Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປັນຫຍັງຄົນລາວ ຈຶ່ງມັກພິມພາສາໄທ
Anonymous

Date:
ເປັນຫຍັງຄົນລາວ ຈຶ່ງມັກພິມພາສາໄທ


ເຂົ້າໄປຫ້ອງແຊັດເທື່ອໃດ ເຈີແຕ່ຄົນລາວ ພິມພາສາໄທ
ມັນເກີດຫຍັງຂຶ້ນກັບພາສາບ້ານເຮົາຫາ ?

__________________
Anonymous

Date:

ເປັນຍ້ອນພາສາລາວ ບໍ່ມີຣະບຽບ ສັບສົນ ແລ້ວແຕ່ໃຜຊິເວົ້້າ ໃຜຊິຂຽນ ໃຜຊິອ່ານ ປານກັບວ່າບໍ່ມີຕຳຣາ ບໍ່ມີຄູບາອາຈາຣ ບໍ່ມີກະຊວງສືກສາ ບໍ່ມີຄົນຫລຽວແລ

__________________
Anonymous

Date:

ຂ້ອຍຄິດວ່າ ຂຽນຜິດຂຽນຖືກ ມັນກໍ່ຍັງດີກ່ວາໄປພິມພາສາໄທລົມກັນ
ເວົ້າງ່າຍໆແມ່ນ ຄົນລາວມັນອວດ ວ່າຕົນເອງເກັ່ງຫຼາຍພາສາ
ບໍ່ວ່າຈະເປັນພາສາລາວ ພາສາຫນອງຄາຍ ພາສາກຸງເທບ
ພາສາອັງກິດກໍ່ພິມຜິດ ພິມຖືກ
ສາທຸ ຂໍໃຫ້ຄົນລາວຈະເລີນຂຶ້ນ

__________________
pnomsin

Date:

I want to tell that I am sitting in one of the internet cafe in Vientiane capital.
It has no Lao unicode for me to type Lao
It has Korean, Frecnh, Russian, German, Chinese and Thai. but no Lao unicode
I think this is not only internet shop of this kind.

If no Lao, what language should Lao internet users use?
ENglish? KaraOK? or Thai?

Read my comment from LaoZAA webboard
http://www.laozaa.com/board/index.php?topic=5649.msg29056#msg29056

ຮ້ານເນັດທີ່ເຮົາໃຊ້ບໍລິການ ຫລື ຄອມພິວເຕີທີ່ເຮົາໃຊ້ ບໍ່ມີ font ບໍ່ມີ laoscript for unicode font

ເມື່ອເປັນດັ່ງນັ້ນ ຈະໃຫ້ໃຊ້ພາສາຫຍັງ ພາສາທີ່ໄວລຸ້ນໃຊ້ກໍ່ມີ ພາສາລາວທີ່ໃຊ້ຕົວຫນັງສືສາກົນ ຫລື ພາສາລາວຄາຣາໂອເກະ
ເຊິ່ງອ່ານຍາກສົມຄວນ ມັນບໍ່ມີວັນນະຍຸດ

ອັນທີ່ງ່າຍຂຶ້ນກາແມ່ນ ໃຊ້ພາສາລາວ ແຕ່ໃຊ້ຕົວຫນັງສືໄທ ທີ່ໃກ້ຄຽງກັບພາສາລາວ
this is my opinion. my only

__________________
Anonymous

Date:

ເປັນເພາະວ່າພາສາລາວທຸກມື້ນີ້ ຂຽນບໍ່ຖືກໄມ້ຖືກໂຕ.  ບໍ່ມີກະຕິກາ, ບໍ່ມີມາຕາຖານ.

ເຊັ່ນວ່າມື້ນື່ງຂ້ອຍໄປຫລີ້ນດົນຕຣີ ແລະກໍບອກໃຫ້ນ້ອງຊາຍວ່າ ຖ້າມີຄົນຖາມຫາອ້າຍໃຫ້ເຈົ້າບອກວ່າ ອ້າຍໄປຫລີ້ນດົນຕຣີເດີ.   ແຕ່ແລ້ວນ້ອງຊາຍເອງກໍມີທຸຣະຈະໄປນຳໝູ່ກະເລີຍຂຽນ ໂນດ ໄວ້ໃຫ້ໄທເຮືອນ
ວ່າ ອ້າຍສີໄປຫລີ້ນ ດົນຕີແລ້ວ !    ເມື່ອ ອີ່ແມ່ກັບມາເຫັນໂນດຢູ່ເທີງໂຕະກາເລີຍຕົກໃຈຢ່າງໃຫຍ່ ແລ້ວ ໂທໄປ ຖາມ ຂ້ອຍວ່າ " ເຈົ້າໄປຫລີ້ນໃສ ? ຄືວ່າໄປດົນເຂົາຕີ ? "

ເຫັດນີ້ກໍເພາະວ່ານ້ອງຊາຍຂອງຂ້ອຍຂຽນໜັງສືລາວບໍ່ຖືກຕ້ອງນັ້ນເອງ ຈື່ງເຮັດໃຫ້ແມ່ຂອງຂ້ອຍເຂົ້າໃຈຜິດ.



__________________
Zipper

Date:

ຄັອມບາງຄົນເປັນເອັກສະພີໄທ ເວລາເອົາແປ້ນພິມລາວເຂົ້າມັນມັກມີບັນຫາກໍ່ເລີຍພິມໂຕໄທໄປເລີຍອີກຢ່າງກໍ່ເປັນການຝຶກຊ້ອມພາສາເຂົາໄປໃນໂຕ ເພາະໃນ5ປີຂ້າງໝ້ານີ້ ໄທຈະມາລົງທຶີນຢູ່ລາວຫລາຍຂຶ້ນ ເວລາໄປສະໜັກວຽກເຂົາກໍ່ຕ້ອງການແຕ່ພາສາໄທກັບອັງກິດ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard