໂມເດລຄອນເທດສ໌ 2008 ຂຶ້ນເມື່ອຕອນແລງວັນທີ 14 ຕຸລາຜ່ານມາ ຖືເປັນ ຮອບຄັດເລືອກໂດຍຄະນະກຳມະການຈະຄັດເລືອກເອົາ 12 ນາງສາວຈາກຜູ້ເຂົ້າປະກວດທັງ ຫມົດ 20 ຄົນ ແລະຜົນການຕັດສິນກໍ່ອອກມາເປັນທີ່ຮຽບຮ້ອຍແລ້ວໄດ້ຜູ້ທີ່ຈະຜ່ານເຂົ້າໄປໃນ ຮອບສຸດທ້າຍໄດ້ແກ່ ນາງສຸດາວອນ ພົມ ມະກອນ ອາຍຸ 20 ປີ (ຫມາຍ ເລກ K02), ນາງ ອໍລະດີ ແສງຄຳຢອງ ອາຍຸ 19 ປີ (K03), ນາງວີນາ ຈັນພະນາອາຍຸ 17 ປີ (K04), ນາງ ອາພາພອນ ກວາລີວົງ ອາຍຸ 15 ປີ (K07), ນາງ ປາຍຸ້ຍ ສີຫາລາດ ອາຍຸ 18 ປີ (K08), ນາງ ເອນາ ລິນ ວົງສະຫວັນ ອາຍຸ 17 ປີ (K12), ນາງສອນທະວີ ໂສພາ ວະດີ ອາຍຸ 17 ປີ (K13), ນາງເກສອນ ວັນຊຳ ອາຍຸ 17 ປີ (K14), ນາງ ພັດສະລິນ ພິມມະສອນ ມອດ ດີ ອາຍຸ 16 ປີ (K15), ນາງ ວິພາດາ ດວງພະຈັນ ອາຍຸ 15 ປີ (K17), ນາງ ຫົງນະພາ ຫັດສະດີ ອາຍຸ 19 ປີ (K18) ແລະ ນາງ ສຽວຜິງ ໄຊຍະລິນ ອາຍຸ 20 ປີ (K19) ແຕ່ກໍ່ ເປັນທີ່ຫນ້າເສຍດາຍສຳລັບສາວງາມຫມາຍເລກ K11 ນາງ ມົນຮັກ ມະນີວົງອາຍຸ 19 ປີ ທີ່ ໄດ້ສະລະສິດຖອນຕົວອອກຈາກການເລືອກນາງສາວຂວັນໃຈ ທິໂກ.

   ເຊິ່ງທັງຫມົດ 12 ນ້ອງນາງສາວ ທີ່ໄດ້ຜ່ານການຄັດເລືອກນັ້ນ ແມ່ນຈະໄດ້ເຂົ້າຮ່ວມເຮັດ ກິດຈະກຳຕ່າງໆກັບໂຄງການ ເພື່ອກຽມຕົວໃຫ້ພ້ອມກ່ອນຈະຂຶ້ນປະກວດໃນຮອບຕັດສິນ ວ່າ ສາວງາມຄົນໃດ ທີ່ຈະໄດ້ເປັນນາງສາວຂວັນໃຈທິໂກປະຈຳປີ 2008 ເຊິ່ງງານຈະຈັດຂຶ້ນໃນ ເດືອນພະຈິກນີ້.

   ງານຄັ້ງນີ້ໃຫ້ກຽດເຂົ້າຮ່ວມມີທ່ານ ມິກເຊລ (Micheal) ຜູ້ ອຳນວຍການບໍລິສັດມິລິຄອມ ລາວ ຈຳກັດ ແລະທ່ານນາງ ນາປານິ ຕາປານຄຳ ຜູ້ຈັດການບໍລິສັດເຄແອນຊີທີ່ໃຫ້ກຽດເປັນ ຄະນະກຳມະການກິດຕິມະສັກຕັດສິນໃນຮອບຄັດເລືອກເອົາ 12 ສາວງາມຂວັນໃຈທິໂກນີ້.


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard