Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາປຸ້ນຈີ້ຊີງຊັບ ແຜ່ຫລາຍ !!!


Senior Member

Status: Offline
Posts: 428
Date:
ບັນຫາປຸ້ນຈີ້ຊີງຊັບ ແຜ່ຫລາຍ !!!


ປະຈຸບັນ ບັນຫາປຸ້ນຈີ້ຊີງຊັບ ລວມທັງລັກຊັບພົນລະເມືອງ ຫລືປິດບັງການກະທຳຜິດ, ທຳ ມິດສາຈານຕະຫລອດຮອດທຳຮ້າຍຮ່າງກາຍ, ເປັນໂສເພນີ ແລະ ຊື້-ຂາຍ ສິ່ງເສບຕິດບໍ່ຖືກ ຕ້ອງຕາມລະບຽບກົດຫມາຍ ຍັງກາຍເປັນບັນຫາຫນຶ່ງ ເຊິ່ງເປັນປາກົດການຫຍໍ້ທໍ້ຢູ່ໃນສັງຄົມ. ເວົ້າສະເພາະ ກໍ່ແມ່ນບັນຫາການລັກຊັບພົນລະເມືອງ ເຫັນວ່າຍັງແຜ່ຫລາຍ ເນື່ອງຈາກວ່າມີ ຫລາຍປັດໄຈທີ່ຜັກດັນໃຫ້ມີປາກົດການດັ່ງກ່າວເກີດຂຶ້ນ ເຊິ່ງກາຍເປັນຂໍ້ຄົງຄ້າງບາງຢ່າງທີ່ຍັງ ແກ້ໄຂບໍ່ທັນໄດ້ດີເທົ່າທີ່ຄວນ. ແຕ່ກໍ່ມີຫລາຍບັນຫາທີ່ທາງເຈົ້າຫນ້າທີ່ໄດ້ເອົາໃຈໃສ່ປະສານສົມ ທົບກັນເປັນຢ່າງດີກັບພໍ່ແມ່ປະຊາຊົນຈິ່ງເຮັດໃຫ້ມີການປະຕິບັດວຽກງານໃຫ້ງ່າຍຂຶ້ນກວ່າເກົ່າ.
   ອີງຕາມບົດສະຫລຸບ3ເດືອນຕົ້ນປີ 2008 ກອງຄະດີເມືອງຈັນທະບູລີໃຫ້ຮູ້ວ່າ: ຕະຫລອດ ໄລຍະ 3 ເດືອນມີຄະດີເກີດ ຂຶ້ນທັງຫມົດ 30 ລາຍ. ໃນນັ້ນ ເດັ່ນກວ່າຫມູ່ແມ່ນຄະດີລັກຊັບ ພົນລະເມືອງມີ 13 ລາຍ, ຈັບຜູ້ຕ້ອງຫາໄດ້ 15 ຄົນ, ມ້າງໄດ້ 11 ລາຍ, ສົ່ງໄອຍະການ 2 ລາຍ, ທຳຮ້າຍຮ່າງກາຍມີ 10 ລາຍ, ຈັບຜູ້ຕ້ອງຫາໄດ້ 11 ຄົນ, ປຸ້ນຊັບພົນລະເມືອງ ມີ 2 ລາຍ, ຈັບຜູ້ຕ້ອງຫາໄດ້ 4 ຄົນ, ລວມທັງຊີງຊັບພົນລະເມືອງ ມີ 2 ລາຍ, ຈັບຜູ້ຕ້ອງຫາໄດ້ 3 ຄົນ ແລະ ຊື້-ຂາຍຊັບບໍ່ຖືກຕ້ອງມີ 1 ລາຍ, ຈັບຜູ້ຕ້ອງຫາໄດ້ 2 ຄົນ, ປິດບັງການກະທຳ ຜິດ ມີ 1 ລາຍ, ຈັບຜູ້ຕ້ອງຫາໄດ້ 2 ຄົນ. ນອກຈາກນັ້ນ ກໍ່ຍັງມີຄະດີທຳມິດສາຈານ, ການ ເປັນໂສເພນີ, ທຳລາຍຊັບສິນຂອງລັດ ແລະ ພົນລະເມືອງນຳອີກ ແຕ່ຄະດີທີ່ເກີດຫລາຍກວ່າ ຫມູ່ຊ້ຳພັດ ແມ່ນຄະດີລັກຊັບພົນລະເມືອງເຫັນວ່າຍັງແຜ່ຫລາຍຢູ່ໃນສັງຄົມຢ່າງໃດກໍ່ຕາມ ຖ້າ ທຽບໃສ່ປີຜ່ານມາ ເຫັນວ່າຄະດີ ທີ່ເກີດຂຶ້ນພາຍໃນປີນີ້ ໄດ້ມີທ່າອຽງຫລຸດລົງຫລາຍກວ່າເກົ່າ ສະແດງວ່າ ພໍ່ແມ່ປະຊາຊົນກໍ່ໄດ້ເປັນຫູເປັນຕາ ແລະ ໃຫ້ຄວາມຮ່ວມໄມ້ຮ່ວມມື ກັບເຈົ້າຫນ້າ ທີ່ຫລາຍຂຶ້ນ.
   ເພື່ອແກ້ໄຂສະພາບການດັ່ງກ່າວ ເວົ້າສະເພາະແມ່ນບັນຫາການລັກຊັບພົນລະເມືອງ ໃຫ້ ຫລຸດຫນ້ອຍຖອຍລົງ ກ່ອນອື່ນຫມົດກໍ່ຕ້ອງແມ່ນຫນ້າທີ່ຂອງພົນລະເມືອງລາວທຸກຄົນ ຄວນມີ ສະຕິລະວັງຕົວ ເອົາໃຈໃສ່ປົກປັກຮັກສາ ຊັບສົມບັດ ກໍ່ຄືສິ່ງຂອງໆຕົນເອງໄວ້ໃຫ້ດີບໍ່ຄວນລະ ເຫລີງໃຈ ຫລື ບໍ່ໃສ່ໃຈຈົ່ງຄິດຕື່ມວ່າທຸກສິ່ງທຸກຢ່າງທີ່ພວກເຮົາຫາມາໄດ້ດ້ວຍຢາດເຫື່ອ ແລະ ແຮງງານ ກໍ່ລ້ວນແຕ່ມີຄ່າຕ່າງແຕ່ວ່າຫນ້ອຍ ຫລືຫລາຍເທົ່ານັ້ນ ດ້ວຍເຫດນີ້ເອງຄົນຂີ້ລັກຈິ່ງ ມັກພາກັນສວຍໂອກາດລັກໃນເວລາທີ່ເຈົ້າຂອງເຜີຕົວ. ຖ້າຫາກທຸກຄົນເປັນເຈົ້າການ ເອົາໃຈ ໃສ່ທັງເປັນຫູເປັນຕາຊ່ວຍກັນແນ່ນອນບັນຫານີ້ ກໍ່ຕ້ອງຫລຸດຫນ້ອຍຖອຍລົງຢ່າງບໍ່ຕ້ອງສົງໄສ ແລະ ແລ້ວບ້ານເມືອງຂອງພວກເຮົາກໍ່ຈະພົບແຕ່ຄວາມສຸກ.

source:ecom


__________________
Anonymous

Date:

ປັດຈຸບັນ ບໍ່ແມ່ນ ປະຈູບັນ ເປັນຫຍັງຈຶ້ງຂຽນພ້ຽນໄປຕິກໆ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard