Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໄທເກີ ທຣານສເລທ໌ 2008 in Vientiane


Senior Member

Status: Offline
Posts: 428
Date:
ໄທເກີ ທຣານສເລທ໌ 2008 in Vientiane


[img]http://www.ecom.org.la/photo/346A16.gif[/img]

ໄທເກີ ທຣານສເລທ໌ ແມ່ນປາກົດການທີ່ຮວບຮວມເອົາ ການປະສົມປະສານລະຫວ່າງສິລະ ປະການແຕ້ມຮູບຕ່າງໆ ແລະດົນຕີຫລາຍໆແນວມີທັງຮິບຮ໋ອບ,ປ໋ອບ,ແດນຊ໌,ອາແອນບີ, ເທັກ ໂນແດນຊ໌... ບວກກັບແນວຄິດສ້າງສັນທີ່ມີລັກສະນະອັນໂດດເດັ່ນມາໄວ້ຢູ່ບ່ອນດຽວ. ໄທເກີ ທຣານສເລທ໌ ໄດ້ຈັດກິດຈະກຳດີໆ ແບບນີ້ຂຶ້ນມາ ເພື່ອເປັນການເປີດໂອກາດໃຫ້ຄົນຮຸ່ນໃຫມ່ ໄດ້ກ້າສະແດງອອກ ເຖິງຄວາມສາມາດທີ່ບໍ່ມີຂີດຈຳກັດ ຍັງເປັນການຊັກຊວນໃຫ້ຊາວຫນຸ່ມ ເຍົາວະຊົນທີ່ເປັນອະນາຄົດຂອງປະເທດຊາດຫັນມາສົນໃຈ ແລະໃຫ້ຄວາມສຳຄັນກັບວົງການ ສິລະປະດົນຕີໃຫ້ຫລາຍຂຶ້ນທັງເປັນການເຜີຍແຜ່ ແລະເຊື່ອມໂຍງຄວາມເປັນອາຊີ ແລະໂລກ ໄວ້ນຳກັນ.
   ອີກເທື່ອຫນຶ່ງທີ່ໄທເກີເບຍໄດ້ນຳເອົາກິດຈະກຳມ່ວນໆ ແລະຫນ້າສົນໃຈມາສ້າງສີສັນແລະ ຄວາມບັນເທີງໃນຮູບແບບໃຫມ່ໃຫ້ກັບໄວຫນຸ່ມລາວໃນງານໄທເກີທຣານສເລທ໌ ໄດ້ຈັດຂຶ້ນຄືນ ວັນທີ 8 ພຶດສະພາ ທີ່ມາລີນາບັນເທີງເວລາ 21:00 ໂມງ.



   ເຂົ້າຮ່ວມໃນງານມີທ່ານສີແພງ ວົງປັນຍາ ຫົວຫນ້າກົມວັດທະນະທຳມະຫາຊົນ, ກະຊວງ ຖະແຫລງຂ່າວ-ວັດທະນະທຳ, ທ່ານ ແດນນີຊານປະທານບໍລິສັດລາວອາຊີ-ປາຊີຟິກ ຈຳກັດ ພາຍໃນງານກໍ່ຈະມີດີເຈຊື່ດັງ ຈາກປະເທດສິງກະໂປ Don ແລະ Artist Ants ພວກເຂົາໄດ້ ນຳຄວາມສຸດຍອດທາງດ້ານສິລະປະການແຕ້ມຮູບລວດລາຍໃສ່ຝາກຳແພງດ້ວຍສະເປຣ ໄປ ພ້ອມກັບສຽງ ດົນຕີລີມິກຈັງຫວະເພງມ່ວນໆ ມາຝາກໄວຫນຸ່ມລາວຢ່າງເຕັມຮູບແບບ.
   ນອກຈາກຈະມີກິດຈະກຳມ່ວນໆ ມາໃຫ້ໄວຫນຸ່ມລາວໄດ້ມ່ວນຊື່ນກັນແລ້ວ ໃນງານຍັງມີ ການຈົກສະຫລາກ ເພື່ອແຈກຂອງລາງວັນນຳອີກ ເຊິ່ງລາງວັນປະກອບມີລາງວັນທີ 1 ແມ່ນ ໂທລະສັບຊັນເທັກ 1 ລາງວັນ ແລະລາງວັນທີ 2 ເປັນເສື້ອເຊີດ ທຣານສເລທ໌ອີກ 10 ລາງ ວັນນີ້ ເປັນກິດຈະກຳປິດທ້າຍ.
   ການຈັດງານເປີດຕົວໄທເກີທຣານສເລທ໌ ແມ່ນຄັ້ງທຳອິດຂອງປະເທດລາວ ແຕ່ຈະບໍ່ແມ່ນ ຄັ້ງສຸດທ້າຍ ການຈັດກິດຈະກຳຂອງບໍລິສັດໄທເກີເບຍຢ່າງແນ່ນອນ. ທ່ານ ແດນນີຊານ ກ່າວ ວ່າ: ງານເປີດຕົວໄທເກີທຣານສເລທ໌ ນີ້ໄດ້ຈັດຂຶ້ນ ແລະໄດ້ຜົນຕອບຮັບທີ່ດີຈາກ NewYork Berlin ແລະ ອີກຫລາຍໆປະເທດ.

Source: ecom






__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard