Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: 2 ດາລານັກຮ້ອງດັງຈາກຮົງກົງ ມາຢ້ຽມລາວ


Senior Member

Status: Offline
Posts: 428
Date:
2 ດາລານັກຮ້ອງດັງຈາກຮົງກົງ ມາຢ້ຽມລາວ




ດາລານັກຮ້ອງດັງຈາກຮົງກົງ "ຈີ້ຈີ້ຫລຽນ" ແລະ "ແຊມມີ້ຈາງ" ໄດ້ມາຢ້ຽມຢາມເມືອງປາກ ແຊງແຂວງຫລວງພະບາງ ໃນອາທິດທີ່ຜ່ານມາໃນນາມຂອງທູດສັນທະວະໄມຕີ ໃນການອຸປະ ຖຳເດັກນ້ອຍຂອງອົງການສຸພະນິມິດປະຈຳ ສປປ ລາວ ຈຸດປະສົງໃນການມາຢ້ຽມຢາມໃນຄັ້ງ ນີ້ ແມ່ນເພື່ອພົບກັບບັນດາເດັກນ້ອຍ ທີ່ຢູ່ໃນຄວາມອຸປະຖຳຂອງພວກເຂົາ. ພ້ອມດຽວກັນນັ້ນ ກໍ່ເພື່ອຮຽນຮູ້ເຖິງຜົນກະທົບຂອງຄວາມທຸກຍາກທີ່ມີຕໍ່ຊຸມຊົນ, ຄອບຄົວ ແລະເດັກນ້ອຍ. ການ ມາຢ້ຽມຢາມໃນຄັ້ງນີ້ ພວກເຂົາກໍ່ໄດ້ຮຽນຮູ້ກ່ຽວກັບ ໂຄງການພັດທະນາວ່າມັນສາມາດຍົກລະ ດັບຊີວິດການເປັນຢູ່ຂອງຄົນໃນຊຸມຊົນໄດ້ຄືແນວໃດ.
   ພາຍຫລັງທີ່ຈີ້ຈີ້ ແລະແຊມມີ້ກັບຄືນຮົງກົງ ແລ້ວພວກເຂົາຈະໄດ້ແບ່ງປັນປະສົບການແລະ ປຸກລະດົມແນວຄິດ ຄວາມຕື່ນຕົວຂອງປະຊາຊົນ ຮົງກົງ ຕໍ່ກັບວິທີການໃຫ້ຄວາມຊ່ວຍເຫລືອ ແກ່ບັນດາຜູ້ຄົນທີ່ດຳລົງຊີວິດ ຢູ່ໃນຄວາມທຸກຍາກທົ່ວໂລກ. ດາລາ ທັງສອງຍັງຢາກກ່າວ ຕໍ່ ປະຊາຊົນ ຮົງກົງ ອີກຕື່ມວ່າ "ຍັງມີຄົນອີກຈຳນວນຫລວງຫລາຍທີ່ຍັງດຳລົງຊີວິດຢູ່ໃນຄວາມ ທຸກຍາກ, ຄວາມອຶດຫິວ ແລະ ຂາດໂອກາດໃນການສຶກສາ ແລະ ມີວຽກເຮັດງານທຳ. ຈີ້ຈີ້ ກ່າວວ່າມີ3 ຢ່າງຫລັກໆທີ່ລາວຢາກແບ່ງປັນໃຫ້ກັບທຸກຄົນຄື: "ຄວາມເອື້ອອາທອນ, ຄວາມຮູ້ ບຸນຄຸນໃນສິ່ງທີ່ພວກເຮົາມີຢູ່ ແລະ ການໃຫ້".
   ດາລາທັງສອງຍັງໄດ້ກ່າວເຖິງຄວາມປະທັບໃຈໃນຄວາມມີນ້ຳໃຈ ແລະ ມິດໄມຕີຈິດຂອງ ປະຊາຊົນແຫ່ງ ສ ປປ ລາວໂດຍສະເພາະແມ່ນບັນດາປະຊາຊົນທີ່ອາໄສຢູ່ໃນເຂດຊົນນະບົດ ພວກເຂົາຖືກຕ້ອນຮັບຮອຍຍິ້ມແລະຄວາມອົບອຸ່ນ ໂດຍສະເພາະໃນລະຫວ່າງພິທີບາສີສູ່ຂວັນ. "ຄົນລາວມີຄວາມຊື່ສັດເປັນມິດ, ມີຄວາມຊ່ວຍເຫລືອເກື້ອກູນເຊິ່ງກັນ ແລະກັນ" ຈີ້ຈີ້ ກ່າວໃນ ລະຫວ່າງການລົງມາຢ້ຽມຢາມພື້ນທີ່ໃນເມືອງປາກແຊງຂອງແຂວງຫລວງພະບາງ. ດາລາທັງ ສອງໄດ້ເກີດມີຄວາມປະທັບໃຈ ແລະ ຄວາມຊົງຈຳທີ່ພິເສດໃນຫລາຍເລື່ອງ "ໄລຍະເວລາທີ່ພິ ເສດຂອງຂ້ອຍແມ່ນເວລາທີ່ຂ້ອຍໄດ້ພົບກັບ "ຍົງ" ເດັກນ້ອຍ ຢູ່ໃນຄວາມອຸປະຖຳຂອງຂ້ອຍ, ຂ້ອຍໄດ້ໄປຕັກນ້ຳຢູ່ຕີນພູກັບລາວ. ລາວຈູງມືຂ້ອຍໄປຕາມທາງຍ່າງລາວ ຄົງຈະຄິດວ່າພວກ ເຮົາບໍ່ຮູ້ຈັກຫົນທາງດີປານໃດ."
   ສ່ວນ ແຊມມີ້ ເອງກໍ່ໄດ້ກ່າວວ່າໄລຍະເວລາທີ່ພິເສດສຳລັບລາວ ແມ່ນ "ຕອນທີ່ໄດ້ຮ່ວມ ພາເຂົ້າສວຍກັບເດັກນ້ອຍທີ່ຢູ່ໃນຄວາມອຸປະຖຳຂອງລາວທັງ 10 ຄົນ.
   ໃນລະຫວ່າງການຢ້ຽມຢາມ ເມືອງປາກແຊງ ແຂວງຫລວງພະບາງ ດາລາທັງສອງຍັງໄດ້ ໄປຢ້ຽມຢາມ ໂຄງການຂອງອົງການສຸພະນິມິດ ທີ່ກຳລັງດຳເນີນງານຢູ່. ພວກເຂົາຮຽນຮູ້ກ່ຽວ ກັບເຮັດວຽກຮ່ວມກັບຊຸມຊົນ ແລະ ພາກລັດຂອງອົງການ ສຸພະນິມິດ ປະຈຳສປປ ລາວ ທີ່ມີ ເປົ້າຫມາຍເພື່ອເຮັດໃຫ້ຊີວິດຂອງເດັກນ້ອຍທີ່ມີ ໃນຄວາມອຸປະຖຳຂອງຂ້ອຍ ແລະຄົນໃນຊຸມ ຊົນທຸກໆຄົນສາມາດຫລຸດພົ້ນອອກຈາກຄວາມທຸກຍາກ.

້Source: ecom


__________________


Senior Member

Status: Offline
Posts: 428
Date:











__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard