Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເຫັດຫມື່ນປີ ຢາດີຂອງລາວ
Anonymous

Date:
ເຫັດຫມື່ນປີ ຢາດີຂອງລາວ




ປະຈຸບັນ ຜະລິດຕະພັນຢາພື້ນບ້ານພື້ນເມືອງ (ຢາສະຫມຸນໄພ) ທີ່ຄົນລາວຜະລິດ ນັບວ່າ ມີສັບພະຄຸນບໍ່ນ້ອຍຫນ້າຊາດອື່ນບາງປະເພດຍັງດີກວ່າຈົນທີ່ສັງຄົມລາວ ແລະ ຊາວຕ່າງຊາດ ໃຫ້ການຍອມຮັບ. ສະເພາະເຫັດຫມື່ນປີນັບເປັນຕົວຢາພື້ນເມືອງຊະນິດຫນຶ່ງ ທີ່ສະມາຄົມສົ່ງ ເສີມຜະລິດຕະພັນລາວປອດສານພິດເປັນຜູ້ຜະລິດອອກຮັບໃຊ້ສັງຄົມ ໂດຍມີສັບພະຄຸນຮັກສາ ພະຍາດໄດ້ຫລາຍຊະນິດ.

   ທ່ານຄຳສິງ ສີຫາເທບ ປະທານສະມາຄົມສົ່ງເສີມຜະລິດຕະພັນລາວປອດສານພິດໃຫ້ສຳ ພາດຕໍ່ນັກຂ່າວພວກເຮົາວ່າ: ສະມາຄົມໄດ້ຜະລິດຜະລິດຕະພັນອອກຮັບໃຊ້ສັງຄົມຫລາຍຊະ ນິດເຊັ່ນ: ເຄື່ອງໃຊ້ຄົວເຮືອນ, ຜະລິດຕະພັນເພື່ອສຸຂະພາບ ແລະ ຜະລິດຕະພັນນ້ຳມັນຊີວະ ພາບ. ສຳລັບຜະລິດຕະພັນເພື່ອສຸຂະພາບກໍ່ມີຫລາຍຊະນິດເຊັ່ນ: ຊາຫມາກຍໍ, ເຫັດຫມື່ນປີ, ຫວ້ານລືສີ, ຊາມ້ອນປອດສານພິດແລະອື່ນໆ. ສະເພາະຜະລິດຕະພັນເຫັດຫມື່ນປີນັບວ່າເປັນ ຕົວຢາທີ່ກຳລັງໄດ້ຮັບຄວາມນິຍົມທັງພາຍໃນ ແລະ ຕ່າງປະເທດດ້ວຍສັບພະຄຸນທີ່ຮັກສາພະ ຍາດໄດ້ຫລາຍຊະນິດເປັນຕົ້ນແມ່ນພະຍາດມະເຮັງ ທັງເປັນຢາບຳລຸງກຳລັງ ໂດຍສະກັດມາ ຈາກເຫັດຫມື່ນປີ 9 ຊະນິດ ຫລື ສາຍພັນທີ່ຫາຍາກ ແລະບາງຊະນິດມີພຽງໃນປະເທດລາວ ເທົ່ານັ້ນ.

   ປະຈຸບັນ ທາງສະມາຄົມສາມາດຜະລິດໄດ້ເດືອນຫນຶ່ງປະມານ 2-3 ພັນກ່ອງຂາຍໃນລາ ຄາ 70 ພັນຕົ້ນໆ. ຢ່າງໃດກໍ່ດີ, ການຜະລິດ ແລະ ຈຳຫນ່າຍໃນປະຈຸບັນຍັງຢູ່ໃນຂັ້ນເລີ່ມຕົ້ນ ແຕ່ສັງຄົມກໍ່ໃຫ້ຄວາມສົນໃຈຫລາຍດ້ວຍຄຸນນະພາບທີ່ໄດ້ ຮັບການຍອມຮັບຈາກວິທະຍາສາດ ການແພດລະດັບສາກົນມາແລ້ວ, ດັ່ງນັ້ນ ເຊື່ອວ່າເຫັດຫມື່ນປີຈະເປັນທີ່ຮັບຮູ້ ແລະ ຍອມຮັບ ຂອງສັງຄົມຫລາຍຂຶ້ນ. ສ່ວນຕະຫລາດຕ່າງປະເທດກໍ່ເລີ່ມຮັບຮູ້ຫລາຍຂຶ້ນ ຈາກການໄປຮ່ວມ ງານວາງສະແດງຕ່າງໆ ເຮັດໃຫ້ໃນແຕ່ລະເດືອນຈະມີຊາວ ຕ່າງຊາດເດີນທາງມາທ່ຽວ ແລະ ຊື້ເຫັດຫມື່ນປີກັບໄປຊົມໃຊ້ຫລາຍສົມຄວນ.


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard