Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄົ້ນພົບພະພຸດທະຮູບເກົ່າແກ່


Senior Member

Status: Offline
Posts: 428
Date:
ຄົ້ນພົບພະພຸດທະຮູບເກົ່າແກ່




ຂ່າວ: ແດງສະຫວັດ

   ປະຊາຊົນບ້ານນາຕຸງ ເມືອງມະຫາໄຊ ແຂວງຄຳມ່ວນ ໄດ້ຄົ້ນພົບພະພຸດທະຮູບເກົ່າແກ່ ຄາດວ່າ ມີອາຍຸຫລາຍກວ່າ 300 ປີ ຈຳນວນ 25 ອົງຢູ່ເທິງພູຜາແພງເຂດບ້ານນາຕຸງເມືອງ ມະຫາໄຊ ທີ່ມີຄວາມສູງຈາກຫນ້າດິນປະມານ 700 ແມັດ.

   ການຄົ້ນພົບພະພຸດທະຮູບຄັ້ງນີ້ ຖືເປັນຂ່າວດີ ທັງສ້າງຄວາມສົນໃຈໃຫ້ແກ່ປະຊາຊົນ ໃນ ເຂດດັ່ງກ່າວ ແລະ ເຂດໃກ້ຄຽງກໍ່ຄືປວງຊົນຊາວລາວ. ໂດຍແຫລ່ງຂ່າວທ້ອງຖິ່ນລາຍງານໃຫ້ ຮູ້ວ່າ: ໃນວັນທີ 11 ເມສາ 2008 ປະຊາຊົນບ້ານນາຕຸງ ຈຳນວນ 5 ຄົນຄື: ທ້າວ ພົນ, ຄຳ ຕາ, ບົວສີ, ທອງສາ ແລະ ທ້າວ ຄອນສີ ໄດ້ພາກັນໄປຊອກຢູ່ຫາກິນ ເລີຍພົບພະພຸດທະຮູບ ຈຳນວນ 25 ອົງຢູ່ເທິງພູຜາແພງ ເຂດບ້ານນາຕຸງ. ໃນນີ້ມີພະທອງສຳລິດ 14 ອົງ, ພະຫີນ 3 ອົງ, ພະເງິນ 4 ອົງແລະພະໄມ້ 4 ອົງລວມນ້ຳຫນັກ 34 ກິໂລກຣາມ ພາຍຫລັງທີ່ຄົ້ນພົບ ແລ້ວອຳນາດການປົກຄອງບ້ານກໍ່ລາຍງານໃຫ້ຫນ່ວຍງານທີ່ກ່ຽວຂ້ອງຮັບຮູ້. ມາວັນທີ 23 ເມ ສາ 2008 ພາກສ່ວນທີ່ກ່ຽວຂ້ອງ ກໍ່ໄດ້ລົງໄປສຳຫລວດຕົວຈິງແລ້ວ ໄດ້ນຳລົງມາປະດິດສະ ຖານຢູ່ວັດບ້ານດັ່ງກ່າວ ເພື່ອທຳການສັກກະລະບູຊາ.

   ເຈົ້າຫນ້າທີ່ຫນ່ວຍງານທີ່ກ່ຽວຂ້ອງໃຫ້ຮູ້ວ່າ: ພະພຸດທະຮູບທີ່ຖືກຄົ້ນພົບເຖິງວ່າຈະບໍ່ສົມບູນ ຍ້ອນມີການເປ່ເພ ເສຍຫາຍຕາມການເວລາ ແຕ່ກໍ່ຊີ້ໃຫ້ເຫັນເຖິງສະພາບໃນອະດີດ ຢູ່ເຂດດັ່ງ ກ່າວ ມີການຂະຫຍາຍຕົວຂອງພຸດທະສາສະຫນາ ແລະ ຄາດວ່າພະພຸດທະຮູບດັ່ງກ່າວຈະມີ ອາຍຸໃນສະໄຫມດຽວກັບພະພຸດທະຮູບຢູ່ຖ້ຳຫນອງປາຜາ.

   ປະຈຸບັນທາງເຈົ້າຫນ້າທີ່ໄດ້ປະສານງານກັບພະແນກຖະແຫລງຂ່າວ ແລະ ວັດທະນະທຳ ແຂວງຄຳມ່ວນ ແລະໄດ້ຂຶ້ນທະບຽນພະພຸດທະຮູບຈຳນວນດັ່ງກ່າວເປັນທີ່ຮຽບຮ້ອຍແລ້ວ ແລະ ຮຽກຮ້ອງມາຍັງອຳນາດການປົກຄອງບ້ານນາຕຸງ ຈົ່ງເອົາໃຈໃສ່ປົກປັກຮັກສາພະ ຈຳນວນດັ່ງ ກ່າວໄວ້ໃຫ້ກາຍເປັນຊັບສົມບັດ ແລະ ມໍລະດົກຂອງຊາດຕະຫລອດໄປ.

source: ecom


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard