Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກຽມນັບຖອຍຫລັງໂມງໃຫຍ່ສູ່ຊີເກມ 2009


Senior Member

Status: Offline
Posts: 428
Date:
ກຽມນັບຖອຍຫລັງໂມງໃຫຍ່ສູ່ຊີເກມ 2009


   ມາຮອດປະຈຸບັນນີ້ ຄະນະກຳມະການຈັດງານມະຫະກຳກິລາຊີເກມຄັ້ງທີ XXV ປີ 2009 ໄດ້ກະກຽມພິທີຖະແຫລງຂ່າວການຈັດງານເພື່ອເປັນການເປີດຕົວສັນຍາລັກການແຂ່ງຂັນມາດ ສະຄອດ ແລະ ສັນຍາລັກປະເພດກິລາຕ່າງໆ ໃນທ້າຍປີ 2008 ນີ້ ໂດຍໄດ້ກຳນົດເອົາໂມງ ໃຫຍ່ເປັນຈຸດຫມູນຄືນ ໄປສູ່ມະຫະກຳກິລາຊີເກມເອີ້ນວ່າ: "ນັບຖອຍຫລັງໂມງໃຫຍ່ກ້າວໄປ ສູ່ມະຫະກຳກິລາຊີເກມທີ່ ຈະໄດ້ກຳນົດຈັດຂຶ້ນຢູ່ທີ່ສວນສາທາລະນະປະຕູໄຊ ນະຄອນຫລວງ ວຽງຈັນ.
   ຕາມການລາຍງານຂອງທ່ານ ຄຳມຸຍ ແກ້ວມະນີ ຜູ້ອຳນວຍການ ບໍລິສັດເພັດຈຳປາແອັດ ເວີທາຍຊິງ ຈຳກັດ, ຜູ້ຮັບຜິດຊອບປະກວດນາງສາວຊີເກມຄັ້ງທີ XXV ວ່າ: ພິທີເປີດຕົວສັນ ຍາລັກປະເພດຕ່າງໆຂອງງານມະຫະກຳກິລາຊີເກມຄັ້ງທີ XXV ປີ 2009 ນີ້ຈະຈັດຂຶ້ນໃນວັນ ທີ 31 ທັນວາ 2008 ທີ່ສວນສາທາລະນະປະຕູໄຊ ເຊິ່ງມີ 3 ຈຸດປະສົງທີ່ໃຫຍ່ໆຄື: ຈະເປັນ ການສະແດງນາງສາວຊີເກມທີ່ໄດ້ຄັດເລືອກລວມ 100 ຄົນ ເປັນພິທີນັບຖອຍຫລັງໂມງໃຫຍ່ ສູ່ຊີເກມ ແລະ ການສະເຫລີມສະຫລອງຂ່ຳນັບຮັບຕ້ອນປີໃຫມ່ສາກົນ. ໃນໂອກາດດັ່ງກ່າວນີ້ ແມ່ນຈະໄດ້ເປັນການສະຫລອງຢ່າງໃຫຍ່. ມີການສ້າງຂະບວນຄວາມມ່ວນຊື່ນ ແລະ ຈະໄດ້ມີ ການປະດັບປະດາສວນສາທາລະນະ, ສ່ວນໃນຕອນຄ່ຳຂອງວັນດັ່ງກ່າວ ຈະໄດ້ປະກອບໄຟ ແສງສີທົດລອງ, ນອກນີ້ ແລ້ວຍັງຈະໄດ້ມີການຖ່າຍທອດສົດທາງໂທລະພາບອີກດ້ວຍ ເພື່ອ ເຮັດໃຫ້ປວງຊົນລາວທັງຊາດໄດ້ຮັບຮູ້.



__________________
622

Date:

ຖ້າເຮົາຢາກອາສາສະໝັກປະກອບສ່ວນຊ່ອຍເຮັດວຽກໃດ໋ໜຶ່ງ ເຊັ່ນທຳຄວາມສະອາດ ປະມານນັ້ນຈະຕິດຕໍ່ເພິ່ນໄດ້ຢູ່ໃສເນາະ?

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard