Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ້ຄົ້ນພົບດອກກຸຫຼາບພັນປີ ທີເ່ມືອງປາກຊ່ອງ !


Senior Member

Status: Offline
Posts: 428
Date:
້ຄົ້ນພົບດອກກຸຫຼາບພັນປີ ທີເ່ມືອງປາກຊ່ອງ !




ທ່ານ ແສງແກ້ວ ກິນມາລາ ຫົວຫນ້າຫ້ອງການທ່ອງທ່ຽວເມືອງປາກຊ່ອງເປີດເຜີຍສິ່ງລຶກ ລັບຂອງທຳມະຊາດທີ່ສາມາດພັດທະນາເປັນບ່ອນທ່ອງທ່ຽວໃນອະນາຄົດ.ປະຈຸບັນນີ້ຕາມ ການສຳຫລວດຂອງເຈົ້າຫນ້າທີ່ທີ່ຫນ່ວຍງານທ່ອງທ່ຽວເມືອງປາກຊ່ອງໄດ້ລາຍງານວ່າເຂົາ ເຈົ້າໄດ້ຄົ້ນພົບແລ້ວ 3 ສິ່ງລຶກລັບຂອງທຳມະຊາດຄື:ປ່າດອກກຸຫລາບພັນປີທີ່ມີສາຍພັນມາ ຈາກປະເທດເນປານທີ່ໄດ້ພົບເຫັນພຽງໃນເມືອງປາກຊ່ອງເທົ່ານັ້ນໃນທົ່ວປະເທດລາວແຫລ່ງ ນ້ຳຕົກຕາດທຳມະຊາດທີ່ສວຍງາມທີ່ສຸດ ແລະ ພົບເຫັນຖ້ຳທ່ານອົງກົມມະດຳ ທີ່ຖືກຂະ ຫນານນາມວ່າເປັນວິລະບູລຸດຂອງປະຊາຊົນລາວທ່ານຫນຶ່ງ.ເຖິງແນວໃດກໍຕາມສິ່ງບົ່ມຊ້ອນ ເຫລົ່ານີ້ຍັງຖືກປົກປິດໄວ້ຢູ່ຫມາຍຄວາມວ່າແຫລ່ງທ່ອງທ່ຽວເຫລົ່ານີ້ຍັງບໍ່ທັນໄດ້ພັດທະນາໃຫ້ ກາຍເປັນບ່ອນດຶງເອົາເງິນຈາກນັກທ່ອງທ່ຽວເທື່ອມີແຕ່ປະປ່ອຍໃຫ້ເມືອງເປັນຜູ້ອອກຫົວຄິດປະ ດິດສ້າງ ຫລື ຄຸ້ມຄອງໄວ້ສະນັ້ນມັກກາຍເປັນຜົນກະທົບຫລາຍຢ່າງເກີດຂຶ້ນຕາມມາຄື:ຫ້ອງ ການທ່ອງທ່ຽວລະດັບເມືອງມີລາຍໄດ້ຫນ້ອຍຈາກການທ່ອງທ່ຽວເພາະບໍ່ມີແຜນໂຄສະນາທີ່ດີ ແລະ ບໍ່ມີງົບປະມານພຽງພໍ,ນອກຈາກນັ້ນປະຊາຊົນຍັງບໍ່ມີລາຍໄດ້ນຳອີກເພາະບໍ່ມີນັກທ່ອງ ທ່ຽວເຂົ້າມາປະຊາຊົນກໍບໍ່ມີການເຄື່ອນໄຫວຄ້າຂາຍຫຍັງ.ທ່ານ ແສງແກ້ວ ກິນມາລາໄດ້ອະ ທິບາຍວ່າຫລາຍປີຜ່ານມາຫ້ອງການທ່ອງທ່ຽວແຂວງຈຳປາສັກ ແລະ ລວມເຖິງອົງການທ່ອງ ທ່ຽວແຫ່ງຊາດຍັງບໍ່ມີທ່າທີແນວຈະຢືນມືເຂົ້າມາຊ່ວຍເຫລືອ ຫລື ຊຸກດັນໃຫ້ແຫລ່ງທ່ອງທ່ຽວ ເມືອງປາກຊ່ອງມີແຜນການພັດທະນາທີ່ດີຂຶ້ນໂດຍສະເພາະທາງພາກສ່ວນລັດຄວນເຂົ້າມາ ພັດທະນາ ແລະ ສົ່ງເສີມໃຫ້ຫລາຍຂຶ້ນກວ່າເກົ່າເພື່ອຈະເປັນການສ້າງໂອກາດໃຫ້ປະຊາຊົນ ໃນລະດັບທ້ອງຖິ່ນມີລາຍໄດ້ຈາກການທ່ອງ ທ່ຽວ ແລະ ທັງເປັນການຫລຸດຜ່ອນຄວາມທຸກ ຍາກອີກດ້ວຍ.ປະຈຸບັນນີ້ເມືອງປາກຊ່ອງກຳລັງຂາດແຫລ່ງເງິນທຶນເພື່ອນຳໄປພັດທະນາ ແຫລ່ງທ່ອງທ່ຽວໃຫ້ກາຍເປັນບ່ອນສະດວກສະບາຍໃນການໄປມາເພື່ອເປີດໂອກາດໃຫ້ນັກ ທ່ອງທ່ຽວເຂົ້າໄປເຖິງສະຖານທີ່ນັ້ນ,ຂະນະທີ່ນັກທ່ອງທ່ຽວຫລາຍຄົນກຳລັງຕ້ອງການຢາກເຫັນ ສິ່ງເຫລົ່ານີ້.

Source: ecom


__________________
Anonymous

Date:

ບໍ່ວ່າແນວໃດຫມົດ ລາວແມ່ນບໍ່ມີຫົວພັທະນາ ບໍ່ຄິດຄົ້້ນ ສ້າງສາ ໃຫ້ກ້າວຫນ້າ ສຸ້ປະເທດອື່ນບໍ່ໄດ້ ເຂົາພັທະນາໄປໄກຫລາຍແລ້ວ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard