Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວອັນດັບ 165 ທີ່ມີຄວາມສະດວກໃນການລົງທຶນ


Senior Member

Status: Offline
Posts: 428
Date:
ລາວອັນດັບ 165 ທີ່ມີຄວາມສະດວກໃນການລົງທຶນ




ອີງຕາມບົດລາຍງານການຈັດອັນດັບປະເທດ ທີ່ມີຄວາມສະດວກໃນການດຳເນີນທຸລະກິດ ຂອງອົງການການເງິນສາກົນ ທີ່ເປີດເຜີຍເມື່ອວັນທີ 10 ກັນຍາ ຊີ້ໃຫ້ເຫັນວ່າ: ໃນປີ 2009 ຈະມາເຖິງນີ້ ປະເທດ ລາວຢູ່ອັນດັບທີ 165 ຈາກທັງຫມົດ 181 ປະເທດທີ່ມີຄວາມສະດວກ ໃນການດຳເນີນທຸລະກິດ. ຢ່າງໃດກໍ່ຕາມ ຈາກການພະຍາຍາມປັບປຸງ ແລະ ອຳນວຍຄວາມ ສະດວກໃຫ້ແກ່ການລົງທຶນຫລາຍຂຶ້ນຂອງລັດຖະບານ ບັນດານັກລົງທຶນ ໄດ້ໃຫ້ຄວາມສົນໃຈ ລາວຫລາຍຂຶ້ນເຖິງແມ່ນຈະຫລຸດລົງຈາກອັນດັບ 162 ເປັນ 165.

   ບົດລາຍງານການຈັດອັນດັບດັ່ງກ່າວ ໄດ້ພິຈາລະນາຈາກ 10 ລະບຽບການທີ່ພົວພັນກັບ ການດຳເນີນທຸລະກິດເຊັ່ນ: ການເລີ່ມຕົ້ນທຸລະກິດ,ການຂໍອະນຸຍາດການກໍ່ສ້າງ, ການວ່າຈ້າງ ຄົນງານ, ການຂຶ້ນທະບຽນຊັບສິນ, ການເຂົ້າຫາແຫລ່ງທຶນ, ການປົກປ້ອງນັກລົງທຶນ, ການ ເສຍພັນທະອາກອນ, ການຄ້າຂ້າມຊາຍແດນ, ການປະຕິບັດສັນຍາແລະການປິດກິດຈະການ. ໂດຍອີງໃສ່ຜົນການຄົ້ນຄວ້າສຶກສາບັນດານິຕິກຳ ແລະ ລະບຽບການຕ່າງໆ ລວມທັງການສຳ ພາດແບບລົງເລິກກັບບັນດາຜູ້ໃຫ້ບໍລິການທີ່ປຶກສາດ້ານທຸລະກິດ.

   ຢ່າງໃດກໍ່ຕາມບົດລາຍງານດັ່ງກ່າວ ກໍ່ສະແດງຄວາມຍ້ອງຍໍທີ່ ສປປ ລາວ ໄດ້ມີການປັບ ປຸງ ແລະ ອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດເປັນຕົ້ນແມ່ນການປັບປຸງບັນດາ ກົດຫມາຍຕ່າງໆ ເຊິ່ງຈະເພີ່ມຄວາມສະດວກໃຫ້ແກ່ນັກລົງທຶນຫລາຍຂຶ້ນ ເຊິ່ງໃນປະຈຸບັນລັດ ຖະບານ ກຳລັງກະກຽມຮ່າງກົດຫມາຍ ວ່າດ້ວຍການສົ່ງເສີມການລົງທຶນ ທີ່ແນໃສ່ຮັບປະກັນ ຄວາມສະເຫມີພາບລະຫວ່າງນັກລົງທຶນພາຍໃນ ແລະ ຕ່າງປະເທດ; ທັງຍັງຊ່ວຍເຮັດໃຫ້ຂັ້ນ ຕອນຕ່າງໆ ໃນການດຳເນີນທຸລະກິດ ແລະ ການລົງທຶນສຳລັບພາກທຸລະກິດງ່າຍຂຶ້ນ. 

   ທ່ານ ຊາວຣ໌ ສະໄນເດີ ຫົວຫນ້າຫ້ອງການອົງການການເງິນສາກົນປະຈຳລາວກ່າວວ່າ: ບໍ່ຄວນຕົກໃຈກັບຕົວເລກລຳດັບດັ່ງກ່າວ ເພາະສະພາບແວດລ້ອມ ແລະ ແຮງດຶງດູດການລົງ ທຶນຍັງມາຈາກປັດໄຈຕາມວັນເວລາ ເຊິ່ງທ່ານໄດ້ຍົກໃຫ້ເຫັນກ່ອນການຈັດໂອລິມປິກເກມ ທີ່ ສປ ຈີນ ກໍ່ບໍ່ດີເທົ່າທີ່ຄວນແຕ່ພໍມີງານໂອລິມປິກພັດມີແຮງດຶງດູດນັກລົງທຶນຫລາຍຂຶ້ນ; ເພາະ ນັກລົງທຶນຈະບໍ່ໄດ້ຖືເອົາອັນດັບມາຕັດສິນໃນການເຂົ້າມາລົງທຶນ, ນັກທຸລະກິດຈະເຂົ້າມາຕິດ ຕາມສະພາບ ແລະ ສຶກສາຂໍ້ມູນ ດ້ວຍຕົນເອງກ່ອນຕັດສິນໃຈລົງທຶນ. ຂະນະທີ່ ສປປ ລາວ ກຳລັງຈະເປັນເຈົ້າພາບກິລາຊີເກມໃນປີ 2009 ຈະມາເຖິງນີ້ເຊິ່ງຫນ້າຈະເປັນແຮງດຶງດູດການ ລົງທຶນຫລາຍຂຶ້ນ.

   ສ່ວນປະເທດທີ່ຕິດຫນຶ່ງໃນ 10ອັນດັບຄວາມສະດວກໃນການລົງທຶນໄດ້ແກ່: ອັນດັບຫນຶ່ງ ປະເທດສິງກະໂປ ເຊິ່ງເປັນການຄອງອັນດັບຫນຶ່ງ 3 ປີຊ້ອນ, ອັນດັບ 2 ນິວຊີແລນ ຖັດມາ ແມ່ນສະຫະລັດອາເມລິກາ, ຮົງກົງ(ສປ ຈີນ), ເດັນມາກ, ສະຫະລາຊະອານາຈັກ, ໄອແລນ, ການາດາ, ອົສຕຣາລີ ແລະ ນໍເວຕາມອັນດັບ.

   ຢ່າງໃດກໍ່ຕາມທ່ານ ຫຸມເພັງ ສຸລາໄລ ຫົວຫນ້າກົມສົ່ງເສີມການລົງທຶນກະຊວງແຜນການ ແລະ ການລົງທຶນກ່າວວ່າ: ການຈັດອັນດັບຂອງອົງການການເງິນຄັ້ງນີ້ ກໍ່ເປັນທັງຈຸດດີ ແລະ ຈຸດອ່ອນ ທີ່ພວກເຮົາຈະຕ້ອງໄດ້ພ້ອມກັນປັບປຸງ ແກ້ໄຂຕື່ມອີກເພື່ອຍາດແຍ່ງເອົາການລົງທຶນ ຈາກຕ່າງປະເທດໃຫ້ຫລາຍຂຶ້ນ


__________________
No-think

Date:

ຕໍ່ໄປນີ້ການລົງທຶນຢູ່ລາວຈະມີຄວາມສະດວກຫລາຍທີ່ສຸດເພາະທ່ານນາມ ວິຍະເກດ ໄດ້ມອບສິດໃຫ້ແຂວງເປັນຜູ່ອະນຸມັດການລົງທຶນຂອງຊາວລາວແລະຊາວຕ່າງປະເທດໂດຍບໍມີຂອບເຂດຈຳກັດແຕ່ຕອ້ງມີການສຶກສາຄົ້ນຄ້ວາຜົນສະທ້ອນຂອງສັງຄົມແລະສະພາບແວດລ້ອມ.

__________________
Anonymous

Date:

ເບີ່ງ່ແດ່ ຢ່າ ໃຫ້ຄົນຕ່າງປະເທດ ມາຂຸດເອົາ ແຕ່ບໍ່ ຄຳ,ເງີນ, ເຫຼັກ,ຖ່ານຫີນ ແລະອື່ນ ໄປຫຼາຍ, ຈັກຫນ້ອຍ ປະເທດເຮົາ ຈະບໍ່ມີຫັຽງເຫຼືອ ອີກ... ເຊັ່ນລູກຫຼານ ຈະມີຫັຽງ ໃຫ້ຊົມໃຊ້ອີກ.


ຜູ້ເປັນຫວ່ງ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard