Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປັນຫຍັງຊາວຈີນຈິ່ງມັກສີແດງ ?
Anonymous

Date:
ເປັນຫຍັງຊາວຈີນຈິ່ງມັກສີແດງ ?




ປະເທດຈີນສ່ວນຫລາຍຈະມີອາກາດຫນາວ ຫລື ເຢັນຫລາຍກວ່າຮ້ອນດັ່ງນັ້ນຄົນຈີນຈິ່ງມັກ ມື້ທີ່ມີແສງແດດທ້ອງຟ້າແຈ່ມໃສ່ ຖ້າເວົ້າເຖິງສີ ທີ່ເປັນຕົວແທນຂອງຄວາມອົບອຸ່ນ ແລ້ວຕ້ອງ ເປັນ " ສີແດງ" ສີແດງຈຶ່ງກາຍເປັນສີປຽບຄືວິນຍານຂອງຊາວຈີນ ແລະຢູ່ຮ່ວມກັບວັດທະນະ ທຳປະເພນີຕ່າງໆຂອງຊາວຈີນມາເປັນເວລາດົນນານ. ຍັງຂະຫຍາຍຄວາມອອກໄປອີກວ່າ ສີ ແດງຫມາຍເຖິງຄວາມຮັກ, ນ້ຳໃຈ, ຄວາມເປັນສີລິມຸງຄຸນ, ອຳນາດບາລະມີ, ຄວາມກ້າຫານ ແລະ ອື່ນໆ. 

   ສີປຽບຄືດີ "ພາສາ" ທີ່ໃຊ້ສື່ສານຊະນິດຫນຶ່ງດັ່ງນັ້ນ. ການທີ່ຈະໃຊ້ສີຫຍັງນັ້ນ ຕ້ອງມີເຫດ ຜົນ ຫລື ທີ່ມາຂອງສີນັ້ນໆປຽບເຫມືອນເປັນການບອກກ່າວຄວາມຫມາຍ. ຊາວຈີນ ໃຊ້ສີແດງ ມາຕັ້ງແຕ່ສະໄຫມບູຮານ. "ຮອງເຕ້" ສະໄຫມກ່ອນໃຊ້ກາຈຳສີແດງ ເພາະເຫັນວ່າເປັນສີທີ່ສະ ແດງເຖິງຄວາມເຊື່ອຫມັ້ນ ແລະ ພະລັງອຳນາດ. ຕອນທ້າຍສັດຕະວັດທີ 19 ເປັນຕົ້ນມາຖືກ ໃຊ້ເປັນສັນຍາລັກຂອງເລືອດຮັກຊາດສີແດງຖືກໃຊ້ເປັນສີຂອງທຸງທະຫານສີທຸງຊາດ.
   ໃນມື້ປີໃຫມ່ (ຕຸດຈີນ) ເຈ້ຍທີ່ ໃຊ້ຕິດໂຄມໄຟ, ຕິດຫນ້າບ້ານ, ເຮັດກະໂພກ ຫລືຊອງອັງ ເປົາ ຈະຕ້ອງເປັນສີແດງເທົ່ານັ້ນເພາະເປັນສີແຫ່ງແສງສະຫວ່າງຈິ່ງເຊື່ອວ່າເປັນສີທີ່ມີ ພະລັງ ອຳນາດໃນການຂັບໄລ່ສິ່ງທີ່ບໍ່ດີອອກໄປ. ດັ່ງນັ້ນບ້ານທີ່ຕິດເຈ້ຍສີແດງ ນຸ່ງຊຸດສີແດງຫລືເດັກ ທີ່ມີຊອງແດງຕິດຕົວໄປນຳສາມາດຢູ່ລອດປອດໄພ. ດ້ອຍເຫດຜົນນີ້ສີແດງຈິ່ງກາຍເປັນສີແຫ່ງ ຄວາມສັກສິດ ຈະເຫັນໄດ້ຈາກວັດວາອາຮາມພະຣາຊະວັງຫລືສິ່ງປຸກສ້າງຂອງຈີນໃນສະໄຫມ ກ່ອນຈະມີເສົາຫລັງຄາ ຫລື ສ່ວນປະກອບຕ່າງໆທີ່ເປັນສີແດງ.

   ນອກຈາກນັ້ນ ກໍ່ຍັງນຳໃຊ້ເຂົ້າໃນພິທີຕ່າງໆ ທີ່ສະແດງຄວາມເປັນມຸງຄຸນ ເຊັ່ນ: ໃນການ ເປີດກິດຈະການໃຫມ່ຊາວຈີນຈະນິຍົມຕິດເຈ້ຍສີແດງ,ໂບແດງ, ແຜ່ນຜ້າແດງ, ຜ້າປູໂຕະແດງ ຖ້າເປັນສະໄຫມກ່ອນກໍ່ຈະນຸ່ງຊຸດແດງນຳ ຫລື ໃນພິທີແຕ່ງດອງກໍ່ຈະເຫັນສີແດງເຕັມໄປຫມົດ ນັບແຕ່ຊຸດຂອງເຈົ້າບ່າວເຈົ້າສາວ, ຕົວອັກສອນທີ່ໃຊ້ປະດັບຕົບແຕ່ງໃນງານ, ຫມວກ, ດອກ ໄມ້ລວມໄປເຖິງກ້ຽວຂອງເຈົ້າສາວ ແລະ ເຈ້ຍຫໍ່ຂອງຂວັນຍັງໃຊ້ສີແດງ.

   ແມ່ນແຕ່ໃນຕະຫລາດຫຸ້ນຂອງຈີນສີແດງຍັງເຂົ້າມາມີບົດບາດ. ກະດານຫຸ້ນຂອງຫລາຍໆ ປະເທດ ຖ້າເປັນສີແດງແມ່ນຫມາຍເຖິງຫຸ້ນກຳລັງຕົກກົງກັນຂ້າມກັບຊາວຈີນໄຕ້ຫວັນ ຮົງກົງ ຖ້າກະດານຫຸ້ນ ເປັນສີແດງນັ້ນຫມາຍເຖິງຫຸ້ນກຳລັງຂຶ້ນ. ຍັງມີອີກຫລາຍຢ່າງທີ່ກ້ຽວຂ້ອງກັບ ສີແດງບໍ່ສາມາດອະທິບາຍໄດ້ຫມົດເພາະສຳລັບຊາວຈີນ ສີແດງກາຍເປັນສີແຫ່ງວັດທະນະທຳ ໄປແລ້ວ ຫລື ເອີ້ນກັນອີກຢ່າງຫນຶ່ງວ່າ "ວັດທະນະທຳແດງ".

Source: ecom


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard