Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເຊີນຮ່ວມ ງານປະກວດຮ້ອງເພງຍີ່ປຸ່ນ 2008


Senior Member

Status: Offline
Posts: 428
Date:
ເຊີນຮ່ວມ ງານປະກວດຮ້ອງເພງຍີ່ປຸ່ນ 2008




ເນື່ອງໃນໂອກາດງານບຸນມິດຕະພາບລາວ-ຍີ່ປຸ່ນ ສູນຮ່ວມມືລາວ-ຍີ່ປຸ່ນ ດ້ານຊັບພະຍາ ກອນມະນຸດ, ມະຫາວິທະຍາໄລແຫ່ງຊາດຈະຈັດງານປະກວດຮ້ອງເພງຍີ່ປຸ່ນ ປະຈຳປີ 2008 ເພື່ອສົ່ງເສີມການຮຽນຮູ້ ແລະ ນຳໃຊ້ພາສາຍີ່ປຸ່ນ.

   ງານປະກວດຈະຈັດຂຶ້ນ ເປັນ 2 ຮອບຄື: ຮອບທີ 1 ແມ່ນຮອບຄັດເລືອກເອົາ 10 ຄົນ ໂດຍງານຈະຈັດຂຶ້ນໃນວັນທີ 25 ກັນຍາ 2008 ເວລາ 9:00-12:00 ແລະ 13:00-16:00 ທີ່ສູນຮ່ວມມືລາວ-ຍີ່ປຸ່ນ. ຮອບທີ 2 ເປັນ ຮອບຊີງຊະນະເລີດຈະຈັດຂຶ້ນໃນຄືນຂອງວັນທີ 28 ກັນຍາທີ່ຈະມາເຖິງນີ້ ທີ່ຫໍວັດທະນະທຳແຫ່ງຊາດ. 

   ເງື່ອນໄຂຜູ້ສະຫມັກຄື: ຕ້ອງເປັນຄົນສັນຊາດລາວ ອາຍຸ 15 ປີຂຶ້ນໄປບໍ່ຈຳກັດເພດ ບໍ່ຈຳ ກັດໃນການຮ້ອງເພງຂອງສິລະປິນຊາຍ ຫລືຍິງ ແລະເພງກຸ່ມ ແຕ່ຕ້ອງຮ້ອງຄົນດຽວ, ບໍ່ແມ່ນ ສິລະປິນມືອາຊີບເພງ ທີ່ນຳມາຮ້ອງຕ້ອງເປັນເພງພາສາຍີ່ປຸ່ນ ແລະ ເປັນເພງຂອງສິລະປິນຍີ່ ປຸ່ນເທົ່ານັ້ນເຖິງວ່າບໍ່ໄດ້ພາສາຍີ່ປຸ່ນກໍ່ສາມາດເຂົ້າຮ່ວມປະກວດໄດ້. ສຳລັບຜູ້ທີ່ໄດ້ຮັບລາງວັນ ຊະນະເລີດໃນປີຜ່ານມາສາມາດເຂົ້າຮ່ວມປະກວດ ໄດ້ແຕ່ຕ້ອງຮ້ອງເພງໃຫມ່.

   ວິທີສະຫມັກມີຄື: 1. ປະກອບຟອມສະຫມັກ ແລະຄ່າສະຫມັກ 35.000 ກີບຕໍ່ຄົນ(ທີ່ສູນ ຮ່ວມມືລາວ-ຍີ່ປຸ່ນ) 2. ເຂົ້າມາເລືອກເອົາເພງຍີ່ປຸ່ນ 1 ເພງຕໍ່ຄົນທີ່ຫ້ອງຮຽນດ້ວຍຕົນເອງ (ທີ່ ສູນຮ່ວມມື ລາວ-ຍີ່ປຸ່ນ) ແລ້ວທີ່ສູນຈະອັດເພງທີ່ທ່ານເລືອກ (Free) ສະເພາະໃນຈຳນວນ 35 ເພງທີ່ສູນໄດ້ຈັດໄວ້ນັ້ນ. ຍົກເວັ້ນກໍລະນີທີ່ທ່ານມີເພງເປັນຄາລາໂອເກະແລ້ວ. ທ່ານຕ້ອງ ໄດ້ອັດເພງທີ່ທ່ານເລືອກມາພ້ອມໃບສະຫມັກ. ຖ້າຢາກຮູ້ລາຍລະອຽດ ສາມາດສອບຖາມທີ່ສູນ ຮ່ວມມືລາວ-ຍີ່ປຸ່ນ (ມະຫາວິທະຍາໄລແຫ່ງຊາດ) ຫລື ທາງອີເມລ ljcenter @ laoPDR. com.

   ຖ້າໃຜທີ່ຮູ້ຕົນວ່າມີຄວາມສາມາດດ້ານການຮ້ອງເພງສູນຮ່ວມມືລາວ-ຍີ່ປຸ່ນ ຈິ່ງຂໍເຊີນຊວນ ໃຫ້ທຸກຄົນຮີບພາກັນມາສະຫມັກ ເພາະມີຈຳນວນຈຳກັດຮັບພຽງ 40 ທ່ານເທົ່ານັ້ນຊີງລາງວັນ ລວມມູນຄ່າ 5 ລ້ານກີບ ເລີ່ມເປີດຮັບສະຫມັກມື້ນີ້ຈົນໄປເຖິງວັນທີ 17 ກັນຍານີ້.

ecom


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard