Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຮູບພາບ-ສື່ໂຄສະນາ ບໍ່ເຫມາະສົມ ລະບາດຫນັກ !


Senior Member

Status: Offline
Posts: 428
Date:
ຮູບພາບ-ສື່ໂຄສະນາ ບໍ່ເຫມາະສົມ ລະບາດຫນັກ !




ໃນປະຈຸບັນການຜະລິດສື່ ໂຄສະນາຕິດປະກາດຢູ່ຕາມສາທາລະນະ ບໍ່ວ່າຈະເປັນປະເພດ ສື່ສິນຄ້າເຄື່ອງດື່ມ, ປະຕິທິນ ເປັນຕົ້ນ.

   ສ່ວນຫລາຍແລ້ວແມ່ນຍັງບໍ່ຖືກ ຕ້ອງສອດຄ່ອງຕາມລະບຽບຫລັກການ ຫລື ຮູບພາບບາງ ຢ່າງ ອາດຈະຝືນກັບຮີດຄອງປະເພນີຂອງຊາດ ເຊິ່ງສະແດງອອກຫລາຍບັນຫາບໍ່ວ່າຈະຢູ່ໃນ ຕົວເມືອງກໍ່ຄືຊົນນະບົດ. 

   ຫວ່າງອາທິດແລ້ວນີ້ ຜູ້ຂຽນມີໂອກາດເມືອຢາມບ້ານ ປາກົດເຫັນບັນດາຮູບພາບທີ່ຕິດກັບ ສື່ໂຄສະນາບາງຢ່າງທີ່ຖືກ ຕັດໄວ້ຢູ່ຕາມຮ້ານຄ້າຂາຍ ເຄື່ອງຍ່ອຍທຳມະດາ ເວົ້າສະເພາະກໍ່ ແມ່ນປະຕິທິນທີ່ທາງຮ້ານນຳມາເຜີຍແຜ່ໂຄສະນາສິນຄ້າວັດຖຸເງິນ-ຄຳ ນັ້ນເຫັນວ່າ: ຕົວຫນັງ ສືກັບຮູບພາບບໍ່ເຂົ້າກັນເລີຍ ເຊິ່ງກໍ່ແມ່ນພາສາລາວນັ້ນເອງ ທີ່ໂຄສະນາເປັນສື່; ການອອກຊື່ ເຈົ້າຂອງ, ບ້ານ, ເມືອງ, ແຂວງກໍ່ເປັນພາສາລາວ, ປະເທດລາວກົງກັນຂ້າມ ຮູບຊ້ຳພັດແມ່ນ ຮູບດາລາປະເທດອື່ນໃນຄວາມເປັນຈິງແລ້ວ ຮູບພາບຂອງພວກເຮົາເອງກໍ່ມີຢ່າງຫລວງຫລາຍ ການກະທຳແບບນີ້ ກໍ່ບໍ່ຕ່າງຫຍັງກັບການເຜີຍແຜ່ຄວາມທະເຍີທະຍານໃຫ້ແກ່ຄົນພາຍໃນຊາດ ຕ້ອງໄດ້ລອກຮຽນແບບຄົນປະເທດອື່ນ. ການທີ່ເຮົາຢາກເອົາຮູບພາບຕ່າງໆ ມາໂຄສະນາໃນ ຫນ້າປະຕິທິນ ຖ້າບໍ່ມີຄົນແລ້ວພວກເຮົາກໍ່ສາມາດນຳເອົາຮູບພາບທຳມະຊາດ ຫລືແຫລ່ງທ່ອງ ທ່ຽວຕ່າງໆຍິ່ງເປັນການດີ ແຕ່ນີ້ອອກຊື່ຮ້ານຂາຍຄຳຂອງແມ່ຄ້າຄຳຄົນລາວ. ບັດແນມເບິ່ງຮູບ ພາບຊ້ຳພັດແມ່ນຮູບຂອງຄົນຊາດອື່ນມັນບໍ່ເຫມາະສົມກັນເລີຍ ຫລື ວ່າທາງພາກສ່ວນທີ່ກ່ຽວ ຂ້ອງບໍ່ໄດ້ຕິດຕາມກວດກາການຜະລິດສື່ດັ່ງກ່າວ ກ່ອນຈະພິມ ຈິ່ງວ່າໄດ້ປະປ່ອຍໃຫ້ສື່ໂຄສະ ນາທີ່ບໍ່ເຫມາະສົມ ໄດ້ພິມນຳເຜີຍແຜ່ອອກສູ່ສາຍຕາມວນຊົນໃນສັງຄົມຢ່າງກວ້າງຂວາງ ເທົ່າ ນັ້ນຍັງບໍ່ແລ້ວ ການຕິດປ້າຍສື່ໂຄສະນາການດື່ມສິ່ງມຶນເມົາ ກໍ່ມີໃຫ້ເຫັນຫລາຍສົມຄວນ ບໍ່ວ່າ ພາຍໃນຕົວເມືອງນ້ອຍ ຫລື ໃຫຍ່ກໍ່ເຊັ່ນດຽວກັນ. ແທນທີ່ຈະນຳເອົາສື່ໂຄສະນາແນວທາງທີ່ດີ ເພື່ອໃຫ້ປະຊາຊົນປະພຶດ ປະຕິບັດໄປໃນທາງທີ່ຖືກຕ້ອງທຸກສິ່ງທຸກຢ່າງຈະດີ ຫລື ຊົ່ວ ກໍ່ຂຶ້ນ ກັບສື່ໂຄສະນາທັງນັ້ນ.

   ເພື່ອເປັນການຫລຸດຜ່ອນການໂຄສະນາສື່ຕ່າງໆທີ່ບໍ່ເຫມາະສົມນັ້ນ ກ່ອນອື່ນຫມົດກໍ່ຂໍຮຽກ ຮ້ອງມາ ຍັງພາກສ່ວນທີ່ກ່ຽວຂ້ອງຕ້ອງຫມັ່ນຕິດຕາມກວດກາການຜະລິດສື່ຂອງມວນຊົນ ຖ້າ ຫາກພົບເຫັນມັນບໍ່ຖືກຕ້ອງກໍ່ຄວນມີການວາງມາດຕາການປັບໃຫມ ໃສ່ລະບຽບຄັກແນ່ ຈິ່ງຈະ ຢຸດຕິໄດ້ ຖ້າຫາກບໍ່ເຮັດແບບນັ້ນ ຄົນໃນສັງຄົມລາວກໍ່ໄດ້ພາກັນມົ້ວສຸມ ແລະ ປະພຶດຕາມສື່ ໂຄສະນາທີ່ບໍ່ຖືກຕ້ອງດັ່ງກ່າວ ເພາະພວກເຂົາບໍ່ຮູ້ວ່າສິ່ງດັ່ງກ່າວນັ້ນ ມັນຜິດ ຫລື ຖືກ.



__________________
Anonymous

Date:

Dee Lai. Totally agree on that ...

__________________
Anonymous

Date:

ດຽວນີ່້​ ລາວໃຊ້ຄຳວ່າ ຊ່ວງ ຊຶ້ງຫມາຍເຖຶງ ຕອນ ຣະຍະເວລາ ທີ່ໄທໃຊ້ກັນນັ້ນມາໃຊ້ໃນພາສາລາວນຳ ເຊັ່ນ ໃນຊ່ວງຕອນເຊົ້າ ໃຊ້ຢ່າງເກຶນຄວາມຈຳເປັນ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard