Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວົງລ໋ອກຊື່ດັງຈາກອົສຕຣາລີ ມາຮອດລາວແລ້ວ


Senior Member

Status: Offline
Posts: 428
Date:
ວົງລ໋ອກຊື່ດັງຈາກອົສຕຣາລີ ມາຮອດລາວແລ້ວ




ວົງລ໋ອກຊື່ດັງຈາກອົສຕຣາລີເດີນທາງມາຮອດລາວແລ້ວ

   ໂດຍ: ຕາດຳ
   ໃນຕອນເຊົ້າຂອງວັນທີ 13 ຕຸລາຜ່ານມານີ້ ທີ່ສະຫນາມບິນສາກົນວັດໄຕເຕັມໄປດ້ວຍກຸ່ມ ແຟນເພງຂອງສິລະປິນວົງລ໋ອກຊື່ດັງຈາກປະເທດອົສຕຣາລີທີ່ເດີນທາງມາຮ່ວມງານຄອນເສີດ ລ໋ອກທີ່ຈະຈັດຂຶ້ນໃນຄ່ຳຄືນຂອງວັນທີ 14 ຕຸລາ ພິເສດຈະບໍ່ມີການເສຍຄ່າຜ່ານປະຕູໃດໆສຳ ລັບຜູ້ທີ່ສົນໃຈເຂົ້າຮ່ວມໃນງານສະແດງຄອນເສີດລ໋ອກທີ່ໂຮງກາຍະສິນແຫ່ງຊາດ.
   ນອກຈາກແຟນເພງແລ້ວຍັງມີນັກສິລະປິນຈາກບ້ານເຮົາຫລາຍໆຄົນກໍ່ມາຢືນລໍຖ້າຮັບຕ້ອນ ສິລະປິນວົງ "REGURGITATOR" ທັນທີທີ່ຫນຸ່ມໆວົງນີ້ ກ້າວຂາອອກປະຕູບັນດາແຟນເພງ ແລ່ນເຂົ້າໄປຂໍລາຍເຊັນພ້ອມກັນຖ່າຍຮູບເປັນທີ່ລະນຶກ ຫລັງຈາກນັ້ນວົງ "REGURGIT A TOR"ກໍ່ເດີນທາງໄປທີ່ໂຮງແຮມໂນເວີເທລຕໍ່ເລີຍ, ເພື່ອຖະແຫລງຂ່າວໃນງານດັ່ງກ່າວກໍ່ຈະມີ ຕົວແທນສິລະປິນຂອງລາວເຮົາຮ່ວມສະແດງຄອນເສີດ ເຊັ່ນ: ມີຕົວແທນຈາກວົງ "Uluvus, ວົງ Secret, Tuxedo ແລະ ວົງ Lunaticz".
   ໃນງານຖະແຫລງຂ່າວຄັ້ງນີ້ ຕົວແທນຈາກເບຍໄທເກີ ທ່ານ ເຄວິນ ຕັນ ໄດ້ມອບເງິນຈຳ ນວນ 30 ລ້ານກີບໃຫ້ແກ່ສູນຟື້ນຟູຄົນພິການອົງຄະທຽມ ແລະ ຕົວແທນຈາກອົງຄະທຽມ ໄດ້ ກ່າວຂອບໃຈ ແລະ ຈະນຳເງິນຈຳນວນດັ່ງກ່າວນັ້ນໃຊ້ເຂົ້າໃນການຜະລິດຂາທຽມເຊິ່ງເງິນຈຳ ນວນນີ້ ສາມາດຜະລິດຂາທຽມໄດ້ 75 ອັນ.
   ວົງ "REGURGITATOR" ກ່າວວ່າ: ນີ້ຄືຄັ້ງທຳອິດທີ່ເດີນທາງ ມາສະແດງຄອນເສີດທີ່ ສປປລາວ ຮູ້ສຶກດີໃຈຫລາຍ ໂດຍສະເພາະບັນຍາກາດທີ່ສະຫນາມບິນທີ່ມີແຟນເພງມາຢືນລໍ ຖ້າ. ພໍພວກເຮົາລົງມາຢືນທີ່ຫນ້າປະຕູທາງອອກ ໄດ້ມີແຟນເພງຈຳນວນຫນຶ່ງມາຢືນອ້ອມເປັນ ຮູບເຄິ່ງວົງມົນພ້ອມກັບກ່າວສຽງດັງພ້ອມກັນວ່າ" ຍິນດີຕອນຮັບສູ່ປະເທດລາວ" ແລະການມາ ຄັ້ງນີ້ ພວກເຮົາຈະຢູ່ທີ່ ສປປ ລາວ 3 ມື້ ແລະ ຫລັງຈາກງານຄອນເສີດຈົບລົງ ພວກເຮົາຈະ ເດີນທາງໄປທ່ຽວຊົມບຸນຊ່ວງເຮືອທີ່ທ່າວັດຈັນ. ຈາກນັ້ນ ວັນທີ 16 ຕຸລາ ກໍ່ຈະເດີນທາງໄປທີ່ ສປ ຈີນ.
   ໃນງານສະແດງຄອນເສີດຈະມີວົງລ໋ອກຂອງລາວເຮົາທີ່ຈະຂຶ້ນຄອນ ເສີດໃນຄັ້ງນີ້ທັງຫມົດ 4 ວົງເຊິ່ງທັງຫມົດໄດ້ຖືກຄັດເລືອກຈາກບໍລິສັດເບຍໄທເກີ ເປັນສິລະປິນວົງລ໋ອກທີ່ຫນຸ່ມນ້ອຍ ແຕ່ມີຄວາມສາມາດ ແລະເປັນທີ່ສົນໃຈຫລາຍໃນຕອນນີ້. ແຕ່ວົງນັ້ນແມ່ນມາຈາກຫລາຍຄ້າຍ ເພງຄືວົງ"Uluvus" (ຄ້າຍອິນດີເຣັກຂອດ), ວົງ"Secret" ແລະວົງ "Lunaticz"( ຈາກຄ້າຍ ເພງວາເລັນທາຍມິວສິກ), ແລະ ວົງ "Tuxedo"( ຄ້າຍເພງໂມເດິນ ມິວສິກ). ເຖິງແມ່ນວ່າສິ ລະປິນທີ່ມານັ້ນ ຈະບໍ່ໄດ້ຢູ່ຄ້າຍດຽວກັນກໍ່ຕາມແຕ່ທຸກຄົນກໍ່ພ້ອມໃຈກັນທີ່ຈະມາມອບຄວາມສຸກ ໃຫ້ກັບແຟນເພງທຸກຄົນ, ງານສະແດງຄອນເສີດຈະເລີ່ມຂຶ້ນເວລາ 20:00 ໂມງເປັນຕົ້ນໄປຢ່າ ລືມໄປມ່ວນນຳກັນໃຫ້ໄດ້.



-- Edited by samakomlao at 15:35, 2008-10-14

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard