Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: 10 minings and 65 dams approved by Lao government !!!

Senior Member

Status: Offline
Posts: 428
Date:
10 minings and 65 dams approved by Lao government !!!

ລັດຖະບານ ສປປ ລາວ ວາງແຜນຈະອະນຸມັດໃຫ້ບໍລິສັດ ສຳປະທານການຂຸດຄົ້ນບໍ່ແຮ່ ຫລາຍກວ່າ 10 ໂຄງການ ນັບແຕ່ປະຈຸບັນເຖິງປີ 2010. ສ່ວນການລົງທຶນຂອງຕ່າງປະເທດ ເຂົ້າໃນການຜະລິດກະແສໄຟຟ້າໃນລາວນັ້ນ ກໍ່ໄດ້ມີແຜນຮ່າງໄວ້ທັງຫມົດ 65 ໂຄງການດ້ວຍ ກັນ.
   ທ່ານ ດຣ. ບໍ່ສາຍຄຳ ວົງດາລາ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຢືນຢັນວ່າ: ລັດຖະບານລາວ ໄດ້ວາງເປົ້າຫມາຍ ທີ່ຈະອະນຸມັດໃຫ້ການຂຸດຄົ້ນບໍ່ແຮ່ຢູ່ໃນ ລາວຫລາຍກວ່າ 10 ໂຄງການ ໃນໄລຍະປະຈຸບັນນີ້ ຈົນເຖິງປີ 2010 ໂດຍທຸກໂຄງການທີ່ ນອນຢູ່ໃນແຜນດັ່ງກ່າວ ຈະສາມາດອະນຸມັດໃຫ້ໄດ້ທັນທີຫລັງຈາກກອງປະຊຸມສະໄຫມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ6 ໄດ້ມີມະຕິຮອງຮັບຢ່າງເປັນທາງການແລ້ວ ເຊິ່ງຕາມ ຄວາມເຫັນເປັນເອກະພາບຂອງສະມາຊິກສະພາແຫ່ງຊາດ ໄດ້ເຫັນດີເອກະພາບກັນ.
   ປະຈຸບັນ ການອະນຸມັດການຂຸດຄົ້ນບໍ່ແຮ່ນັບແຕ່ປີ 2001 ຫາເດືອນພຶດສະພາ 2008 ໄດ້ ດຳເນີນສຳຫລວດໄປແລ້ວ 181 ໂຄງການ ເຊິ່ງດຳເນີນໂດຍ 118 ບໍລິສັດ ແລະໃນຈຳນວນ ນີ້ມີບໍລິສັດຕ່າງປະເທດ 72 ບໍລິສັດ ເຊິ່ງຮັບຜິດຊອບ 101 ໂຄງການ ແລະໂຄງການໃຫຍ່ທີ່ ສຸດນັ້ນ ມີສອງໂຄງການຄື: ໂຄງການຂຸດຄົ້ນຄຳ ແລະທອງຢູ່ເຊໂປນ ແລະ ພູເບ້ຍ ເຊິ່ງເປັນ ການລົງທຶນຂອງບໍລິສັດເອກະຊົນຈາກປະເທດອົສຕຣາລີ ທັງສອງໂຄງການ.
   ແຕ່ຢ່າງໃດກໍ່ຕາມ ໂຄງການທີ່ຄາດວ່າຈະເປັນໂຄງການລົງທຶນໃຫຍ່ທີ່ສຸດໃນໄລຍະຕໍ່ຫນ້າ ນີ້ ກໍ່ຄືໂຄງການຂຸດຄົ້ນແຮ່ທາດບົກຊິດ ແລະໂຮງງານກໍ່ສ້າງຜະລິດອາລູມີນຽມຢູ່ພາກໃຕ້ຂອງ ລາວ ເຊິ່ງເປັນບໍລິສັດຈາກ ສປ ຈີນ ຈະລົງທຶນເປັນມູນຄ່າຫລາຍກວ່າ 2 ພັນລ້ານໂດລາສະ ຫະລັດ ໃນໄລຍະພາຍໃນ 2 ປີຕໍ່ຫນ້າ.
   ສ່ວນການສົ່ງເສີມການລົງທຶນ ຜະລິດກະແສໄຟຟ້ານັ້ນ ທ່ານ ດຣ. ບໍ່ສາຍຄຳ ວົງດາລາ ໄດ້ເນັ້ນວ່າ: ໄດ້ມີແຜນການຂຶ້ນທັງຫມົດ 65 ໂຄງການດ້ວຍກັນ ເຊິ່ງຖ້າວ່າເປັນໄປຕາມແຜນ ການຂອງໂຄງການທີ່ວາງໄວ້ກໍ່ຈະເປັນຜົນເຮັດໃຫ້ລາວ ສາມາດຜະລິດກະແສໄຟຟ້າ ແລະສົ່ງ ອອກໄດ້ຫລາຍ 21.247,9 ເມກາວັດ. ປະຈຸບັນ ຈຳນວນ 65 ໂຄງການໄດ້ເຊັນ CA ແລ້ວ 7 ໂຄງການ, PDA13 ໂຄງການ ແລະ MOU 45 ໂຄງການ, ໃນບັນດາໂຄງການ ທີ່ໄດ້ ເຊັນ CA ຄາດວ່າຈະສຳເລັດພາຍໃນປີ 2009-2011 ລວມມີ: ໂຄງການນ້ຳເທີນ 2, ເຊຂະ ຫມານ 3, ເຊເສດ 2, ນ້ຳຍອນ, ນ້ຳງື່ມ 2, ນ້ຳລີກ 12 ແລະ ນ້ຳງື່ມ 5.
   ຢ່າງໃດກໍ່ດີຄາດວ່າໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະໂຄງການຂຸດຄົ້ນບໍ່ແຮ່ທີ່ໃຊ້ໃນລາວ ຈະກວມເອົາ ເຖິງ 10% ຂອງເນື້ອທີ່ທົ່ວປະເທດ ທັງຫມົດ ຫລື ປະມານ 2,1 ລ້ານເຮັກຕາ ໂດຍບໍ່ໄດ້ນັບເນື້ອທີ່ດິນທີ່ຈະປູກພືດພະລັງງານ ແລະ ເຂົ້າໃນບໍລິເວນ 3,4 ລ້ານເຮັກຕາ.
   ກ່ອນຫນ້ານີ້ ທ່ານ ສີຕາເຮັ່ງ ຣາຊາພົນ ລັດຖະມົນຕີວ່າການກະຊວງກະສິກຳ-ປ່າໄມ້ໄດ້ ກ່າວວ່າ: ເປົ້າຫມາຍຂອງການພັດທະນານັ້ນ ກໍ່ຄືການເຮັດໃຫ້ການນຳໃຊ້ທີ່ດິນ ແລະ ປ່າໄມ້ ຢູ່ໃນລາວ ໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອເຮັດໃຫ້ລາວມີຊັບພະຍາກອນປ່າໄມ້ ປົກຫຸ້ມໄດ້ ເຖິງ 70% ຂອງພື້ນທີ່ທັງຫມົດ ພາຍໃນປີ 2020 ດ້ວຍການຟື້ນຟູປ່າໄມ້ ແລະການຄວບຄຸມ ການຕັດປ່າໄມ້ໃຫ້ຫນ້ອຍລົງ ເຊິ່ງຕໍ່ຫນ້ານີ້ ການສຳປະທານປ່າໄມ້ ກໍ່ຈະຖືກຈຳກັດ ໃນບ່ອນ ທີ່ມີການລົງທຶນ ແລະໂຄງການພັດທະນາຕ່າງໆທີ່ລັດຖະບານເຫັນວ່າມີຄວາມຈຳເປັນເທົ່ານັ້ນ ຄື: ບ່ອນທີ່ເຮັດໂຄງການສ້າງເຂື່ອນ ແລະ ການຂຸດຄົ້ນບໍ່ແຮ່.
   ນັບແຕ່ປີ 2001ພຶດສະພາ ປີ 2008 ນັກລົງທຶນທີ່ເຂົ້າມາລົງທຶນດ້ານພະລັງງານ ແລະ ບໍ່ແຮ່ໃນລາວຫລາຍທີ່ສຸດຍັງເປັນສປ ຈີນ ລວມມີ 39 ບໍລິສັດ, ຮອງລົງມາແມ່ນ ສສ ຫວຽດ ນາມມີ 16 ບໍລິສັດ ແລະ ໄທຕິດອັນດັບ 3 ມີ 6 ບໍລິສັດ ສ່ວນອັນດັບຕໍ່ໄປແມ່ນອົສຕຣາລີ, ສະຫະພັນຣັດເຊຍ, ສ.ເກົາ ຫລີ ແລະ ອື່ນໆອີກ.

Ecom

__________________
Anonymous

Date:

ຊ່ອຍ update ໃຫ້ຮູ້ແດ່ວ່າໂຄງການເຫຼົ່ານັ້ນມີຄວາມຄືບໜ້າແນວໃດ?

ຂອບໃຈ

__________________
Anonymous

Date:

ຫົວກະທູ້ຖ້າຜູ້ຂ້າລອງແປເປັນພາສາລາວແບບນີ້ຖືກບໍ່

*ລັດຖະບານລາວອະນຸມັດໂຄງການບໍ່ແຮ່ 10ແຫ່ງ ແລະ 65 ເຂື່ອນໄຟຟ້າ*

__________________

Member

Status: Offline
Posts: 23
Date:

samakomlao wrote:

 na son jai, ban da project rao nee kheub na sum dai leo nor, Aiy Samakomlao

__________________
kkpls
Anonymous

Date:

This is very old info released during the term of former PM, Mr. Buason. Please keep it updated and the Ministe, Dr. Bosaikham has already pass away. The new and current  PM, Thingsing, has ordered suspension of all minnings in Laos from now till 2015.

__________________
Anonymous

Date:

ປີ2020 ປ່າໄມ້ຈະດົກໜາ 70% ຫຼືຈະຖືກຕັດ 70% ?

__________________
Anonymous

Date:

Anonymous wrote:

This is very old info released during the term of former PM, Mr. Buason. Please keep it updated and the Ministe, Dr. Bosaikham has already pass away. The new and current  PM, Thingsing, has ordered suspension of all minnings in Laos from now till 2015.

 ຄໍາສັ່ງໂຈະເລກທີ່ເທົ່າໃດ? ເດືອນກ່ອນກໍ່ໄດ້ຍິນຂ່າວວ່າທ່ານສຸລິວົງ ດາລາວົງ ເຊັນໃຫ້ຈີນແລະວຽດນາມ

ເຂົ້າມາສໍາປະທານບໍ່ແຮ່ຈໍານວນ 54 ໂຄງການ, ຫຼືວ່າຄໍາສັ່ງຂອງພະນະທ່ານນາຍົກທອງສິງ ທໍາມະວົງ

ຍັງບໍ່ທັນໄປຮອດກະຊວງພະລັງງານແລະບໍ່ແຮ່ເທື່ອເພິ່ນຈຶ່ງບໍ່ໄດ້ນໍາມາປະຕິບັດ?

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard