Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເວັບບອດຂອງມະຫາສານມີບັນຫາ
537

Date:
ເວັບບອດຂອງມະຫາສານມີບັນຫາ


ຫລັງຈາກມີສະມາຊິກລົງບົດສົນທະນາເລື່ອງລູກຫລານມິນິດທີ່ໄປທ່ຽວພັບແຫ່ງໜຶ່ງໃນນະຄອນຫລວງວຽງຈັນເທື່ອແລ້ວເທື່ອຫລົ່າ ມາຮອດຕອນແລງຂອງວັນທີ ໒໖ ເດືອນສິງຫາ ປີ ໒໐໐໘ ຫ້ອງສົນທະນາຂອງເວັບມະຫາສານກໍ່ມີປິດໄປໂດຍບໍ່ຮູ້ສາເຫດ. ທາງການສັ່ງປິດເບາະຫລືມີບັນຫາທາງດ້ານເທັກນິກ, ທ່ານໃດ໋ຮູ້ຊ່ອຍບອກແດ່? ຂອບໃຈ

__________________
Anonymous

Date:


ຄິດວ່າ ເກີດປັນຫາລັດວົງຈອນ ເນຶ່ອງຈາກນໍ້າຖ້ວມ
ຕ້ອງລໍຖ້າໃຫ້ນໍ້າລົງກ່ອນ ແລ້ວເວັບບອດຄົງຈະກັບມາ
ຫຼືບໍ່ດັ່ງນັ້ນ ກໍ່ອາດໄຫຼໄປກັບກະແສນໍ້າເລີຍກໍ່ວ່າໄດ້ biggrin

__________________
Anonymous

Date:

ຟ້າຜ່າແຮງຕອນບ່າຍ 3 ໂມງມື້ວານນີ້ ໂດຍສະເພາະເວັບບອດສົນທະນາຂອງມະຫາສານ
ຈັກຫນ່ອຍມັນອາດຈະກ້ຽວມາໃສ່ເວັບສະມາຄົມລາວເດີ ຂໍໃຫ້ທາງບັນນາທິການ ຊ່ວຍເບິ່ງຄືນແດ່ ນັກທ່ອງທ່ຽວເວັບບາງຄົນ ກໍຊອກແຕ່ເລື່ອງບໍ່ເປັນເລື່ອງມາລົງ ໄປລະເມີດຮອດຄວາມເປັນສ່ວນຕົວຂອງຄົນອື່ນ ອັນນີ້ແມ່ນບໍ່ສົມຄວນຊິເອົາມາອອກ ສຸດທ້າຍຜົນມັນກໍເປັນແບວນີ້ລະ ເວັບແຫ່ງນີ້ກໍຄວນລະວັງຄືກັນ

__________________
Anonymous

Date:

ເຂົ້າໄປທີ່ເວັບ ເຫັນຖືກແບນອີ່ຫຼີ່ ແຕ່ພຽງຊົ່ວຄາວ
ໄຄແນ່ທີ່ຄົນຜູ້ໃຫຍ່ຢູ່ລາວ ອ່ານພາສາອັງກິດບໍ່ອອກຫຼາຍຄົນ
ຖ້າອ່ານອອກ ມີຫວັງ ເວັບສະມາຄົມລາວ ຖຶກແບນໄປອີກເວັບຫນຶ່ງແນ່ນອນ

ເຖິງສະມາຊິກມະຫາສານ ທີ່ເຄົາລົບທຸກທ່ານຊາບທົ່ວເຖິງກັນວ່າ ຂະນະນີ້ສ່ວນເວັບບອດທ໌ ຫລື ກະດານສົນທະນາ ໄດ້ງົດໃຊ້ບໍລິການຕັ້ງແຕ່ວັນທີ 26/8/08 ເນື່ອງຈາກກໍລະນີ ມີກະທູ້ທີ່ໄດ້ໂພສຂຶ້ນ ແລະກະທົບຕໍ່ບຸກຄົນໃດໜຶ່ງ ດັ່ງທີ່ພວກເຮົາໄດ້ເຫັນນຳກັນຜ່ານມາ ຈຶ່ງເປັນເຫດໃຫ້ພາກສ່ວນ ທີ່ກ່ຽວຂ້ອງຮ້ອງຂໍມາຍັງມະຫາສານ ໃຫ້ຢຸດຕິການສົນທະນາ ຜ່ານເວັບບອດແຫ່ງນີ້ ເປັນການຊົ່ວຄາວ



__________________
I-I

Date:

ພວກເຣົາຢູ່ເວັບສະມາຄົມລາວນີ້ກະຊິໄດ້ເອົາຊິບປາກໄວ້ລະເນາະບາດນີ້. furious

__________________
EEDQ

Date:

ທີ່ຈິງແລ້ວນາງນັ້ນລາວກະບໍ່ໄດ້ເຮັດຫຍັງພິລຶກປຶກໜາປານໃດ໋ນະ ການແຕ່ງໂຕຂອງລາວກະແບບທຳມະດາ, ຂ້ອຍຢາກໄດ້ແຕ່ໃບຫົວກູດໃນມືລາວຫັ້ນ ຄັນໄປມາຈັກຫ້າໃບກະໄດ້ລົດໃຫ້ລູກຂີ່ໄປໂຮງຮຽນແລ້ວເດ໋

__________________
Anonymous

Date:

ແມ່ນພາກັນເວົ້າເລື່ອງຫຍັງນໍ ຮູບອີ່ຫຍັງ ມີລິງໃຫ້ເຂົ້າເບິ່ງແນ່ບໍ?
ຜູ້ສາວກັບເງິນມັນກໍໄປນຳກັນແມ່ນບໍ?

__________________
Anonymous

Date:

ຂ້ອຍກະຍອມຄືກັນ ປະເທດລາວບໍ່ມີ ມີຄວາມກ້າຫານກ້າຮັບຄວາມຈີງທີ່ເກີດຂີື້ນ ພໍເຫັນວ່າຜູ້ມີອຳນາດມີສ່ວນບໍ່ດີອອກສູ່ສັງຄົມຜ່ານສື່ໃດ ສື່ນັ້ນຕ້ອງມີບັນຫາໂລດ ຊາຂອ້ຍວ່າ ນາງນັ້ນມັນແຕ່ງໂຕກະບໍໂລດໂຜນເກີນໄປດອກແຕ່ທ່າທີ່ມັນສະແດງອອກມານັ້ນຕີ ມັນເປັນຕາຂີ້ດຽດ ຄືຊີຫີວແຮງຄືເຂົາວ່າຫັ້ນລະwinkwinkwinkwinkwinkwink

__________________
Stryke

Date:

ເອົາລິ້ງອອກມາໃຫ້ເຈົ້າກະເຂົ້າໄປເບິ່ງບໍ່ໄດອກເພາະເພິ່ນບັອກເວັບmultiplyໄວແລ້ວ ມີແຕ່ພວກຢູ່ຕ່າງປະເທດຈັ່ງເຂົ້າໄປເບິ່ງໄດ້. ຖ້າຢາກຮູ້ເລື່ອງກະລອງເຂົ້າໄປອ່ານຢູ່ບ່ອນນີ້
http://www.activeboard.com/forum.spark?forumID=119371&p=3&topicID=20272350

__________________
LG

Date:

ບໍ່ຢາກເຊື່ອປານໃດ໋ວ່າໝໍລາວກາຍເຮັດວຽກໃຫ້ອົງການກວດກາພັກລັດ ຄັນເຮັດແທ້ປານນີ້ຟົ້ງດ໋ອງແລ້ວ, ພວກເຈົ້າວ່າບໍ່?

__________________
ສາຍຮຸ້ງ

Date:

ໜ້າເສຍດາຍ ບໍ່ໄດ້ອ່ານແລະຂຽນຄຳເຫັນໃສ່ເວັບບອດມະຫາສານ. ແຕ່ກໍບໍ່ເປັນຫຍັງ ມາອ່ານແລະຂຽນຄຳເຫັນໃສ່ເວັບນີ້ແທນ.



__________________
Anonymous

Date:

i think people should write in English so that the stupid minister will not be able to read biggrinbiggrinbiggrin

__________________
Mucho

Date:

ຂຽນພາສາຫຍັງເພິ່ນກໍ່ອ່ານໄດ້ຖ້າເພິ່ນເຂົ້າມາ ແຕ່ເພິ່ນບໍ່ມາດອກ. ຂ້ານ້ອຍບໍ່ເຂົ້າໃຈວ່າເປັນຫຍັງເພິ່ນຕ້ອງບັອກໝົດເວັບmultiply ເປັນຫຍັງຈຶ່ງບໍ່ບັອກແຕ່ເວັບຂອງທ້າວລາວກາຍຫັ້ນເນາະ?

__________________
ທະນູເພັດ

Date:

mahasan.com ຈາກໄປ ອີກບໍ່ດົນ inlao.net ກໍຈະກັບມາ ຂໍເຊີນພີ່ນ້ອງອ່ານແຈ້ງການໄດ້ຈາກ http://inlao.net/ 



__________________
Anonymous

Date:

ຈັກແມ່ນຜູ້ໃດໂງ່ກັນແທ້ໃນເວທີນີ້ ເວັບບອດກໍບອກແລ້ວວ່າ ພາສາລາວ ມັນພັດຍັງເຊືອກມາຂຽນເປັນພາສາອັງກິດອີກ ແລະກວ່າຫາວ່າ ຄົນອື່ນໂງ່ອີກ
ອິກອິກອິກໆໆໆ

__________________
Anonymous

Date:

ຢາກຮູ້ລາຍລະອຽດ
ໄປອ່ານໄດ້ທີ່

http://www.heunkarm.com/board/index.php?action=printpage;topic=1930.0

ຫຼືເບິ່ງຮູບໄດ້ທີ່

http://laoguy.multiply.com/photos/album/1/Ministers_Daughter

__________________
Anonymous

Date:

ບໍ່ມີແຕ່ ມະຫາສານຖືກປິດບອດ Laozaa ກໍ່ຖືກປິດ
ອິດທິພົນແທ້ໆປະເທດນີ້



__________________
Anonymous

Date:

ເລື້ອງສ່ວນຕົວຂອງນາງກະແມ່ນຢູ່ ແຕ່ທ່ານເບິ່ງແລ້ວສັງເກດໃຫ້ຄັກໆ
ວ່າມັນໜາຍເຖິງຫັຍງ
1. ລັດຖະບານລາວເອງປະກາດໃຫ້ປະຊາຊົນໃຊ້ເງິນກີບລາວ ແຕ່ສັງເກດເບິ່ງນາງໃຊ້ເງີນຫຍັງ?
2. ລັດຖະບານລາວເອງໃຫ້ປະຊາຊົນປະຫຍັດ ແຕ່ນາງຊື້ເຫລົ້າຫັຍງກິນ?
3. ຄົນລາວຍັງທຸກແສນທຸກຢູ່ ແຕ່ວ່ານາງປະຕິບັດແນວໃດ? ເບິ່ງແລ້ວມັນບົ່ງບອກເຖິງ
ຄວາມແຕກຕ່າງກັນທາງດ້ານຊົນແທ້ໆເດີ້yawn



__________________
Anonymous

Date:

ຢູ່ໃນ໓ໄພົບຄືໂລກມະນຸດ ໄຕ້ບາດານແລະບົນສະຫວັນ ບໍ່ມີໃຜບັງອາດມາປິດເວັບລາວຊ້າເດັດຂາດ ຂໍຮັບປະກັນດ້ວຍເບຍກາເສືອ໓ຂວດ.
ຍານາງນ້ອຍເອົາເງິນມາວ່ານຢູ່ພັບລາວເຮົາເອງຊ່ຳນີ້ພວກເຈົ້າຍັງໂວຍວາຍໄປໄດ້ ບາດວ່າລູກເຈົ້ານາຍຄົນອື່ນເອົາໄບຂຽວໄປວ່ານຢູ່ພັບອຸດອນຫລາຍກ່ວານີ້ ພວກເຈົ້າຄືບໍ່ເວົ້າໃຫ້ເຂົາເຈົ້າແດ່ເນາະ?


__________________
Anonymous

Date:

ຖ້າເຈົ້າມີຫຼັກຖານ
ມີພາບມາຢືນຢັນ
ແນ່ນອນ ຂ້ອຍຜູ້ຫນຶ່ງຈະເປັນຜູ້ຊ່ວຍປະນາມໃຫ້ biggrin



__________________
Anonymous

Date:

ພງງແຕ່ຄຳເວັ້າກະທົບກະແທກທໍນັ້ນກໍ່ເຖີງຂັ້ນປີດເວບພູ້ນວາ.ບັນຫາຊຳນິ້ເລືອງຂີ້ໄກ່ເບີ່ງຕ່າງປະເທດແມເຂົາຖືວ່າເປັນເລື່ອງທຳມະດາ



__________________
Anonymous

Date:

ເຊີນພວກເຈົ້າປີດໄປໂລດ,ປີດເວບນີ້ປີດງ່າຍຢູ່.ແຕ່ຖ້າປີດຄວາມຈີງແນວໃດກໍ່ບໍ່ໄດ້ດອກ,ພວກທ່ານອາດຈະປີດໄດ້ເວບນິ້ແຕ່ມີຊີ່ງນື່ງທີ່ຄົນທັງຫລາບບໍ່ສາມາດປິດມັນໄດ້.ແນວຄີດຂອງຄົນຈັງໃດລະ



__________________
Anonymous

Date:

ມີໃຜມີປັນຍາເອົາຮູບມາໃຫ້ເບິ່ງອີກໄດ້ບໍ?

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard