Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລົດໄຟຈາກໄທ ແລ່ນເຖິງລາວແລ້ວມື້ນີ້ !!!
Anonymous

Date:
ລົດໄຟຈາກໄທ ແລ່ນເຖິງລາວແລ້ວມື້ນີ້ !!!




*(ຂປລ):ເພື່ອກະກຽມຄວາມພ້ອມໃຫ້ແກ່ການບໍລິການຂົນສົ່ງທາງລົດໄຟລະຫວ່າງລາວ-ໄທ, ອົງການທາງລົດໄຟລາວ ຮ່ວມກັບການລົດໄຟແຫ່ງ ປະເທດໄທຈະໄດ້ ແລ່ນລົດໄຟ​​ທົດ​ລອງ ແຕ່​ວັນ​ທີ 4 ຫາ 15 ກໍລະກົດ​ນີ້, ຈາກ​ສະຖານີ ໜອງ​ຄາຍ ປະ​ເທດ​ໄທ ​ເຖິງ​ສະຖານີ ​ທ່າ​ນາ​ແລ້ງ ສປປ ລາວ (ຍົກ​ເວັ້ນວັນ​ເສົາ ​ແລະ ອາທິດ). ຂະບວນລົດໄຟປະກອບດ້ວຍຫົວຈັກ 1 ຫົວ ແລະ ຕູ້ໂດຍສານ 3 ຕູ້ .

ຂະບວນລົດໄຟ ທີ່ຈະແລ່ນທົດລອງນັ້ນຈະແລ່ນ​ວັນ​ລະ 2 ຖ້ຽວຄື: ຖ້ຽວ​ທີ 1 ອອກ​ຈາກ​ໜອງ​ຄາຍ ​ເວລາ 9:10 ໂມງ ​ເຖິງ ທ່າ​ນາ​ແລ້ງ ​ເວລາ 9:25 ໂມງ ​ແລະ ​​ອອກ​ຈາກ ທ່າ​ນາ​ແລ້ງ ​ເວລາ 10:05 ໂມງ ​ເຖີງ ໜອງ​ຄາຍ ​ເວລາ 10:20 ໂມງ. ຖ້ຽວ​ທີ 2 ອອກ​ຈາກ​ໜອງຄາຍ ​ເວລາ 16:20 ໂມງ ​ເຖີງ ທ່າ​ນາ​ແລ້ງ ​ເວລາ 16:35 ໂມງ ​ແລະ ອອກ​ຈາກ ທ່າ​ນາ​ແລ້ງ ​ເວລາ 17:05 ໂມງ ​ເຖິງ ໜອງ​ຄາຍ ​ເວລາ 17:20 ໂມງ.

​ ໂຄງການ​ສ້າງ​ທາງ​ລົດ​ໄຟ ​ແຕ່​ຂົວ​ມິດຕະພາບ-ທ່າ​ນາ​ແລ້ງ ​ ຊຶ່ງ​ແມ່ນອົງການ​ທາງ​ລົດ​ໄຟ​ລາວ ຮ່ວມ​ກັບ​ການ​ລົດ​ໄຟ​ແຫ່ງ ​ປະ​ເທດ​ໄທໄດ້​ສຳ​ເລັດ​ການ​ກໍ່ສ້າງ​ໂດຍ​ພື້ນຖານ​ແລ້ວ, ​ເພື່ອ​ກະກຽມ​ຄວາມ​ພ້ອມ​ໃຫ້​ແກ່​ການ​ບໍ​ລິກາ​ນ ຂົນ​ສົ່ງ​ທາງ​ລົດ​ໄຟ ລະຫວ່າງ​ປະ​ເທດ ລາວ-​ໄທ, ສະນັ້ນ ຫ້ອງການ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໄດ້​ແຈ້ງ​ມາ​ຍັງ​ບັນດາ​ກະຊວງ, ອົງການ​ທຽບ​ເທົ່ານະຄອນຫລວງ​ວຽງ​ຈັນ ຕະຫລອດ​ເຖິງ ປະຊາຊົນ​ລາວ ບັນດາ​ເຜົ່າ ​ແລະ ຊາວ​ຕ່າງ​ດ້າວ​ໄດ້​ຮັບ​ຊາບ ​ແລະ ​ເຊີນ​ຊວນ​ມວນ​ຊ​ົນມາໃຊ້​ບໍລິການ​ໄດ້ຕາ



__________________
champ

Date:

OMG i want to try it

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard