Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຫມໍ້ຫູງເຂົ້າລາວ ສົ່ງອອກສົດໃສ !


Senior Member

Status: Offline
Posts: 428
Date:
ຫມໍ້ຫູງເຂົ້າລາວ ສົ່ງອອກສົດໃສ !




ຫມໍ້ຫູງເຂົ້າ ແລະ ຫມໍ້ກະທະ ຊິ່ງເປັນສິນຄ້າທີ່ຜະລິດຢູ່ລາວ ທີ່ສົ່ງອອກໄປຍັງ ສສ ຫວຽດ ນາມ ໄດ້ສ້າງຄວາມພໍໃຈໃຫ້ກັບຊາວຫວຽດນາມເປັນຢ່າງດີ, ຜະລິດຕະພັນທັງສອງຢ່າງນີ້ໄດ້ ກາຍເປັນສິນຄ້າ ທີ່ຕະຫລາດຫວຽດນາມຮັບຮອງເອົາ 100% ຂອງສິນຄ້າສົ່ງອອກແຂວງບໍລິ ຄຳໄຊພາຍໃນ 4 ເດືອນຕົ້ນປີ 2008 ສາມາດສະຫນອງສິນຄ້າສອງຢ່າງຄື: ຫມໍ້ຫູງເຂົ້າ ຈຳ ນວນ 54.207 ຫນ່ວຍ ໃນວົງເງິນ 937.880,50 ໂດລາສະຫະລັດ ແລະຫມໍ້ກະທະຈຳນວນ 14.930 ຫນ່ວຍ ໃນວົງເງິນ 194.090 ໂດລາສະຫະລັດ, ແຕ່ຍັງຖືວ່າບໍ່ທັນພຽງພໍ ແລະຍັງ ຕ້ອງການເປັນຈຳນວນຫລາຍ ຈາກຜູ້ຊົມໃຊ້ຊາວຫວຽດນາມ.
   ອີງຕາມການລາຍງານຂອງພະນັກງານພາຍໃນບໍລິສັດສະແກນເນີ ອີເລັກທຣິກ ອິນເຕີເນ ເຊິນແນລ 2004 ຈຳກັດ ເຊິ່ງເປັນບໍລິສັດຜະລິດຫມໍ້ຫູງເຂົ້າ ແລະ ຫມໍ້ກະທະສົ່ງອອກຫວຽດ ນາມ, ຕັ້ງຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊເປີດເຜີຍວ່າ: ພາຍຫລັງທີ່ບໍລິສັດໄດ້ຮັບອະນຸຍາດ ຈາກເຈົ້າແຂວງໆບໍລິຄຳໄຊ ໃຫ້ດຳເນີນທຸລະກິດນັບແຕ່ປີ 2004 ເປັນຕົ້ນມາເຫັນໄດ້ວ່າທຸລະ ກິດໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ສິນຄ້າທີ່ໄດ້ຜະລິດອອກຮັບໃຊ້ແມ່ນໄດ້ຮັບຄວາມນິ ຍົມສູງຈາກລູກຄ້າກໍ່ຄືຜູ້ຊົມໃຊ້ຊາວຫວຽດນາມ ເຊິ່ງເປັນຕະຫລາດຫລັກ ແລະ ເປັນຕະຫລາດ ແຫ່ງດຽວຂອງສິນຄ້າສົ່ງອອກ ແຕ່ລະປີຕົວເລກການຜະລິດ, ການຈຳຫນ່າຍ ແມ່ນໄດ້ເພີ່ມຂຶ້ນ ທຸກປີເຊິ່ງໃນປີ 2005 ສາມາດຜະລິດສິນຄ້າໄດ້ 98.709ຫນ່ວຍ, ສົ່ງອອກ 96.437ຫນ່ວຍ, ປີ 2006 ຜະລິດໄດ້ 136.014 ຫນ່ວຍ,ສົ່ງອອກ 120.535 ຫນ່ວຍລື່ນປີຜ່ານມາ 30% ໃນ ຂະນະທີ່ປີ 2007 ຕົວເລກການຜະລິດເພີ່ມຂຶ້ນເລັກຫນ້ອຍ ຄື: 166.909 ຫນ່ວຍ ແລະ ສາ ມາດສົ່ງອອກ 166.345 ຫນ່ວຍຕົກເປັນເງິນ 19.129.675.000 ກີບລື່ນຈາກປີຜ່ານມາ 8% ໃນ 4 ເດືອນຕົ້ນປີ 2008 ສາມາດຜະລິດສິນຄ້າໄດ້ທັງຫມົດ 68.346 ຫນ່ວຍ ສົ່ງອອກໄດ້ 69.137 ຫນ່ວຍ ຕົກເປັນເງິນຢູ່ 93.982. 140 ໂດລາສະຫະລັດ.
   ນອກຈາກນີ້ ທ່ານອຳນວຍການຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ຍ້ອນສິນຄ້າທີ່ຜະລິດຈາກໂຮງງານ ໄດ້ມາດຕະຖານສິນຄ້າທີ່ອອກມາ ໃຫ້ຄຸນນະພາບດີລາຄາເຫມາະສົມເຮັດໃຫ້ຜູ້ຊົມໃຊ້ກໍ່ຄືຊາວ ຫວຽດນາມໄດ້ມີຄວາມນິຍົມສູງ ແລະຍັງຕ້ອງການຈຳນວນຫລາຍເຮັດໃຫ້ການສົ່ງອອກໃນໄລ ຍະຜ່ານມາບໍ່ທັນພຽງພໍກັບຄວາມຕ້ອງການ.


__________________
Anonymous

Date:

ຫມໍ້ກະທະ ນີ້ແມ່ນຫມໍ້ຂາງ ແມ່ນບໍ່ ແມ່ນເຈົ້າເວົ້າພາສາໄທບໍ

__________________
Anonymous

Date:

ຢ່າໄປຖຽງກັບນັກຂ່າວຫນັງສືພິມເລີຍ ເຂົ້າຄົງຮູ້ຫຼາຍກ່ວາເຈົ້າ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard