Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປີດຕົວໂທລະພາບ ລາວສະຕາຊາແນລເປັນທາງການ


Senior Member

Status: Offline
Posts: 428
Date:
ເປີດຕົວໂທລະພາບ ລາວສະຕາຊາແນລເປັນທາງການ



http://www.laostarchannel.com

ຜ່ານການທົດລອງທີ່ມີຜົນສຳເລັດໃນການແຜ່ພາບອອກອາກາດມາແຕ່ວັນທີ 1ເມສາ 2007 ເຖິງວັນທີ 8 ເມສາ 2008 ເປັນເວລາ 1 ປີເຕັມ ມາໃນ ວັນທີ 8 ໄດ້ເລີ່ມທົດລອງອອກອາ ກາດຄັ້ງທຳອິດໃນວັນທີ 1ເມສາ 2007. ຕະຫລອດໄລຍະຫນຶ່ງປີແຫ່ງການດຳເນີນລາຍການ ຂອງຕົນລາວສະຕາຊາແນລ ສາມາດຖ່າຍທອດສົດ ແລະ ຜະລິດ ເມສາ 2008 ໂທລະພາບ ລາວສະຕາຊາແນລ ໄດ້ຈັດພິທີສະຫລອງຜົນສຳເລັດ ແລະ ເປີດການນຳໃຊ້ແຜ່ພາບຊ່ອງບັນ ເທີງໂທລະພາບລາວສະຕາຊາແນລ ຢ່າງເປັນທາງການຂຶ້ນ ທີ່ສຳນັກງານສູນການຄ້າແພລນ ເນັດເຊັນເຕີ ບ້ານໂພນປ່າເປົ້າທົ່ງ ນະຄອນຫລວງວຽງຈັນ ໂດຍມີທ່ານ ຫມູນແກ້ວ ອໍລະບູນ ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ-ວັດທະນະທຳ. ມີບັນດາ ລັດຖະມົນຕີວ່າການ, ຊ່ວຍວ່າການ, ຫົວຫນ້າກົມ-ຮອງກົມ, ຫົວຫນ້າອຳນວຍການ-ບັນນາທິ ການພ້ອມດ້ວຍພະນັກງານພາຍໃນສຳນັກງານໂທລະພາບລາວສະຕາ, ແຂກຖືກເຊີນ ແລະມີ ບັນດາສື່ມວນຊົນຈາກຫລາຍຂະແຫນງການເຂົ້າຮ່ວມຢ່າງພ້ອມພຽງ.

   ໃນພິທີທ່ານ ແຈ້ງ ໄຊຍະວົງ ກ່າວວ່າ: ໂດຍອີງຕາມສັນຍາຮ່ວມມືລະຫວ່າງໂທລະພາບ ແຫ່ງຊາດ ກັບສະໂມສອນສົ່ງເສີມສິລະປະວັດທະນະທຳລາວບັນດາເຜົ່າ ສະບັບລົງວັນທີ 29 ທັນວາ 2006 ແລະ ອີງຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ສະບັບເລກທີ 109 ຖວ. ລົງວັນທີ 22 ກຸມພາ 2007 ວ່າດ້ວຍການສ້າງຕັ້ງ ຊ່ອງບັນເທີງໂທລະພາບລາວສະຕາຊາແນລ ເຊິ່ງສ້າງຕັ້ງຂຶ້ນໂດຍສະໂມສອນສົ່ງເສີມສິລະປະ ວັດທະນະທຳລາວບັນດາເຜົ່າ ໂດຍມີຈຸດປະສົງ ເພື່ອຕອບສະຫນອງກັບຄວາມຮຽກຮ້ອງຕ້ອງ ການຂອງສັງຄົມຕາມແນວທາງນະໂຍບາຍຂອງພັກແລະລັດຖະບານໃນໄລຍະໃຫມ່. ໃນການ ປະກອບສ່ວນສົ່ງເສີມ, ອະນຸຮັກປົກປັກຮັກສາ ແລະ ພັດທະນາສິລະປະ ວັດທະນະທຳທີ່ເປັນ ເອກະລັກມູນເຊື້ອອັນດີງາມຂອງຊາດປະກອບສ່ວນ ເຜີຍແຜ່ແນວທາງນະໂຍບາຍຂອງພັກໃຫ້ ສັງຄົມຮັບຮູ້ເຂົ້າໃຈກ່ຽວກັບຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດ.

   ປະຈຸບັນ ໂທລະພາບລາວສະຕາຊາແນລໄດ້ແຜ່ພາບໂດຍການສົ່ງສັນຍານຜ່ານດາວທຽມ ໄທຄົມ 5 ທີ່ສາມາດສົ່ງສັນຍານກວມພື້ນທີ່ທົ່ວປະເທດ ແລະ ອີກ 20 ກວ່າປະເທດໃນພາກ ພື້ນ. ໃນໂອກາດດັ່ງກ່າວ ທ່ານ ຫມູນແກ້ວ ອໍລະບູນ ໄດ້ຮ່ວມກັບ ທ່ານ ສ.ຈ.ດຣ ບໍ່ແສງຄຳ ວົງດາລາ ແລະທ່ານແຈ້ງໄຊຍະວົງຕັດແຖບຜ້າ ແລະກົດປຸ່ມເປີດການນຳໃຊ້ໂທລະພາບລາວ ສະຕາຊາແນລຢ່າງເປັນທາງການ.

Source: ecom


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard