Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄວາມຄືບຫນ້າຊີເກມສ໌ ຄັ້ງທີ 25


Senior Member

Status: Offline
Posts: 428
Date:
ຄວາມຄືບຫນ້າຊີເກມສ໌ ຄັ້ງທີ 25




ຕາມເນື້ອໃນຈິດໃຈຂອງກອງປະຊຸມ ຄະນະກຳມະການກະກຽມງານ ມະຫະກຳຊີເກມສ໌ ຄັ້ງ ທີ 25 ປີ 2009 ທີ່ໄດ້ຈັດຂຶ້ນເມື່ອວັນທີ 11 ມັງກອນ 2008 ຜ່ານມາ ທີ່ຫ້ອງປະຊຸມລັດຖະ ບານ (ສຳນັກງານນາຍົກ), ນະຄອນຫລວງວຽງຈັນ. ມາຮອດປະຈຸບັນນີ້ ຄະນະກຳມະການກິ ລາແຫ່ງຊາດ, ໃນຖານະຜູ້ປະຈຳການງານ ມະຫະກຳກິລາຊີເກມສ໌ຄັ້ງທີ 25 ໄດ້ດຳເນີນງານ ຕາມຫນ້າວຽກຂອງຕົນ ແລະ ໄດ້ປະສານງານກັບກຳມະການແຕ່ລະພາກສ່ວນດັ່ງນີ້: ສາມາດ ກະກຽມກຳມະການໄດ້ 11 ທ່ານ, ໃນນີ້ ມີກຳມະການພິທີເປີດ-ປິດ, ກຳມະການແພດ ແລະ ຄວບຄຸມສານກະຕຸ້ນ,ກຳມະການກອງເລຂາ, ກຳມະການບໍລິຫານ-ບໍລິການ, ກຳມະການສ້າງ ນັກກິລາ, ກຳມະການເຕັກນິກ, ກຳມະການປ້ອງກັນຄວາມສະຫງົບ, ກຳມະການກໍ່ສ້າງ ແລະ ສ້ອມແປງ, ກຳມະການທີ່ພັກ-ອາຫານ, ປະດັບປະດາ ແລະ ທ່ອງທ່ຽວ.
   ສຳລັບວຽກງານການກິລາ ແມ່ນໄດ້ສືບຕໍ່ຈ້າງຄູຝຶກມາຝຶກແອບນັກກິລາ ເຊັ່ນ: ຄູຝຶກເຕະ ບານຈາກຣັດເຊຍ, ຄູຝຶກມວຍປ້ຳ ແລະ ຢູໂດຈາກມົງໂກນ, ຄູຝຶກເທຄວັນໂດ ຢູ່ ສ.ເກົາຫລີ, ຄູຝຶກຢູໂດ ແລະ ກາຣາ ເຕໂດຢູ່ຍີ່ປຸ່ນ. ພ້ອມກັນນັ້ນໄດ້ສືບຕໍ່ສ້າງແຜນຈັດການແຂ່ງຂັນກິລາ ປະເພດຕ່າງໆ,ປະຈຸບັນໄດ້ມີການແຂ່ງຂັນຄັດເລືອກນັກກິລາເປຕັງສັນຈອນທົ່ວປະເທດ, ແຂ່ງ ຂັນຄັດເລືອກເຕະບານ U19 ແລະ 23 ເພື່ອໄປຝຶກແອບຢູ່ສະໂມສອນເຕະບານ ຂອງແຂວງ ຢູລາຍ ສ.ສ ຫວຽດນາມ.
   ຕາມການລາຍງານໃນກອງປະຊຸມລະດັບຊາດຄັ້ງທີ 7 ຂອງຄະນະກຳມະການຈັດງານມະ ຫະກຳຊີເກມສ໌ປີ 2009, ທີ່ຫ້ອງປະຊຸມລັດຖະບານ(ສຳນັກງານນາຍົກ), ນະຄອນຫລວງວຽງ ຈັນ, ທີ່ໄດ້ຈັດຂຶ້ນໃນວັນທີ 27 ມີນາ 2008. ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສົມ ສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ, ປະທານຄະນະ ກຳມະການຈັດງານມະຫະກຳຊີເກມສ໌ຄັ້ງທີ 25ປີ 2009. ໂດຍການເຂົ້າຮ່ວມກອງປະຊຸມຂອງ ທ່ານ ດຣ. ພູທອງ ແສງອາຄົມ, ລັດຖະມົນຕີປະຈຳສຳນັກງານນາຍົກ, ປະທານຄະນະກຳມະ ການກິລາແຫ່ງຊາດ ແລະ ຫົວຫນ້າກຳມະການຝ່າຍຕ່າງໆໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

Source: ecom


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard